ປະ​ສິດ​ທິ​ຜົນ​ຂອ​ງ​ຮູບ​ແບບ “ຂໍ້​ມູນຂ່າວສານ​ຊາຍ​ແດນ​​ດີ​ຈີ​ຕອນ” ຢູ່​ ລ້າງ​ເຊີນ

(VOVWORLD) - ໂດຍປະຕິບັດມະຕິສະບັບເລກທີ 57 ຂອງກົມການເມືອງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດຢ່າງບຸກທະລຸ ແຕ່ເດືອນ ເມສາ 2025, ປ້ອມປ້ອງກັນຊາຍແດນ ບັກຊາ, ແຂວງ ລ້າງເຊີນ ໄດ້ປະດິດຄິດສ້າງຜັນຂະຫຍາຍຮູບແບບ “ຂໍ້ມູນຂ່າວສານຊາຍແດນດີຈີຕອນ”. ຜ່ານການຜັນຂະຫຍາຍມາເຄິ່ງປີ, ຮູບແບບນີ້ໄດ້ພິສູດໃຫ້ເຫັນວ່າ ນີ້ບໍ່ພຽງແຕ່ແມ່ນມາດຕະການເຕັກໂນໂລຢີເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມເປັນເຈົ້າການຂອງກຳລັງປ້ອງກັນຊາຍແດນໃນວຽກງານໂຄສະນາເຜີຍແຜ່ສຶກສາອົບຮົມກ່ຽວກັບກົດໝາຍໃຫ້ແກ່ປະຊາຊົນ, ສ້າງເຂດຊາຍແດນສະຫງົບປອດໄພ.

 
ປະ​ສິດ​ທິ​ຜົນ​ຂອ​ງ​ຮູບ​ແບບ “ຂໍ້​ມູນຂ່າວສານ​ຊາຍ​ແດນ​​ດີ​ຈີ​ຕອນ” ຢູ່​ ລ້າງ​ເຊີນ - ảnh 1ປ້ອມປ້ອງກັນຊາຍແດນ ບັກຊາ ເປີດໂຕຮູບແບບ "ຂໍ້ມູນຊາຍແດນດີຈີຕອນ" (ພາບ: VOV)

ປ້ອມປ້ອງກັນຊາຍແດນ ບັກຊາ ຄຸ້ມຄອງເສັ້ນຊາຍແດນຕິດຈອດກັບຈີນ ທີ່ມີຄວາມຍາວກວ່າ 33 ກິໂລແມັດ, ດ້ວຍພູມສັນຖານທີ່ເປັນພູສູງ, ປະຊາຊົນດຳລົງຊີວິດແບບກະແຈກກະຈາຍ, ໃນເນື້ອທີ 1 ຕາລາງກິໂລແມັດ ມີພຽງແຕ່ກວ່າ 10 ຄົນດຳລົງຊີວິດ. ປະຊາຊົນສ່ວນໃຫຍ່ຢູ່ທີ່ນີ້ແມ່ນຊາວເຜົ່ານຸ່ງ, ຊີວິດສ່ວນໃຫຍ່ອີງໃສ່ເຄື່ອງປ່າຂອງດົງ ແລະ ບໍ່ຄ່ອຍມີເງື່ອນໄຂເຂົ້າຮ່ວມການດຳເນີນຊີວິດແບບຊຸມຊົນ. ສິ່ງດັ່ງກ່າວໄດ້ເຮັດໃຫ້ວຽກງານໂຄສະນາຕາມແບບເກົ່າປະສົບກັບອຸປະສັກຫຼາຍຢ່າງ, ເຮັດໃຫ້ປະສິດທິຜົນຂອງການໂຄສະນາຍັງບໍ່ທັນສູງ.  ໃນຂະນະນັ້ນ, ຢູ່ເຂດນີ້ຍັງຊ້ອນແຝງຄວາມສ່ຽງຖືກກຸ່ມຄົນບໍ່ດີສວຍໃຊ້ເພື່ອໂຄສະນາ, ຍຸແຍ່ແກ່ດຶງ, ລະເມີດຂໍ້ກຳນົດກ່ຽວກັບຊາຍແດນ.

ຕໍ່ສະພາບການນັ້ນ, ປ້ອມປ້ອງກັນຊາຍແດນ ບັກຊາ ໄດ້ເປັນເຈົ້າການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ສ້າງຮູບແບບ “ຂໍ້ມູນຂ່າວສານຊາຍແດນດີຈີຕອນ”. ຈຸດປະສົງຂອງຮູບແບບດັ່ງກ່າວແມ່ນເພື່ອແນໃສ່ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານໂຄສະນາຂໍ້ກຳນົດກົດໝາຍກ່ຽວກັບຊາຍແດນ ແລະ ໂຄສະນາວັດທະນະທຳທ້ອງຖິ່ນໄປເຖິງປະຊາຊົນ, ແຂກທ່ອງທ່ຽວຢ່າງວ່ອງໄວ ແລະ ຄົບຖ້ວນກວ່າ.

ແບບວິທີການເຄື່ອນໄຫວຂອງຮູບແບບ “ຂໍ້ມູນຂ່າວສານຊາຍແດນດີຈີຕອນ” ແມ່ນງ່າຍດາຍ ແລະ ເຂົ້າເຖິງງ່າຍ.

“ມື້ນີ້, ຂ້າພະເຈົ້າມາເຮັດລະບຽບການບໍລິຫານ, ແລ້ວທະຫານປ້ອງກັນຊາຍແດນກໍໄດ້ໃຫ້ຄຳແນະນຳ ແລະ ສະແກນລະຫັດ, ໃນນັ້ນ ມີຫຼາຍຄວາມຮູ້ກ່ຽວກັບກົດໝາຍທີ່ເປັນປະໂຫຍດ”.

“ຂ້າພະເຈົ້າເຫັນວ່າ ຮູບແບບນີ້ນຳໃຊ້ໄດ້ງ່າຍ, ພຽງແຕ່ສະແກນລະຫັດ QR ກໍສາມາດອັບເດດຂໍ້ມູນຂ່າວສານ, ຮູບພາບຂອງຕາແສງ, ຂອງທ້ອງຖິ່ນ ແລະ ຂອງປ້ອມປ້ອງກັນຊາຍແດນ”.

“ຂ້າພະເຈົ້າມັກຂີ່ລົດຂ້າມຊາຍແດນເປັນປະຈຳ. ບັນດາທະຫານປ້ອງກັນຊາຍແດນໄດ້ແນະນຳໃຫ້ຂ້າພະເຈົ້າສະແກນລະຫັດ QR ເພື່ອໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບກົດໝາຍຊາຍແດນຫຼາຍຂຶ້ນ, ໂດຍສະເພາະແມ່ນບໍ່ຂົນສົ່ງສິນຄ້າທີ່ຖືກເກືອດຫ້າມ, ລະເມີດກົດໝາຍ. ບັນດາເນື້ອໃນກະທັດລັດ, ເຂົ້າໃຈໄດ້ງ່າຍ, ເຂົ້າເຖິງໄດ້ຢ່າງງ່າຍດາຍ ແລະ ສອດຄ່ອງກັບຄວາມຮັບຮູ້ຂອງປະຊາຊົນ”.

ປະ​ສິດ​ທິ​ຜົນ​ຂອ​ງ​ຮູບ​ແບບ “ຂໍ້​ມູນຂ່າວສານ​ຊາຍ​ແດນ​​ດີ​ຈີ​ຕອນ” ຢູ່​ ລ້າງ​ເຊີນ - ảnh 2ປ້ອມປ້ອງກັນຊາຍແດນ ບັກຊາສົມທົບກັບຄະນະກຳມະການປະຊາຊົນ ຕາແສງ ກຽນໂມກ ຕິດລະຫັດ QR ຢູ່ຫຼາຍບ່ອນເພື່ອໃຫ້ປະຊາຊົນສະດວກໃນການນຳໃຊ້ (ພາບ: VOV)

ທ່ານພັນຕີ ຮວ່າງງອກຮວັນ, ຜູ້ຮັບຜິດຊອບການເມືອງປ້ອມປ້ອງກັນຊາຍແດນ ບັກຊາ, ໃຫ້ຮູ້ວ່າ ຮູບແບບ “ຂໍ້ມູນຂ່າວສານຊາຍແດນດີຈີຕອນ” ແມ່ນຂໍ້ລິເລີ່ມຂອງຂະບວນການແຂ່ງຂັນປະຕິຮູບເຕັກນິກ, ຍົກສູງຄຸນນະພາບຂອງວຽກງານຄຸ້ມຄອງດ່ານ ແລະ ຄຸ້ມຄອງຊາຍແດນ.

“ຜ່ານການຜັນຂະຫຍາຍປະຕິບັດ, ຮູບແບບຂໍ້ມູນຂ່າວສານຊາຍແດນດີຈີຕອນ ເຄື່ອນໄຫວໄດ້ເປັນຢ່າງດີ, ຮັບປະກັນລັກສະນະເປັນປົກກະຕິ. ປະຊາຊົນເຂດຊາຍແດນ ແລະ ແຂກທ່ອງທ່ຽວຈາກທົ່ວທຸກສາລະທິດສາມາດເຂົ້າຊອກຮູ້ກ່ຽວກັບບັນດາຂໍ້ມູນຂ່າວສານກ່ຽວກັບຊາຍແດນ, ປ້ອງກັນຊາຍແດນ. ຮູບແບບນີ້ໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃນວຽກງານການໂຄສະນາ ແລະ ໄດ້ຮັບການທະວີຄູນໃນກຳລັງທະຫານປ້ອງກັນຊາຍແດນແຂວງ ລ້າງເຊີນ ເພື່ອຜັນຂະຫຍາຍປະຕິບັດ”.

ເພື່ອໃຫ້ປະຊາຊົນຮູ້ຈັກເຖິງຮູບແບບດັ່ງກ່າວຫຼາຍຂຶ້ນ, ປ້ອມປ້ອງກັນຊາຍແດນ ບັກຊາ ໄດ້ສົມທົບກັບຄະນະກຳມະການປະຊາຊົນຕາແສງ ກຽນມົກ ຕິດລະຫັດ QR ຢູ່ຫຼາຍສະຖານທີ່ສາທາລະນະ ແລະ ມີປະຊາຊົນນັບພັນເທື່ອຄົນນຳໃຊ້ຮູບແບບນີ້. ປ້າ ຫມ໋າທິຫ່ຽນ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ກຽນມົກ, ໃຫ້ຮູ້ວ່າ:

“ເມື່ອປະຕິບັດຮູບແບບນີ້, ຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ຮ່ວມແຮງຮ່ວມໃຈຮຽງບ່າຮຽງໄຫຼ່ພ້ອມກັບພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ບັກຊາ. ແຕ່ລະໜ່ວຍປະຕິບັດງານໄດ້ລົງໄປຮອດບ້ານ, ແນະນຳວິທີສະແກນລະຫັດ, ກົດເຂົ້າ link ໃຫ້ພໍ່ແມ່ປະຊາຊົນເພື່ອຊອກຮູ້ກ່ຽວກັບຂໍ້ມູນ, ກຳໄດ້ບັນດາເອກະສານນິຕິກຳກ່ຽວກັບກົດໝາຍ”.

ຮູບແບບ “ຂໍ້ມູນຂ່າວສານຊາຍແດນດີຈີຕອນ” ຜັນຂະຫຍາຍຢູ່ປ້ອມປ້ອງກັນຊາຍແດນ ບັກຊາ ໄດ້ນຳມາເຊິ່ງປະສິດທິຜົນຢ່າງຈະແຈ້ງໃນວຽກງານບໍລິຫານ, ປັກປັກຮັກສາຊາຍແດນ. ຮູບແບບດັ່ງກ່າວໄດ້ກາຍເປັນຊ່ອງຂໍ້ມູນຂ່າວສານທີ່ມີປະໂຫຍດ ແລະ ມີຊີວິດຊີວາ ຊ່ວຍໃຫ້ພໍ່ແມ່ປະຊາຊົນເປັນເຈົ້າການຊອກຮູ້ນະໂຍບາຍ, ກົດໝາຍກ່ຽວກັບຊາຍແດນ, ພ້ອມທັງໂຄສະນາວັດທະນະທຳ, ການທ່ອງທ່ຽວທ້ອງຖິ່ນໄປເຖິງແຂກທ່ອງທ່ຽວ, ປະກອບສ່ວນສ້າງເສັ້ນຊາຍແດນໝັ້ນຄົງເຂັ້ມແຂງ ແລະ ສະຫງົບສຸກ./.

ຕອບກັບ

ຂ່າວ/ບົດ​ອື່ນ