ເອົາ​ໃຈ​ໃສ່​ຊ່ວຍ​​ເປົ້າ​ໝາຍ​ດ້ອຍ​ໂອ​ກາດໄດ້​ຕ້ອນ​ຮັບ​ບຸນ​ເຕ​ັດ​ຢ່າງ​ອົບ​ອຸ່ນ​ຄົ​ບ​ຖ້ວນ: ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ຂອງ​ພັກ, ລັດ

(VOVWORLD) -  ແຕ່ລະປີໃນໂອກາດບຸນປີໃໝ່ປະຈຳຊາດທັງລະບົບການເມືອງຈາກສູນກາງລົງຮອດທ້ອງຖິ່ນ ພ້ອມກັນຮ່ວມແຮງຮ່ວມໃຈເອົາໃຈໃສ່ຊ່ວຍຄົນທຸກຍາກຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນຄົບຖ້ວນນີ້ແມ່ນການເຄື່ອນໄຫວອັນແທດຈິງ ເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກລັດ ຫວຽດນາມ: “ບໍ່ປະໃຫ້ຜູ້ໃດບໍ່ໄດ້ຕ້ອນຮັບບຸນເຕັດ”, “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”, ຜ່ານນັ້ນກໍປະກອບສ່ວນຊ່ວຍໃຫ້ຜູ້ໂຊກບໍ່ດີໄດ້ຕ້ອນຮັບບຸນປີໃໝ່ຢ່າງອົບອຸ່ນເຕັມໄປດ້ວຍສາຍຈິດມິດໃຈສ້າງກຳລັງໜູນຊ່ວຍໃຫ້ເຂົາເຈົ້າບືນຕົວຂຶ້ນໃນຊີວິດ.
ເອົາ​ໃຈ​ໃສ່​ຊ່ວຍ​​ເປົ້າ​ໝາຍ​ດ້ອຍ​ໂອ​ກາດໄດ້​ຕ້ອນ​ຮັບ​ບຸນ​ເຕ​ັດ​ຢ່າງ​ອົບ​ອຸ່ນ​ຄົ​ບ​ຖ້ວນ: ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ຂອງ​ພັກ, ລັດ - ảnh 1 ຂະບວນການ "ບຸນປີໃໝ່ແຫ່ງຄວາມເມດຕາປານີ" ປີມະເສັງ ຢູ່ດັກລັກ (ພາບ: VOV)

ການເອົາໃຈໃສ່ຊ່ວຍຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນຄົບຖ້ວນ ແມ່ນສິນທຳວັດທະນະທຳມະນຸດທີ່ເລິກເຊິ່ງຂອງຊາດ ຫວຽດນາມ. ເພື່ອຮັບປະກັນໃຫ້ປະຊາຊົນທຸກຄົນ ລ້ວນແຕ່ໄດ້ຕ້ອນຮັບບຸນປີໃໝ່, ຕ້ອນຮັບລະດູບານໃໝ່ດ້ວຍຄວາມເບີກບານມ່ວນຊື່ນ, ພັກ, ລັດ, ອຳນາດການປົກຄອງທຸກຂັ້ນ, ອົງການຈັດຕັ້ງ, ວິສາຫະກິດ ແລະ ປະຊາຊົນທຸກຊັ້ນວັນນະ ໄດ້ຜັນຂະຫຍາຍກິດຈະກຳໜູນຊ່ວຍ, ເບິ່ງແຍງດູແລທີ່ແທດຈິງຫຼາຍຢ່າງ.

ທຸກຄົນ, ທຸກຄອບຄົວລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ

ກ່ອນບຸນປີໃໝ່ປະຈຳຊາດວຽນມາ, ບັນດາຕະຫຼາດແຫ່ງຄວາມເມດຕາປານີ ໂດຍສະພາກາແດງທຸກຂັ້ນ, ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໄດ້ຜັນຂະຫຍາຍດ້ວຍການຮ່ວມເດີນທາງຂອງບັນດາວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ແລະ ທົ່ວສັງຄົມ. ມີສິນຄ້ານັບຮ້ອຍປະເພດ, ເຄື່ອງຂອງທີ່ຈຳເປັນຮັບໃຊ້ບຸນເຕັດ, ຂອງຂວັນບຸນເຕັດ, ບັດຊື້ເຄື່ອງໂດຍບໍ່ເສຍຄ່າ… ໄດ້ມອບເຖິງມືຂອງຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຄົນພິການ ແລະ ບັນດາເປົ້າໝາຍທີ່ດ້ອຍໂອກາດອື່ນ. ບັນດາຕະຫຼາດເຫຼົ່ານັ້ນ ໄດ້ຊ່ວຍແຜ່ກະຈາຍນ້ຳໃຈວົງຄະນະຍາດ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ເມດຕາປານີ, ນຳເອົາຄວາມສຸກຄວາມມ່ວນຊື່ນມາໃຫ້ປະຊາຊົນທຸກຄົນໃນໂອກາດບຸນເຕັດ.

ບັນດາຂອງຂວັນພູດນີ້ແມ່ນມີຄວາມໝາຍທີ່ສຸດ. ມີທັງນ້ຳປາ, ແປນົວ, ນ້ຳຕານ,… ເຊິ່ງເປັນຂອງຂວັນທີ່ເປັນປະໂຫຍດ ແລະ ປະກອບສ່ວນຊ່ວຍເຫຼືອຄອບຄົວໄດ້ສ່ວນໃດໜຶ່ງ. ຂ້າພະເຈົ້າຫວັງວ່າ ປີໃດກໍຈະມີຂອງຂວັນຄືແນວນີ້”.

ປີນີ້, ຂ້າພະເຈົ້າໄດ້ຮັບເສັ້ນລ້ອນ, ເຂົ້າໜຽວ, ເຂົ້າໜົມເມື່ອໄດ້ຮັບຂອງຂວັນເຫຼົ່ານີ້, ບຸນປີໃໝ່ຂອງຄອບຄົວຂ້າພະເຈົ້າ ຈະສະບາຍກວ່າ, ບໍ່ຕ້ອງຊື້ເຄື່ອງຂອງຫຼາຍ ເພາະມີເຄື່ອງຊ່ຳນີ້ ບຸນເຕັດກໍມ່ວນຊື່ນແລ້ວ”.

ເອົາ​ໃຈ​ໃສ່​ຊ່ວຍ​​ເປົ້າ​ໝາຍ​ດ້ອຍ​ໂອ​ກາດໄດ້​ຕ້ອນ​ຮັບ​ບຸນ​ເຕ​ັດ​ຢ່າງ​ອົບ​ອຸ່ນ​ຄົ​ບ​ຖ້ວນ: ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ຂອງ​ພັກ, ລັດ - ảnh 2ກິດຈະກຳ "ວັນບຸນກຳມະກອນ" (ພາບ: VOV)
ຕະຫຼາດປີໃໝ່ແຫ່ງຄວາມເມດຕາປານີ, ຕະຫຼາດປີໃໝ່ 0 ດົ່ງ ແມ່ນໜຶ່ງໃນຫຼາຍຂະບວນການບຸນປີໃໝ່ແຫ່ງຄວາມເມດຕາປານີ - ລະດູບານໃໝ່ປີ 2025 ໂດຍສະພາກາແດງ ຫວຽດນາມ ຈັດຂຶ້ນ, ເພື່ອແນໃສ່ເບິ່ງແຍງດູແລ, ໜູນຊ່ວຍຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ທີ່ມີຄວາມສ່ຽງສູງກວ່າເພິ່ນກວ່າ 1,2 ລ້ານຄົນໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025. ທ່ານນາງ ບຸ່ຍທິຮວ່າ, ປະທານສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າປະຕິບັດທິດນຳທີ່ວ່າ ເຮັດແນວໃດເພື່ອໜູນຊ່ວຍຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ດ້ວຍຄວາມປາດຖະໜາ ຕອບສະໜອງຕາມຄວາມຕ້ອງການອັນແທດຈິງຂອງເຂົາເຈົ້າ. ຂະບວນການບຸນປີໃໝ່ແຫ່ງຄວາມເມດຕາປານີ ໄດ້ຈັດຂຶ້ນດ້ວຍຫຼາຍກິດຈະກຳ. ປະຊາຊົນບໍ່ພຽງແຕ່ໄດ້ຮັບຂອງຂວັນເທົ່ານັ້ນ, ສິ່ງສຳຄັນແມ່ນ ສ້າງໄດ້ບັນຍາກາດບຸນເຕັດ. ຜ່ານນັ້ນ ຜູ້ທຸກຍາກກໍສາມາດຮູ້ສຶກໄດ້ເຖິງບັນຍາກາດຂອງບຸປີໃໝ່ທີ່ຄົບທັງດ້ານວັດຖຸ, ຈິດໃຈ ແລະ ການເບິ່ງແຍງດູຂອສັງຄົມ”.

  ພ້ອມກັບສະພາກາແດງ ຫວຽດນາມ, ໃນໂອກາດບຸນປີໃໝ່ປະຈຳຊາດນີ້, ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ສະຫະພັນແຮງງານທຸກຂັ້ນ ກໍຈັດຫຼາຍກິດຈະກຳດ້ວຍຫົວຂໍ້ “ບຸນປີໃໝ່ເຕົ້າໂຮມກັນ - ສະແດງຄວາມຮູ້ບຸນຄຸນຕໍ່ພັກ”, ດ້ວຍທິດນຳທີ່ວ່າ ສະມາຊິກກຳມະບານ, ຜູ້ອອກແຮງງານທຸກຄົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ,  ເຊັ່ນ: ຕະຫຼາດປີໃໝ່ກຳມະບານ; ລາຍການ “ຖ້ຽວລົດໄຟ ກຳມະບານ - ລະດູບານໃໝ່ປີ 2025; ລາຍການ “ຖ້ຽວບິນກຳມະບານ - ລະດູບານໃໝ່ປີ 2025

ເສີມຂະຫຍາຍກຳລັງແຮງຂອງທັງລະບົບການເມືອງໃນການເອົາໃຈໃສ່ຊ່ວຍເປົ້າໝາຍດ້ອຍໂອກາດໄດ້ຕ້ອນຮັບບຸນເຕັດ

ໂດຍປະຕິບັດບັນດານະໂຍບາຍໜູນຊ່ວຍສັງຄົມ, ສະຫວັດດີການສັງຄົມ, ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນເປັນຢ່າງດີ, ໂດຍສະເພະແມ່ນຜູ້ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນທີ່ຖືກຜົນກະທົບຈາກໄພທຳມະຊາດ, ໂລກລະບາດ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ທະເລໝູ່ເກາະ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ກຳມະກອນ, ຜູ້ອອກແຮງງານ, ຜູ້ຖືກວ່າງງານ… ຮັບປະກັນໃຫ້ປະຊາຊົນທຸກຄົນ, ທຸກຄອບຄົວລ້ວນແຕ່ມີເງື່ອນໄຂຕ້ອນຮັບລະດູບານໃໝ່, ຕ້ອນຮັບປີໃໝ່ຢ່າງເບີກບານມ່ວນຊື່ນ. ນີ້ແມ່ນເນື້ອໃນທຳອິດທີ່ໄດ້ເຕື້ອງເຖິງໃນຄຳສັ່ງຂອງຄະນະເລຂາທິການກ່ຽວກັບການຈັດຕັ້ງບຸນປີໃໝ່ປະຈຳຊາດປີມະເສັງ 2025. ພ້ອມດຽວກັນນັ້ນ, ໃນການຢ້ຽມຢາມ, ມອບຂອງຂວັນປີໃໝ່ຢູ່ທ້ອງຖິ່ນຕ່າງໆ, ການນຳພັກ, ລັດ ຫວຽດນາມ ຍາມໃດກໍຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ: ບໍ່ປະໃຫ້ຜູ້ໃດບໍ່ໄດ້ຕ້ອນຮັບບຸນເຕັດ ແລະ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ເມື່ອລົງໄປຢ້ຽມຢາມ, ອວຍພອນປີໃໝ່ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກຽນຢາງ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ:

ຕ້ອງສຸມໃສ່ເຊື່ອມຊຶມປະຕິບັດຄຳສັ່ງສະບັບເລກທີ 40, ລົງວັນທີ 11 ທັນວາ 2024 ຂອງຄະນະເລຂາທິການ, ຄຳສັ່ງຂອງນາຍົກລັດຖະມົນຕີ ແລະ ບັນດາຂະແໜງການກ່ຽວກັບການເອົາໃຈໃສ່ໃຫ້ປະຊາຊົນໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດປີມະເສັງ 2025 ໃຫ້ເປັນຢ່າງດີ, ຮັບປະກັນໃຫ້ຄອບຄົວໃດກໍໄດ້ຕ້ອນຮັບບຸນເຕັດ, ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ພ້ອມດຽວກັນນັ້ນ, ກໍຈັດຕັ້ງບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ຕ້ອນຮັບລະດູບານໃໝ່, ຕ້ອນຮັບບຸນປີໃໝ່ໃຫ້ເປັນຢ່າງດີ, ລອບຄອບຖີ່ຖ້ວນ, ປອດໄພ, ມີຄວາມໝາຍແທດຈິງ.

ບັນດາແຜນນະໂຍບາຍ, ນະໂຍບາຍກ່ຽວກັບການເອົາໃຈໃສ່ຊ່ວຍປະຊາຊົນໄດ້ຕ້ອນຮັບບຸນເຕັດ ຕ່າງກໍສະແດງໃຫ້ເຫັນວ່າ ເປົ້າໝາຍດ້ອຍໂອກາດ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ ແລະ ບຸລິມະສິດແຖວໜ້າຈາກພັກ, ລັດ. ທ່ານຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫງວຽນວັນໂຮ່ຍ ໃຫ້ຮູ້ວ່າ:

ດ້ວຍ ເປົ້າໝາຍອຸປະກະລະສັງຄົມ ແລະ ຄອບຄົທຸກຍາກ, ສ່ວໃຫຍ່ບັນດາທ້ອງຖິ່ນມີແຜນການເບິ່ງແຍງບຸນເຕັດ ແລະ ຂອງຂວັນມີມູນຄ່າສະເລ່ຍ 300.000 ດົ່ງ ຕໍ່ຄອບຄົວ, ນະຄອນ ໂຮ່ຈີມິນ ໜູນຊ່ວຍ 1.150.000 ດົ່ງ ຕໍ່ຄອບຄົວ ແລະ ມີຫຼາຍແຂວງ, ນະຄອນ ກໍມີການໜູນຊ່ວຍທີ່ສູງກວ່າລະດັບສະເລ່ຍ. ຍອດລາຍຈ່າຍໃຫ້ແກ່ການຮັບປະກັນການໜູນຊ່ວຍສັງຄົມໃນໂອກາດບຸນປີໃໝ່ໃນແຕ່ລະປີຄາດວ່າ ປະມານ 10.000 ຕື້ດົ່ງ.

ການຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ບັນດາຂອງຂວັນແຫ່ງສາຍຈິດມິດໃຈກ່ອນບຸນປີໃໝ່ໄດ້ມອບເຖິງມືຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດນັ້ນ, ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມເອົາໃຈໃສ່, ການເບິ່ງແຍງດູແລຂອງພັກ, ລັດ, ການຮ່ວມແຮງຮ່ວມໃຈຊ່ວຍເຫຼືອຂອງວົງຄະນະຍາດເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດອີກດ້ວຍ. ສິ່ງດັ່ງກ່າວກໍຊີ້ໃຫ້ເຫັນວ່າ ບັນດາແຜນນະໂຍບາຍ, ນະໂຍບາຍຮັບປະກັນການຊ່ວຍເຫຼືອສັງຄົມຂອງພັກ ແລະ ລັດ ຫວຽດນາມ ໄດ້ ແລະ ພວມໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ, ປະກອບສ່ວນຮັບປະກັນການຮັບປະກັນສັງຄົມ, ສ້າງກຳລັງໜູນຊ່ວຍໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍບືນຕົວຂຶ້ນໃນຊີວິດເທື່ອລະກ້າວ./.

 

ຕອບກັບ

ຂ່າວ/ບົດ​ອື່ນ