ການຫັນເປັນດີຈີຕອນ - ຂໍ້ກຸນແຈເພື່ອຟື້ນຟູຂະແໜງທ່ອງທ່ຽວ

(VOVWORLD) -ເພື່ອຍົກສູງທ່າແຮງແກ່ງແຍ້ງຂອງຂະແໜງການທ່ອງທ່ຽວ ຫວຽດນາມ ໃນໄລຍະປະຈຸບັນ, ມີ 4 ຍຸດທະສາດສຳຄັນໄດ້ວາງອອກ ແມ່ນຕ້ອງເຮັດແນວໃດເພື່ອຊຸກຍູ້ການຫັນເປັນດີຈີຕອນ, ພັດທະນາການທ່ອງທ່ຽວອັດສະລິຍະ
ການຫັນເປັນດີຈີຕອນ - ຂໍ້ກຸນແຈເພື່ອຟື້ນຟູຂະແໜງທ່ອງທ່ຽວ - ảnh 1(ນັບແຕ່ວັນທີ 01 ເມສາ, ໂຮ້ຍອານ ປະຕິບັດການຂາຍປີ້ເອເລັກໂຕນິກ)

ໂລກລະບາດໂຄວິດ-19 ໄດ້ສົ່ງຜົນສະທົບ ແລະ ພວມປ່ຽນແປງການເຄື່ອນໄຫວດ້ານການທ່ອງທ່ຽວຂອງ ຫວຽດນາມ ກໍຄືຄວາມຕ້ອງການໄປຢ້ຽມຢາມ, ຄົ້ນຫາຂອງນັກທ່ອງທ່ຽວ. ເພື່ອດຶງດູດນັກທ່ອງທ່ຽວ, ແຂວງ ກວາງນາມ, ທ້ອງຖິ່ນເປັນເຈົ້າພາບຈັດປີທ່ອງທ່ຽວແຫ່ງຊາດ 2022, ພວມມານະພະຍາຍາມຫັນເປັນດີຈີຕອນ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການສ້າງລະບົບຊີວະພາບດ້ານການທ່ອງທ່ຽວຂຽວ. ນີ້ໄດ້ຮັບຖືວ່າ ແມ່ນຂໍ້ກຸນແຈສຳຄັນເພື່ອໃຫ້ແຂວງ ກວາງນາມ ຟື້ນຟູ ແລະ ສ້າງທ່ວງທ່າເຕີບໂຕໃຫ້ຂະແໜງອຸດສາຫະກຳປອດຄວັນຄືນໃໝ່.

ເພື່ອຟື້ນຟູບັນດາການເຄື່ອນໄຫວດ້ານການທ່ອງທ່ຽວ, ອຳນາດການປົກຄອງນະຄອນ ໂຮ້ຍອານ, ແຂວງ ກວາງນາມ ໄດ້ຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ໂຄງປະກອບພື້ນຖານໂຄງລ່າງເຕັກໂນໂລຊີຢູ່ບັນດາສະຖານທີ່ທ່ອງທ່ຽວ. ນັບແຕ່ວັນທີ 01 ເມສາ, ໂຮ້ຍອານ ປະຕິບັດການຂາຍປີ້ເອເລັກໂຕນິກ, ຄ່ອຍໆແທນໃຫ້ປີ້ແບບເຈ້ຍ. ເອື້ອຍ ເຈືອງທິເກີມຍຸງ ພ້ອມກັບນັກທ່ອງທ່ຽວຫຼາຍຄົນມາຈາກນະຄອນ ໂຮ່ຈີມິນ ໄປທ່ອງທ່ຽວ ໂຮ້ຍອານ ໃນຄັ້ງນີ້ມີຄວາມເພິ່ງພໍໃຈຕໍ່ບັນດາໂປຼແກຼມເຕັກໂນໂລຊີນີ້.

“ໂຮ້ຍອານ ມີໂປຼແກຼມການບໍລິການຊ່ວຍໃຫ້ນັກທ່ອງທ່ຽວມາຢ້ຽມຢາມ ໂຮ້ຍອານ. ມັນມີຄວາມວ່ອງໄວ ແລະ ສະດວກກວ່າ, ເຮັດໃຫ້ລຸ້ນໜຸ່ມກຳໄດ້ຂໍ້ມູນຢ່າງໄວກວ່າ ແລະ ແນະນຳໃຫ້ໝູ່ເພື່ອນຢ່າງຊັດເຈນກວ່າ”.

ນັບແຕ່ເມື່ອອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ສປຊ (UNESCO) ຮັບຮອງເອົາເຂດຄຸ້ມເມືອງເກົ່າ ໂຮ້ຍອານ ແລະ ເຂດວິຫານທາດ ມິ້ເຊີນ ເປັນມໍລະດົກໂລກນັ້ນ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກວາງນາມ ໄດ້ມານະພະຍາຍາມນຳຂະແໜງການທ່ອງທ່ຽວພັດທະນານັບທັງທາງດ້ານຂອບຂະໜາດ ພ້ອມກັບຄຸນນະພາບ, ກາຍເປັນສະຖານທີ່ນິຍົມຂອງນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ຫງວຽນເຊີນຖຸຍ, ຮອງປະທານສະມາຄົມທ່ອງທ່ຽວແຂວງ ກວາງນາມ, ໃຫ້ຮູ້ວ່າ ທາງທ້ອງຖິ່ນໄດ້ສ້າງແຜນການຫັນຂົງເຂດທ່ອງທ່ຽວເປັນດີຈີຕອນຮອດປີ 2025. ເຖິງຢ່າງໃດກໍ່ຕາມ, ຍັງບໍ່ທັນຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວໄດ້ໝົດເທື່ອ.

“ສິ່ງທີສາມາດນຳໃຊ້ຢ່າງທັນທີນັ້ນແມ່ນການໂຄສະນາ ແຕ່ຍັງບໍ່ທັນສາມາດຂຸດຄົ້ນໄດ້ໝົດເທື່ອ. ການຫັນເປັນດີຈີຕອນໄດ້ພັດທະນາຢ່າງວ່ອງໄວ ຖ້າຫາກພວກເຮົາບໍ່ຫັນປ່ຽນພາຍຫຼັງໂລກລະບາດໂຄວິດ-19 ໃຫ້ເປັນຢ່າງດີນັ້ນ ພວກເຮົາຈະບໍ່ສາມາດມີທ່າແຮງແກ່ງແຍ້ງໄດ້”.

ເພື່ອຍົກສູງທ່າແຮງແກ່ງແຍ້ງຂອງຂະແໜງການທ່ອງທ່ຽວ ຫວຽດນາມ ໃນໄລຍະປະຈຸບັນ, ມີ 4 ຍຸດທະສາດສຳຄັນໄດ້ວາງອອກ ແມ່ນຕ້ອງເຮັດແນວໃດເພື່ອຊຸກຍູ້ການຫັນເປັນດີຈີຕອນ, ພັດທະນາການທ່ອງທ່ຽວອັດສະລິຍະ ແລະ ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ. ຕາມທ່ານ ເລຮຸ່ງແອັງ, ຜູ້ກໍ່ຕັ້ງເຄື່ອງໝາຍການຄ້າ Travelner, ວິສາຫະກິດສ້າງບັນດາພື້ນຖານເຕັກໂນໂລຊີໃນການພັດທະນາການທ່ອງທ່ຽວອັດສະລິຍະແລ້ວ, ໃນຈຸດເວລານີ້, ນັກທ່ອງທ່ຽວໄດ້ປ່ຽນແປງທ່າອ່ຽງ ແລະ ວິທີການຊອກຮູ້ຂໍ້ມູນດ້ານການທ່ອງທ່ຽວແລ້ວ. ນີ້ແມ່ນສິ່ງທ້າທາຍ ແຕ່ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດເປັນເຈົ້າການໃນການສ້າງຕົວເອງໃໝ່, ຮັບມືຢ່າງປອດໄພໃນຈຸດເວລາໄປທ່ອງທ່ຽວ. ທ່ານ ເລຮຸ່ງແອັງ, ໃຫ້ຮູ້ວ່າ:

“ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນຈຸດເວລານີ້ແມ່ນມີຄວາມໝາຍສຳຄັນທີ່ສຸດ. ປະຈຸບັນ, ເກືອບຄືວ່າ ນັກທ່ອງທ່ຽວໝົດທຸກຄົນລ້ວນແຕ່ນຳໃຊ້ບັນດາໂປຼແກຼມເພື່ອຈອງຫ້ອງພັກໃນໂຮງແຮມ, ຊີ້ປີ້ຍົນຜ່ານໂທລະສັບມືຖື. ນີ້ແມ່ນກາລະໂອກາດທີ່ຫາຍາກ”.

ກ່າວຄຳເຫັນທີ່ພິທີໄຂປີທ່ອງທ່ຽວແຫ່ງຊາດ 2022, ເຊິ່ງດຳເນີນໃນທ້າຍເດືອນ ມິນາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຂະແໜງທ່ອງທ່ຽວ ຫວຽດນາມ ຕ້ອງຢືດໝັ້ນຕໍ່ບັນດາຄຸນຄ່າແບບຍືນຍົງທີ່ໄດ້ສ້າງຂຶ້ນ ແລະ ຢັ້ງຢືນຕໍ່ນັກທ່ອງທ່ຽວສາກົນ, ນັ້ນແມ່ນຮູບພາບ “ຫວຽດນາມ ຈຸດນັດພົບທີ່ປອດໄພ, ໃກ້ຊິດສະໜິດສະໜົມ, ດຶງດູດໃຈ”.

“ຕ້ອງມີຈິນຕະນາການ ແລະ ວິທີເຮັດວຽກໃໝ່ເພື່ອຫັນຄວາມສ່ຽງເປັນກາລະໂອກາດ. ໃນສະພາບໂລກລະບາດຍັງເກີດຂຶ້ນຢູ່ນັ້ນ ການເຄື່ອນໄຫວດ້ານການທ່ອງທ່ຽວຕ້ອງໄດ້ຈັດຂຶ້ນດ້ວຍຄວາມປອດໄພ, ມີວິທະຍາສາດ, ການປ່ຽນແປງໃໝ່ເຕັກໂນໂລຊີແມ່ນທ່າອ່ຽງຈຳເປັນໃນໂລກປະຈຸບັນ. ບັນດາຄຳທີ່ເປັນລະຫັດຂອງຂະແໜງທ່ອງທ່ຽວຂອງ ຫວຽດນາມ ໃນໄລຍະຈະມາເຖິງ ຈະແມ່ນການຮ່ວມມື, ພັດທະນາ, ຫັນເປັນສີຂຽວ, ຫັນເປັນດີຈີຕອນ ແລະ ເຊື່ອມຕໍ່ຢ່າງສະໜິດສະໜົມ”.

ພາຍຫຼັງໄລຍະ 2 ປີຖືກຢຸດສະງັກ, ຂະແໜງທ່ອງທ່ຽວຂອງ ຫວຽດນາມ ໄດ້ຮັບຄວາມຫວັງວ່າຈະກ້າວເຂົ້າສູ່ໄລຍະຟື້ນຟູ, ສ້າງທ່າເຕີບໂຕ, ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດຄືນໃໝ່, ປະກອບສ່ວນເຂົ້າໃນການຟື້ນຟູ ແລະ ພັດທະນາທາງດ້ານເສດຖະກິດ - ສັງຄົມ. ດ້ວຍຄວາມເປັນເຈົ້າການ, ປະດິດຄິດສ້າງ, ຂະແໜງທ່ອງທ່ຽວຈະນຳການທ່ອງທ່ຽວ ຫວຽດນາມ ສືບຕໍ່ພັດທະນາ, ກຽມພ້ອມຕ້ອນຮັບນັກທ່ອງທ່ຽວຄືນໃໝ່ໃນປີ 2022 ແລະ ໃນຊຸມປີຕໍ່ໆໄປ.

ຕອບກັບ

ຂ່າວ/ບົດ​ອື່ນ