(vovworld) – ວັນທີ 23 ເດືອນ 12 ໄລ່ຕາມຈັນທະປະຕິທິນຂອງຫວຽດນາມ ແມ່ນພິທີບູຊາ ອົງກົງອົງຕ໋າວ (ເທວະດາຜູ້ດູແລເຕົາໄຟ), ເຊິ່ງແມ່ນວັນທີ່ເທວະດາຜູ້ດູແລເຕົາໄຟຂື້ນສະຫວັນເພື່ອລາຍງານຕໍ່ເຈົ້າຟ້າກ່ຽວກັບວຽກງານໃນປີຂອງໂລກມະນຸດ. ໃນວັນນີ້, ຄອບຄົວໃດກໍ່ຈັດພິທີບູຊາ ເພື່ອຕັກເຕືອນໃຫ້ລູກຫຼານຕ້ອງມີຄວາມກະຕັນຍູ, ເຮັດວຽກງານກຸສົນ. ດັ່ງນັ້ນພິທີບູຊາເທວະດາຜູ້ດູແລເຕົາໄຟ ໄດ້ກາຍເປັນຮີດຄອງປະເພນີທີ່ດີງາມຂອງຊາວຫວຽດນາມ.
ພິທີບູຊາເທວະດາຜູ້ດູແລເຕົາໄຟ
(ພາບ: Internet)
ຕາມຮີດຄອງປະເພນີຂອງຊາວຫວຽດນາມແລ້ວ, ຮອດວັນທີ 23/12 ໄລ່ຕາມຈັນທະປະຕິທິນຫວຽດນາມ, ຄອບຄົວໃດກໍ່ກະກຽມເຄື່ອງຂອງບູຊາ ເພື່ອສະແດງຄວາມເຄົາລົບນັບຖືຕໍ່ເທວະດາຜູ້ດູແລເຕົາໄຟ. ເຖິງວ່າເຄື່ອງຂອງບູຊາຂອງແຕ່ລະຄອບຄົວຈະມີຄວາມແຕກຕ່າງກັນກໍ່ຕາມ, ແຕ່ເຄື່ອງຂອງທີ່ຂາດບໍ່ໄດ້ນັ້ນແມ່ນ ເກີບ, ໝວກ, ປາໄນ ເພື່ອສົ່ງເທວະດາຜູ້ດູແລເຕົາໄຟຂື້ນຟ້າ, ດ້ວຍຄວາມຫວັງປີໃໝ່ຈະປະສົບຄວາມສະດວກສະບາຍ, ແລະ ຄວາມສະສະຫງົບສຸກ. ປ້າ ເຈິ່ນທິກີ່, ເມືອງລອງບຽນ, ຮ່າໂນ້ຍ ໃຫ້ຮູ້ວ່າ:
”ອີງຕາມຄວາມສາມາດຂອງແຕ່ລະຄອບຄົວເພື່ອຈັດພິທີ. ເຮົາຈັດພາເຂົ້າລວມມີເຂົ້າໜຽວ, ໄກ່ລວກ, ແກງ, ໝາກໄມ້, ໂສ້ງເສື້ອ 3 ຊຸດໃຫ້ເທວະດາຜູ້ດູແລເຕົາໄຟ. ກ່ຽວກັບເງິນຄຳເຄື່ອງຂອງດ້ວຍເຈ້ຍເງິນເຈ້ຍທອງສຳລັບຈູດບູຊາ, ພວກເຮົາບໍ່ຈູດຫຼາຍ ເພື່ອເປັນການປະຢັດ, ທັງຮັກສາສິ່ງແວດລ້ອມ.”
ເຈ້ຍເງິນ, ເຈ້ຍຄຳໃນພິທີບູຊາເທວະດາຜູ້ດູແລເຕົາໄຟ
(ພາບ: Internet)
ໃນວັດທະນະທຳທີ່ເປັນມູນເຊື້ອຂອງຊາດຫວຽດນາມ, ເຕົາໄຟມີຄວາມສຳຄັນພິເສດ. ແມ່ນແຫ່ງສະແດງຄວາມອົບອຸ່ນ, ສົມບູນພູນສຸກຂອງຄອບຄົວ. ເລື່ອງບູຊາເທວະດາຜູ້ດູແລເຕົາໄຟ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ເທວະດາຜູ້ທີ່ໄດ້ເບິ່ງແຍງ, ຄຸ້ມຄອງ, ຮັກສາການດຳເນີນຊີວິດຂອງຄອບຄົວ, ພ້ອມທັງຕັກເຕືອນໃຫ້ແຕ່ລະຄົນຈົ່ງມີຄວາມຮັບຜິດຊອບຕໍ່ຄອບຄົວຂອງຕົນກວ່າ. ຍ້ອນເຫດນັ້ນ, ສຳລັບຄອບຄົວປ້າ ຫງວຽນທິທັ້ງ, ເມືອງຮ່ວານກ໋ຽນ, ຮ່າໂນ້ຍ. ພິທີບູຊາເທວະດາຜູ້ດູແລເຕົາໄຟ ຍັງແມ່ນໂອກາດເພື່ອໃຫ້ບັນດາສະມາຊິກໃນຄອບຄົວມີຄວາມຕິດພັນກັບຄອບຄົວຂອງຕົນກວ່າອີກ.
”ຜູ້ເຖົ້າຜູ້ແກ່ເຄີຍເວົ້າວ່າ, ໃນມື້ນັ້ນເທວະດາຜູ້ດູແລເຕົາໄຟຈະລາຍງານທຸກສິ່ງທຸກຢ່າງໃນຕະຫຼອດປີຂອງຄອບຄົວ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຄອບຄົວເຕົ້າໂຮມກັນໃນວັນທ້າຍປີ. ຜ່ານພິທີບູຊາຈະສຶກສາໃຫ້ລູກຫຼານຂອງຕົນເຮັດວຽກງານທີ່ດີ ເພື່ອກ້າວເຂົ້າສູ່ປີໃໝ່ຈະມີໂຊກລາບດີກວ່າປີເກົ່າ”.
ໝວກເທວະດາຜູ້ດູແລເຕົາໄຟ
(ພາບ: Internet)
ຢູ່ລຽບຕາມສອງຟາກຖະໜົນຮ່າງມ້າ, ເມືອງຮ່ວານກ໋ຽມ ເຂົາເຈົ້າຂາຍເຄື່ອງບູຊາທີ່ມີຫຼາຍຮູບຫຼາຍແບບດ້ວຍສີສັນຫຼາກຫຼາຍ. ເພື່ອກະກຽມໃຫ້ພິທີສົ່ງເທວະດາຜູ້ດູແລເຕົາໄຟຂື້ນຟ້າໃຫ້ລອບຄອບຖີ່ຖ້ວນ, ເອື້ອຍ ບຸ່ຍບິກຖູຍ, ເມືອງລອງບຽນ, ຮ່າໂນ້ຍ ໄດ້ຊື້ເຄື່ອງບູຊາອັນຈຳເປັນຫຼາຍຢ່າງ:
“ຂ້າພະເຈົ້າເຫັນວ່າຕະຫຼາດຂາຍເຄື່ອງຂອງບູຊາດ້ວຍເຈ້ຍອຸດົມສົມບຸນທີ່ສຸດ, ມີຫຼາຍປະເພດເພື່ອໃຫ້ພວກເຮົາເລືອກຊື້ຕາມຄວາມຕ້ອງການຂອງຕົນ. ຂ້າພະເຈົ້າຈະຊື້ໝວກເທວະດາຜູ້ດູແລເຕົາໄຟ, ຈັດພາເຂົ້າ ແລ້ວຈູດເຄື່ອງຂອງດ້ວຍເຈ້ຍເພື່ອສົ່ງເທວະດາຜູ້ດູແລເຕົາໄຟຂຶ້ນຟ້າ“.
ປາໄນໃນພິທີບູຊາເທວະດາຜູ້ດູແລເຕົາໄຟ
(ພາບ: Internet)
ຕາມປ້າ ໂດລານເຟືອງ, ຢູ່ສູນຄົ້ນຄ້ວາວັດທະນະທຳ ແລະ ພັດທະນາແລ້ວ, ປະຈຸບັນຍ້ອນເງື່ອນໄຂເສດຖະກິດຂອງຫຼາຍຄົນແມ່ນດີພໍສົມຄວນ, ດັ່ງນັ້ນເຂົາເຈົ້າກໍ່ກະກຽມຈັດພິທີບູຊາເທວະດາຜູ້ດູແລເຕົາໄຟຢ່າງລະອຽດ ແລະ ເຖິງຖອງກວ່າ. ແຕ່ການຊື້ເຄື່ອງຂອງບູຊາຄວນປະຢັດ, ບໍ່ໃຫ້ຟູມເຟືອຍ, ປ້າ ໂດລານເຟືອງແບ່ງປັນວ່າ:
”ເລື່ອງບູຊາເທວະດາຜູ້ດູແລເຕົາໄຟບໍ່ອີງໃສ່ເຄື່ອງຂອງບູຊາ, ຫາກແມ່ນຈິດໃຈຂອງຜູ້ຈັດພິທີ, ເພາະວ່າພິທີນີ້ມີລັກສະນະເປັນສັນຍາລັກເທົ່ານັ້ນ, ດັ່ງນັ້ນສິ່ງສຳຄັນແມ່ນຕ້ອງມີແນວຄິດ, ຈິດໃຈຄືແນວໃດເມື່ອຈັດພິທີດັ່ງກ່າວ”.
ປະເພນີບູຊາເທວະດາຜູ້ດູແລເຕົາໄຟ, ກໍ່ຄືບັນດາປະເພນີທີ່ດີງາມອື່ນໆຂອງຊາດ ຍາມໃດກໍ່ເຮັດໃຫ້ທຸກຄົນມຸ່ງໄປສູ່ສິ່ງທີ່ດີກວ່າ. ໃນຕະຫຼອດປີ, ທຸກຄົນຕ່າງກໍ່ພະຍາຍາມເຮັດວຽກງານທີ່ດີ, ດຳລົງຊີວິດດ້ວຍຄວາມຖືກຕ້ອງປອງດອງ, ອົບອູ່ນ ແລະ ມານະພະຍາຍາມພັດທະນາເສດຖະກິດຄອບຄົວ, ລ້ຽງດູລູກຫຼານໃຫ້ເປັນລູກຄຳຮູ້. ພິທີບູຊາເທວະດາຜູ້ດູແລເຕົາໄຟ ຍັງແມ່ນໂອກາດເພື່ອສະແດງຄວາມມຸ່ງຫວັງອັນດີງາມຂອງຄອບຄົວ, ປະຊາຄົມ ແລະ ປະເທດຊາດໃນລະດູບານໃໝ່.