ນັກອອກແບບ Diego Cortizas del valle ກັບຊຸດເສື້ອຍາວຫວຽດນາມ
|
ນັກອອກແບບ Diego Cortizas del valle ຊາວແອດສປາຍຊຶ່ງແມ່ນຜູ້ຊ່ຽວຊານດ້ານ ອາພອນສະໄໝ, ທັງເປັນຜູ້ອຳນວຍການບໍລິສັດ ອາພອນສະໄໝ Chula, ໄດ້ຕົກລົງໄປດຳລົງຊີວິດຢູ່ແຫ່ງຫ່າງຈາກບ້ານເກີດເມືອງນອນນັບພັນ ກິໂລແມດ ພາຍຫຼັງໄດ້ມາຢ້ຽມຢາມຫວຽດນາມເປັນເວລາ 1 ເດືອນ ຍ້ອນເຫດຜົນ “ ຮັກຮ່າໂນ້ຍທີ່ສຸດ ” . ນັກອອກແບບ Diego Cortizas del valle ເວົ້າວ່າ :
“ Diego ມັກເຮັດວຽກຢູ່ຫວຽດນາມ. Diego ພ້ອມດ້ວຍພັນລະຍາຂອງຕົນມີລູກນຳກັນ 3 ຄົນ ຊ່ຶງລ້ວນແຕ່ກຳເນີດຢູ່ຮ່າໂນ້ຍ. ຄອບຄົວຂ້າພະເຈົ້າມັກກິນເຂົ້າຫວຽດນາມ, ໄປທ່ອງທ່ຽວຫ້າລອງ, ເກາະ ກາດບາ, ແຕ່ສຳລັບດ້ານພາສາຫວຽດ ແມ່ນຮຽນຍາກຫຼາຍ ”
ໂດຍໄດ້ນຳໃຊ້ພາສາກຶກ ເພື່ອພັນລະນາກ່ຽວກັບແຕ່ລະສັບພາສາຫວຽດ, ເຈົ້າຂອງບໍລິສັດ ອາພອນສະໄໝ Chula ທ່ານ Diego Cortizas del valle ຢາກສະແດງໃຫ້ເຫັນອາລົມຈິດຄວາມຮັກແພງຂອງທັງຄອບຕົວຕົນທີ່ມີຕໍ່ປະເທດຫວຽດນາມ, ພິເສດແມ່ນຮ່າໂນ້ຍ ຊຶ່ງແມ່ນແຫ່ງທີ່ທ່ານພ້ອມດ້ວຍພັນລະຍາ ຍ່າງເລາະຕາມຖະໜົນສາຍຕ່າງໆເພືອ່ຊອກຫາສິ່ງທີ່ເປັນເອກະລັກສະເພາະໃຫ້ແກ່ບັນດາຊຸດອາພອນຂອງຕົນ. Diego ເປີດເຜີຍວ່າ :
“ ພວກຂ້າພະເຈົ້າຢາກແນະນຳຄວາມງາມທັງໝົດຢູ່ຕາມຖະໜົນຫົນທາງຂອງຮ່າໂນ້ຍຜ່ານບັນດາຊຸດອາພອນສະໄໝຂອງຕົນ. ລູກຄ້າ ຂອງບໍລິສັດ ຈາກບັນດາໝູ່ເພື່ອນຕະຫຼອດຮອດແຂກທ່ອງທ່ຽວທີ່ມາຈາກປະເທດຕ່າງໆໃນໂລກ ມີຄວາມນິຍົມຊົມຊອບບັນດາຊຸດ ອາພອນທີ່ເຮັດດ້ວຍຜ້າແພຫວຽດນາມ, ພິເສດແມ່ນແພໄໝ. ນັ້ນແມ່ນແບບວິທີຂອງບໍລິສັດອາພອນສະໄໝ Chula ຊຶ່ງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານ ອາພອນສະໄໝທຸກຢ່າງຂອງລູກຄ້າຊາວຕ່າງປະເທດດ້ວຍບັນດາຜະລິດຕະພັນທີ່ເຂັ້ມຂົ້ນໄປດ້ວຍສີສັນຫວຽດນາມ ”
ໂດຍແມ່ນລູກຄ້າທີ່ຜູກພັນກັບບໍລິສັດ Chula ເປັນເວລາ 3 ປີແລ້ວ, ນາງ Carmelita ຊາວຟີລິບປິນ ບໍ່ສາມາດເຊື່ອງອຳຄວາມຊົມຊອບຂອງຕົນເມື່ອເຕື້ອງ
ເຖິງເຄື່ອງໝາຍການຄ້າ ອາພອນສະໄໝ ທີ່ລຶ້ງແກວນກັບຊາວຕ່າງປະເທດຫຼາຍຄົນຢູ່ຮ່າໂນ້ຍ. ນາງ Carmelita ເວົ້າວ່າ :
“ ບັນດາຊຸດ ອາພອນສະໄໝຂອງ ບໍລິສັດມີຄວາມເປັນເອກະລັກທີ່ສຸດ ແລະ ເປັນຕາເບິ່ງ ຊຶ່ງຖືກເຮັດເຮັດດ້ວຍຜ້າແພຫວຽດນາມ. ຂ້າພະເຈົ້າຊົມຊອບທ່ີ່ສຸດ. ເມື່ອໄປທ່ອງທ່ຽວ ຫຼື ກັບເມືອປະເທດ, ໝູ່ເພື່ອນຂ້າພະເຈົ້າມັກຖາມກ່ຽວກັບບັນດາຊຸດອາພອນທີ່ຂ້າພະເຈົ້າສັ່ງຊື້ຢູ່ບໍລິສັດ Chula. ຊ້ຳບໍໜຳເມື່ອຂ້າພະເຈົ້າຂີ່ເຮືອບິນ, ກໍຍັງມີແຂກໂດຍສານສົນໃຈເຖິງຊຸດອາພອນຂອງບໍລິສັດ Chula ”
ບໍ່ພຽງແຕ່ບັນດາຊຸດ ອາພອນສະໄໝເທົ່ານັ້ນ, ຢູ່ເຮືອນທີ່ເມືອງ ໄຕໂຮ່ ແຫ່ງທີ່ຄອບຄົວ ຂອງ Diego ພວມຢູ່ນັ້ນ ກໍເຕັມໄປດ້ວຍສີສັນຫວຽດນາມ. ຈາກກຸບໃບຕານ, ກະຈາດ, ຜ້າແພພື້ນເມືອງ, ຊຸດໂຕະຕັ່ງເຮັດດ້ວຍຫວາຍ.....
Diego ເປີດເຜີຍອີກວ່າ :
“ ທັດສະນີຍະພາບ, ສັດສາວາສິ່ງ, ມະນຸດ, ອາຫານການກິນ, ເຄື່ອງຫັດຖະກຳ, ຜ້າແພພື້ນເມືອງຫວຽດນາມ, ທັງໝົດເຫຼົ່ານັ້ນໄດ້ສ້າງຄວາມປະທັບໃຈໃຫ້ແກ່ພວກຂ້າພະເຈົ້າ. ວັດທະນະທຳຫວຽດນາມໄດ້ດຶງດູດໃຈພວກຂ້າພະເຈົ້າ. ເຖິງວ່າຫວຽດນາມຕັ້ງຢູ່ທະວີບອາຊີ ແລະ ແອດສປາຍຕັ້ງຢູ່ເອີລົບກໍຕາມ, ແຕ່ 2 ປະເທດຍັງຄົງມີຫຼາຍຈຸດຄ້າຍຄືກັນ, ນັ້ນແມ່ນຄວາມຮັກແພງໃນຄອບຄົວ, ການເບິ່ງແຍງລ້ຽງດູລູກເຕົ້າຂອງພໍ່ແມ່ ” .