ໝາກຜົນເສດຖະກິດ 6 ເດືອນຕົ້ນປີ: ໝາກຜົນຂອງການຈິນຕະນາການພັດທະນາຢ່າງຮອບດ້ານ

(VOVWORLD) - ເສດຖະກິດ - ສັງຄົມ 6 ເດືອນຕົ້ນປີ 2025 ຂອງ ຫວຽດນາມ ໄດ້ຮັບຮູ້ບັນດາໝາກຜົນອັນຕັ້ງໜ້າ, ໃກ້ຈະບັນລຸເປົ້າໝາຍທີ່ວາງອອກ. ນີ້ແມ່ນໝາກຜົນຈາກການຍູ້ແຮງການປະຕິຮູບລະບອບລະບຽບການ, ຂ້ຽວຂາດຜັນຂະຫຍາຍ ມະຕິຍຸດທະສາດ 4 ສະບັບ ( 4 ເສົາຄ້ຳ) ຂອງທັງລະບົບການເມືອງ. ການເຕີບໂຕດ້ານເສດຖະກິດ, ສະຖຽນລະພາບສັງຄົມກໍແມ່ນກຳລັງໜູນເພື່ອໃຫ້ ຫວຽດນາມ ຜັນຂະຫຍາຍການປັບປຸງກົງຈັກການຈັດຕັ້ງ, ປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ  2 ຂັ້ນຢ່າງມີປະສິດທິຜົນ ນັບແຕ່ວັນທີ 01 ກໍລະກົດ 2025 ເປັນຕົ້ນໄປ. 
ໝາກຜົນເສດຖະກິດ 6 ເດືອນຕົ້ນປີ: ໝາກຜົນຂອງການຈິນຕະນາການພັດທະນາຢ່າງຮອບດ້ານ - ảnh 1(ພາບປະກອບ: VOV)

GDP 6 ເດືອນຕົ້ນປີ 2025 ໄດ້ເພີ່ມຂຶ້ນ 7,52% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ເຊິ່ງເປັນລະດັບສູງສູດໃນ 6 ເດືອນຕົ້ນປີ ໃນໄລຍະ 2011 – 2025. ຍອດວົງເງິນສົ່ງອອກ, ນຳເຂົ້າສິນຄ້າໄດ້ເພີ່ມຂຶ້ນກວ່າ 16% ເມື່ອທຽບໃສ່ໄລຍະດຽວກັນ. ລະດັບການສົ່ງອອກສິນຄ້າເກີນດຸນບັນລຸ 7,63 ຕື້ USD.

       ພື້ນຖານໃຫ້ແກ່ການເຕີບໂຕ

       ຈຸດພົ້ນເດັ່ນແມ່ນຊຸມເດືອນຕົ້ນປີນີ້, ຫຼາຍນະໂຍບາຍຊີ້ຂາດຍຸດທະສາດໄດ້ຮັບການສ້າງຂັ້ນ ແລະ ຜັນຂະຫຍາຍຢ່າງຂ້ຽວຂາດໃນທຸກຂັ້ນ. ໃນກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນພ້ອມດ້ວຍກົດໝາຍ, ມະຕິຫຼາຍສະບັບຢ່າງຄົບຊຸດ, ສ້າງກອບນິຕິກຳໃຫ້ແກ່ການປ່ຽນແປງໃໝ່, ສັບຊ້ອນກົງຈັກອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ. ບັນດາການປ່ຽນແປງນີ້ ຈະສ້າງເຂດພັດທະນາເສດຖະກິດ - ສັງຄົມທີ່ກວ້າງໃຫຍ່ກວ່າ ແລະ ຫັນລະບອບລະບຽບການບໍລິຫານເປັນງ່າຍດາຍ, ມອບສິດໃຫ້ແກ່ບັນດາຫົວໜ່ວຍໂດຍກົງ.

        ພ້ອມກັບການປະຕິບັດມະຕິຍຸດທະສາດ 4 ສະບັບ, ລັດຖະບານໄດ້ປຸກລະດົມ ແລະ ສຸມໃສ່ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປົກປ້ອງວິສາຫະກິດດຳເນີນທຸລະກິດທີ່ເຮັດແທ້ທຳຈິງ, ສ້າງພື້ນຖານເສດຖະກິດການຕະຫຼາດທີ່ສົດໃສ; ປົກປັກຮັກສາສິ່ງແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງອິດທິພົນຊື່ສຽງ ແລະ ເຄື່ອງໝາຍການຄ້າລະດັບຊາດໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກກ່ຽວກັບການຜະລິດ, ການສົ່ງອອກ ກໍຄືການຂາດສະຖຽນລະພາບ, ການຜັນແປທີ່ສັບສົນຂອງສະພາບການເມືອງ, ເສດຖະກິດໂລກ.

        ດ້ວຍຈິນຕະນາການພັດທະນາຢ່າງຮອບດ້ານ, ດ້ວຍມາດຕະການສ້າງພື້ນຖານເສດຖະກິດການຕະຫຼາດໃຫ້ສົດໃສນັ້ນ ໄດ້ສ້າງຄວາມເຊື່ອໝັ້ນຂອງບັນດານັກລົງທຶນຢູ່ພາຍໃນປະເທດ ແລະ ສາກົນສຳລັບສະພາບແວດລ້ອມລົງທຶນດຳເນີນທຸລະກິດຂອງ ຫວຽດນາມ. ພົ້ນເດັ່ນແມ່ນໃນ 6 ເດືອນຕົ້ນປີ, ເງິນລົງທຶນປະຕິບັດໃນທົ່ວສັງຄົມໄດ້ເພີ່ມຂຶ້ນ 9,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024, ສູງກວ່າ 3,0 ສ່ວນຮ້ອຍ ເມື່ອທຽບໃສ່ລະດັບການເຕີບໂຕຂອງໄລຍະດຽວກັນຂອງປີ 2024. ໃນນັ້ນ, ເງິນລົງທຶນປະຕິບັດຂອງຂົງເຂດນອກລັດກວມເອົາອັດຕາສູງສຸດ 54,0%.

ໝາກຜົນເສດຖະກິດ 6 ເດືອນຕົ້ນປີ: ໝາກຜົນຂອງການຈິນຕະນາການພັດທະນາຢ່າງຮອບດ້ານ - ảnh 2ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ (ພາບ: VOV)

        ເມື່ອອະທິບາຍກ່ຽວກັບການເຕີບໂຕທີ່ໜ້າປະທັບໃຈນີ້, ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ, ໃຫ້ຂໍ້ສັງເກດວ່າ ປັດໄຈແກ່ນສານແມ່ນມາຈາກການຊີ້ນຳ, ບໍລິຫານຢ່າງຂ້ຽວຂາດ ແລະ ຄົບຊຸດຂອງທັງລະບົບການເມືອງ.

        “ເລື່ອງມອບສິດໃຫ້ແກ່ແຕ່ລະໝູ່ຄະນະ, ສ່ວນບຸກຄົນຢູ່ໃນລະດັບທີ່ແຕກຕ່າງກັນນັ້ນ ແມ່ນເພື່ອແນໃສ່ປະກອບສ່ວນກຳລັງຄວາມສາມາດ, ລະດົມແຫຼ່ງກຳລັງປະຕິບັດໜ້າທີ່ໄດ້ຢ່າງສຸດຂີດ. ມອບສິດເພື່ອເຮັດຢ່າງແຮງກວ່າ, ດີກວ່າໃນແຕ່ລະຕຳແໜ່ງ, ພາລະບົດບາດໃນການແບ່ງກຳນົດສິດຜົນປະໂຫຍດ, ຄວາມຮັບຜິດຊອບ, ພາລະໜ້າທີ່ຢ່າງຈະແຈ້ງ ກໍຄືແມ່ນບັນດາການປະກອບສ່ວນເຂົ້າໃນການແກ້ໄຂບັນດາວຽກງານລະອຽດ ແລະ ວຽກງານລວມ”.

       ສືບຕໍ່ຂຸດຄົ້ນບັນດາກຳລັງເຕີບໂຕທີ່ຍັງມີຢູ່ໃຫ້ໄດ້ຫຼາຍທີ່ສຸດ

        ໝາກຜົນອັນຕັ້ງໜ້າຂອງຂົງເຂດເສດຖະກິດ 6 ເດືອນຕົ້ນປີແມ່ນພື້ນຖານສຳຄັນເພື່ອບັນລຸໄດ້ເປົ້າໝາຍເຕີບໂຕແຕ່ 8% ຂຶ້ນໄປໃນປີນີ້ ແລະ 2 ຕົວເລກໃນຊຸມເດືອນຕໍ່ໄປ. ທ່ານນາງ ຫງວຽນທິມາຍແຮ້ງ, ຫົວໜ້າຄະນະລະບົບບັນຊີແຫ່ງຊາດ (ກົມສະຖິຕິ) ໄດ້ໃຫ້ຮູ້ວ່າ ໝາກຜົນນີ້ຫາກໍ່ແມ່ນເງື່ອນໄຂທີ່ຈຳເປັນໃຫ້ແກ່ເປົ້າໝາຍການເຕີບໂຕ 8%. ເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ໃນຊຸມເດືອນທ້າຍປີ, ຫວຽດນາມ ຕ້ອງຂຸດຄົ້ນບັນດາກຳລັງເຕີບໂຕທີ່ຍັງມີຢູ່ຢ່າງສຸດຂີດ. ລະອຽດແມ່ນ, ການລົງທຶນສາທາລະນະ ຈະແມ່ນກຳລັງໜູນສຳຄັນທີ່ສຸດ. ປັດຈຸບັນ, ລັດຖະບານພວມຊີ້ນຳຢ່າງຂ້ຽວຂາດ ເພື່ອມຸ່ງໄປເຖິງເປົ້າໝາຍປ່ອຍເງິນລົງທຶນສາທາລະນະ 100%, ພິເສດແມ່ນໃນບັນດາໂຄງການພື້ນຖານໂຄງລ່າງຈຸດສຸມລະດັບຊາດ. ຖັດມາແມ່ນວິທະຍາສາດເຕັກໂນໂລຢີ, ການຫັນເປັນດີຈີຕອນ, ນະວັດຕະກຳ ແລະ ການເຕີບໂຕດ້ານສິນເຊື່ອ. ທ່ານນາງ ຫງວຽນທິມາຍແຮ້ງ ໃຫ້ຮູ້ວ່າ:

        “ວິທະຍາສາດເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະ ນະວັດຕະກຳ ຈະແມ່ນກຳລັງໜູນແກ່ນສານ, ສວມບົດບາດຍຸດທະສາດ. ການພັດທະນາຢ່າງວ່ອງໄວຂອງວິທະຍາສາດເຕັກໂນໂລຢີ, ການຫັນເປັນດີຈີຕອນ, ນະວັດຕະກຳ ຈະເປີດກາລະໂອກາດໃຫ້ວິສາຫະກິດສຳຜັດ ແລະ ໝູນໃຊ້ AI ເຂົ້າໃນການຜະລິດ, ຫຼຸດຜ່ອນລາຍຈ່າຍ ແລະ ຍົກສູງສະມັດຕະພາບການອອກແຮງງານ, ເພີ່ມກຳລັງຄວາມສາມາດແກ້ງແຍ້ງ, ສະພາບການຕົວຈິງໃນປີ 2025 ຈະສ້າງກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງໃຫ້ແກ່ການເຕີບໂຕເສດຖະກິດ, ເປັນຕົ້ນແມ່ນຜ່ານການສະໜອງແຫຼ່ງທຶນທີ່ຫຼວງຫຼາຍເພື່ອກະຕຸ້ນການຜະລິດດຳເນີນທຸລະກິດ, ຊຸກຍູ້ການລົງທຶນ ແລະ ການບໍລິໂພກໃນທົ່ວສັງຄົມ”.

        ຫວຽດນາມ ຜັນຂະຫຍາຍໜ້າທີ່ພັດທະນາເສດຖະກິດ - ສັງຄົມດ້ວຍຈິດໃຈເປັນເຈົ້າການ, ຂະຫຍັນຂັນເຄື່ອນ, ຮັບມືກັບສະພາບຂາດສະຖຽນລະພາບ, ການຜັນແປຢ່າງສັບສົນຂອງສະພາບການເມືອງ, ເສດຖະກິດໂລກ ໄດ້ຢ່າງມີປະສິດທິຜົນ. ລະບອບລະບຽບການອຳນວຍຄວາມສະດວກ, ຂອບເຂດພັດທະນາໄດ້ຮັບການເປີດກວ້າງ, ໄປຄຽງຄູ່ກັນນັ້ນແມ່ນການຊີ້ນຳຢ່າງຂ້ຽວຂາດຈາກ ສູນກາງລົງຮອດທ້ອງຖິ່ນ… ແມ່ນກຳລັງໜູນສໍາຄັນເພື່ອໃຫ້ ຫວຽດນາມ ປະຕິບັດສຳເລັດເປົ້າໝາຍພັດທະນາທີ່ໄດ້ວາງອອກໃນປີນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ