(VOVWORLD) - ໃນຊຸມວັນທີ່ຜ່ານມາ, ຄວາມເຄັ່ງຕຶງລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຢູ່ ອາຊີໃຕ້ ຄື ອິນເດຍ ແລະ ປາກີສະຖານ ໄດ້ເພີ່ມຂຶ້ນ ຂະນະທີ່ສອງຝ່າຍໄດ້ດຳເນີນບັນດາການກະທຳດ້ານການທະຫານທີ່ຮ້າຍແຮງໃນຫຼາຍທົດສະວັດທີ່ຜ່ານມາ ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນໃນປະຊາຄົມໂລກ.
ຮຸ່ງເຊົ້າວັນທີ 7 ພຶດສະພາ, ທະຫານ ອິນເດຍ ໄດ້ດຳເນີນບັນດາບັ້ນບຸກໂຈມຕີທາງອາກາດ ເລັ່ງໃສ່ບັນດາສະຖານທີ່ຢູ່ເຂດດິນແດນ Kashmir ໂດຍ ປາກີສະຖານ ຄວບຄຸມ ແລະ ແຂວງ Punjab ຂອງ ປາກີສະຖານ ດ້ວຍເຫດຜົນໂຕ້ຕອບຄືນເຫດບຸກໂຈມຕີກໍ່ການຮ້າຍເມື່ອວັນທີ 22 ເມສາ ຜ່ານມາຢູ່ນະຄອນ Pahalgam, ລັດ Jammu&Kashmir (ອິນເດຍ) ຊື່ງໄດ້ເຮັດໃຫ້ 26 ຄົນເສຍຊີວິດ.
ຄວາມເຄັ່ງຕຶງເພິ່ມຂຶ້ນຢ່າງໄວວາ
ເຫດບຸກໂຈມຕີເມື່ອຮຸ່ງເຊົ້າວັນທີ 7 ພຶດສະພາ ຂອງທະຫານ ອິນເດຍ ແມ່ນການກະທຳດ້ານການທະຫານທີ່ໃຫ່ຍກ່ວາໝູ່ ຊື່ງປະເທດນີ້ໄດ້ດຳເນີນເລັ່ງໃສ່ເຂດດິນແດນ ປາກີສະຖານ ໃນຫຼາຍທົດສະວັດທີ່ຜ່ານມາ. ໜ້າສົນໃຈແມ່ນ ບັນດາການບຸກໂຈມຕີທາງອາກາດນີ້ ບໍ່ພຽງແຕ່ເລັ່ງໃສ່ບັນດາສະຖານທີ່ທີ່ ອິນເດຍ ຖືວ່າ ແມ່ນ “ພື້ນຖານໂຄງລ່າງກໍ່ການຮ້າຍ” ຢູ່ເຂດ ເຂດດິນແດນ Kashmir ໂດຍ ປາກີສະຖານ ຄວບຄຸມເທົ່ານັ້ນ ຫາກຍັງໄດ້ເລ່ັງໃສ່ທັງບັນດາສະຖານທີ່ຢູ່ແຂວງ Punjab ຢູ່ເລິກໃນເຂດດິນແດນ ປາກີສະຖານ ອີກດ້ວຍ. ຕາມຂ່າວຈາກຝ່າຍ ປາກີສະຖານ ແລ້ວ, ໄດ້ມີ 31 ຄົນເສຍຊີວິດ ແລະ ນັບສີບຄົນຖືກບາດເຈັບແລ້ວ.
ທ່ານ Walter Ladwig ຜູ້ຊ່ຽວຊານຂອງໂຮງຮຽນ King’s College (ລອນດອນ, ອັງກິດ) ຖືວ່າ, ໃນຫຼາຍປີມານີ້, ກອງທັບ ປາກີສະຖານ ຍາມໃດກໍ່ຮັກສານະໂຍບາຍທີ່ຈະໂຕ້ຕອບສິ່ງໃດໜຶ່ງ ດ້ວຍລະດັບເທົ່າທຽມກັນ ຫຼືລື່ນກາຍ, ດັ່ງນັ້ນ, ຄວາມສ່ຽງເກີດບັນດາການບຸກໂຈມຕີໂຕ້ຕອບຊື່ງກັນ ແລະ ກັນລະຫວ່າງ ອິນເດຍ ແລະ ປາກີສະຖານ ຈະພາໄປເຖິງການປະທະກັນເກີນຄວາມຄວບຄຸມ ແມ່ນໜ້າວິຕົກກັງວົນ. ສ່ວນຕາມທ່ານ Antonio Guterres, ເລຂາທິການໃຫ່ຍ ສປຊ ແລ້ວ,ໃນສະພາບຂາດສະຖຽນລະພາບທີ່ສຸດໃນປະຈຸບັນ ຍ້ອນບັນດາການປະທະກັນໃຫ່ຍຢູ່ ຢູແກຼນ ແລະ ຕາເວັນອອກກາງນັ້ນ, ໂລກຈະບໍ່ສາມາດຮັບຮູ້ການປະທະກັນຄັ້ງໃຫຍ່ຢູ່ ອາຊີໃຕ້ ໄດ້ຕື່ມອີກ.
ຢ່າທຳຄວາມຜິດພາດອີກ: ມາດຕະການດ້ານການທະຫານບໍ່ແມ່ນວິທີການແກ້ໄຂ. ພວກຂ້າພະເຈົ້າພ້ອມແລ້ວທີ່ຈະຊ່ວຍທັງສອງລັດຖະບານຊອກຫາສັນຕິພາບ. ສປຊ ພ້ອມແລ້ວທີ່ຈະສະໜັບສະໜູນບໍ່ວ່າຂໍ້ລິເລີ່ມໃດໆທີ່ຈະຊ່ວຍຫລຸດຜ່ອນຄາມເຄັ່ງຕຶງ, ການຊຸກຍູ້ທາງການທູດ ກໍ່ຄືເຮັດໃໝ່ບັນດາຄຳໝັ້ນສັນຍາສຳລັບສັນຕິພາບ.
ໃນຂະນະນັ້ນ, ພາຍຫຼັງເຫດການກໍ່ການຮ້າຍເມື່ອວັນທີ 22 ເມສາຢູ່ Pahalgam, ອິນເດຍ ກໍ່ຢຸດຕິສົນທິສັນຍາແມ່ນ້ຳ Indus, ຊື່ງໄດ້ກຳນົດກ່ຽວກັບການແບ່ງປັນແຫຼ່ງນ່້ຳລະຫວ່າງ ອິນເດຍ ແລະ ປາກີສະຖານ ໂດຍຊົ່ວຄາວ. ປະຈຸບັນ, 80% ເນື້ອທີ່ເຂດກະສິກຳທີ່ຕ້ອງຫົດນ້ຳຂອງ ປາກີສະຖານ ແມ່ນຂຶ້ນກັບບັນດາແຫຼ່ງນ້ຳຈາກບັນດາແມ່ນ້ຳຢູ່ ອິນເດຍ ທີ່ໄດ້ຮັບການຄວບຄຸມຕາມສົນທິສັນຍາສະບັບນີ້.
ມາດຕະການຫລຸດຜ່ອນຄວາມເຄັ່ງຕຶງ
ໄປຄຽງຄູ່ກັບ ສປຊ, ບັນດາປະເທດມະຫາອຳນາດຄື: ອາເມລິກາ, ລັດເຊຍ, ຈີນ, ອີຢູ ກໍ່ລ້ວນແຕ່ໄດ້ຮຽກຮ້ອງ ອິນເດຍ ແລະ ປາກີສະຖານ ຈົ່ງລະງັບໃຈຢ່າງສຸດຂີດ, ຢຸດຕິບັນດາການກະທຳໂຕ້ຕອບດ້ານການທະຫານໂດຍທັນທີ, ພ້ອມທັງຜ່ານບັນດາຊ່ອງການທູດ ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງບັນດາຄຳກ່າວຫາກໍ່ການຮ້າຍ ຫຼືອຸປະຖຳໃຫ້ແກ່ການກໍ່ການຮ້າຍ. ວັນທີ 8 ພຶດສະພາ, ບັນດາເຈົ້າໜ້າທີ່ການທູດບັນດາປະເທດ ອີຣານ, ອາຣາບີ ຊາອູດີ ໄດ້ເດີນທາງໄປ ອິນເດຍ ເພື່ອຊອກຫາມາດຕະການເປັນກາງໄກ່ເກ່ຍໃຫ້ແກ່ທັງສອງຝ່າຍ.
ນັກສັງເກດການຈຳນວນໜຶ່ງຖືວ່າ ອິນເດຍ ແລະ ປາກີສະຖານ ຈະຮູ້ວິທີຄວບຄຸມສະພາບການ. ທ່ານ Shashank Joshi, ອະດີດນັກຄົ້ນຄ້ວາຂັ້ນສູງ ສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງລາຊະວັງ ອັງກິດ (RUSI), ໄດ້ໃຫ້ຂໍ້ສັງເກດວ່າ:
ບາງປັດໄຈສາມາດຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງ, ພິເສດແມ່ນເລື່ອງ ອິນເດຍ ເນັ້ນໜັກວ່າ ການບຸກໂຈມຕີທາງອາກາດ ໄດ້ຫລີກລ້ຽງບັນດາຮາກຖານການທະຫານຂອງ ປາກີສະຖານ ແລ້ວ, ໝາຍຄວາມວ່າ ເຂົາເຈົ້າບໍ່ໄດ້ບຸກໂຈມຕີທະຫານ ປາກີສະຖານ ພ້ອມທັງບັນຮົບນີ້ໄດ້ຮັບການຊັ່ງຊາຢ່າງລະມັດລະວັງ. ສິ່ງນີ້ສະແດງໃຫ້ເຫັນວ່າ ອິນເດຍ ກຳລັງສົ່ງສັນຍານໃຫ້ຝ່າຍ ປາກີສະຖານ ວ່າ ນີ້ບໍ່ແມ່ນການເລີ່ມຕົ້ນຂອງການເພິ່ມຄວາມເຄັ່ງຕຶງຄັ້ງໃຫ່ຍກ່ວາ.
ນັກສັງເກດການສ່ວນຫຼາຍກໍ່ຖືວ່າ ທັງ ອິນເດຍ ແລະ ປາກີສະຖານ ລ້ວນແຕ່ມີສະຕິຄວາມຮັບຮູ້ຢ່າງຈະແຈ້ງວ່າ ການປະທະກັນຮອບດ້ວນ ຈະບໍ່ນຳມາເຊິ່ງຜົນປະໂຫຍດໃດໆໃຫ້ແກ່ທັງສອງຝ່າຍ, ໃນສະພາບການທີ່ທັງ ອິນເດຍ ແລະ ປາກີສະຖານ ລ້ວນແຕ່ໄດ້ວາງເປົ້າໝາຍສູງໃຫ້ແກ່ເລື່ອງດຶງດູດເງິນລົງທຶນຕ່າງປະເທດ ແລະ ສ້າງພາບພົດຄືດັ່ງປະເທດມະຫາອຳນາດເສດຖະກິດທົ່ວໂລກທີ່ຫາກໍ່ພົ້ນເດັ່ນຂຶ້ນ./.