ເມື່ອຮອດຍາມນ້ຳຂຶ້ນໃນເດືອນ 10 ແລະ 11 ແຕ່ລະປີ, ແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກພັດພາກັນມາທ່ອງທ່ຽວຢູ່ເຂດປ່າຄາມ ຈາຊື ທີ່ສະຫງົບງຽບ ແລະ ຂຽວງາມ. ປີນີ້ເຖິງວ່າ ນ້ຳຂຶ້ນບໍ່ສູງປານໃດກໍຕາມ, ແຕ່ກະແສນ້ຳຢູ່ຕອນເທິ່ງໄຫຼລົງມາ ກໍເຮັດໃຫ້ເຂດປ່າຄາມ ຈາຊື ທອດເງົາລົງສູ່ໜ້ານ້ຳທີ່ງາມຕາ. ການເດີນທາງລົງໄປແຂວງ ອານຢາງເພື່ອຢ້ຽມຊົມເຂດປ່າຄາມ ຈາຊືທີ່ມີລະບົບຊີວະພາບທີ່ເປັນເອກະລັກສະເພາະຢູ່ເຂດນ້ຳຖ້ວມທາງທິດຕາເວັນຕົກແມ່ນນ້ຳເຫົ້າ ໄດ້ສ້າງຂີດໝາຍພິເສດໃຫ້ແກ່ນັກທ່ອງທ່ຽວທັງຫຼາຍ.
ເຂດປ່າຄາມ ຈາຊື ຍາມນ້ຳຂຶ້ນ (ພາບ : docbao)
|
ປະຈຸບັນເສັ້ນທາງໄປຍັງເຂດປ່າຄາມ ຈາຊື ໄດ້ຮັບການປູຢາງສວຍງາມ. ເມື່ອໄປຮອດເຂດປ່າຄາມ ຈາຊື, ແຂກທັງຫຼາຍຈະເຫັນປະຈັກຕາມບັນດາບຶງດອກບົວທີ່ກ້ວາງໃຫຍ່, ແລະ ແຖວຕົ້ນໄມ້ຂຽວອຸ່ມທຸ່ມລຽບຕາມ 2 ຟາກທາງ ປຽບເໝືນພວມລໍ່ຖ້າຕ້ອນຮັບແຂກ, ອັນໄດ້ສ້າງຄວາມໃກ້ຊິດສະໜິດສະໜົມກັບແຂກ .
ດ້ວຍເນື້ອທີ່ ເກືອບ 850 ແຮັກຕາ, ເຂດປ່າຄາມ ຈາຊື ຖືກປົກຄຸມໄປດ້ວຍສີຂຽວຂອງຕົ້ນຄາມ. ຫຼຽວເບິ່ງລົງລຸ່ມແມ່ນໜ້ານ້ຳຖືກປົກຄຸມໄປດ້ວຍກຸ່ມແໜທີ່ກ້ວາງໃຫຍ່. ຍານພາຫະນະຢູ່ທີ່ນີ້ແມ່ນເຮືອໄມ້ນ້ອຍຖືກຕິດຈັກຕື່ມອີກ. ທ້າວ ຮີງແທງຕ້ວນ ຜູ້ຂັບເຮືອຢູ່ເຂດປ່າຄາມ ຈາຊື ໃຫ້ຮູ້ວ່າ :
“ ຂ້າພະເຈົ້າພາແຂກໄປທ່ອງທ່ຽວດ້ວຍເຮືອໄມ້ ໂດຍໃຊ້ເວລາປະມານ ກວ່າຊົວໂມງ. ຕອນເຊົ້າຮັບແຂກເວລາ 7 ໂມງ ແລະ ຮັບໃຊ້ແຂກຮອດ 17 ໂມງ. ນັ່ງເທິ່ງເຮືອແຂກທ່ອງທ່ຽວສາມາດຮັບຊົມທິດທັດທຳມະຊາດຢູ່ຫຼາຍບ່ອນທີ່ສວຍງາມ ”
ສ່ວນອ້າຍ ຫງວຽນາມຮ່າ ແຂກທ່ອງທ່ຽວມາຈາກຮ່າໂນ້ຍເປີດເຜີຍວ່າ :
“ ຂ້າພະເຈົ້າມັກທຳມະຊາດທີ່ສຸດ, ຂ້າພະເຈົ້າມີິເພື່ອນຄົນໜຶ່ງຢູ່ແຂວງ ອານຢາງ ມັກຖ່າຍຮູບ ກ່ຽວກັບທິດທັດຢູ່ເຂດປ່າຄາມ ຈາຊື, ແລ້ວກໍເອົາໄປແນະນຳທາງເຄືອຂ່າຍສັງຄົມ. ຂ້າພະເຈົ້າຍັງບໍ່ທັນມີໂອກາດໄປທ່ອງທ່ຽວຢູ່ເຂດປ່າຄາມ ຈາຊືເພາະວ່າຂ້າພະເຈົ້າຢູ່ພາກເໜືອ ແລະ ນີ້ແມ່ນເທື່ອທຳອິດທີ່ຂ້າພະເຈົ້າໄດ້ມານີ້ ”
ປະຊາຊົນທີ່ດຳລົງຊີວິດຢູ່ເຂດປ່າຄາມ ຈາຊືທັງປະກອບອາຊີບຂັບເຮືອ, ທັງແມ່ນຜູ້ນຳທ່ຽວ ເພື່ອແນະນຳຄວາມງາມຂອງເຂດປ່າຄາມ ຈາຊືໃຫ້ແຂກ. ເມື່ອເຮືອແລ່ນຊ້າ, ກໍຊ່ວຍໃຫ້ແຂກຮູ້ສຶກເຖິງບັນຍາກາດທີ່ສະຫງົບງຽບ, ໄດ້ຮັບຊົມຝູງນົກ, ນົກຍາງພວມຫາກິນ. ລຸງຫງວຽນວັນເລີມ ດຳລົງຊິວິດຢູ່ບໍລິເວນປ່າຄາມ ຈາຊື ໃຫ້ຮູ້ວ່າ :
“ ບໍລິເວນນີ້ ຖືກອ້ອມຮອບດ້ວຍຄັນຄູ ແລະ ມີນ້ຳຕະຫຼອດປີ, ມື້ໃດໃນປີກໍສາມາດຕ້ອນຮັບແຂກໄດ້ໝົດ. ປາໃນເຂດນີ້ແມ່ນຫຼາຍທີ່ສຸດ ແລະ ມີນາໆຊະນິດຊຶ່ງໄດ້ຮັບການອະນຸລັກຮັກສາ, ຫ້າມ ບໍ່ໄດ້ຈັບຫາຢ່າງເດັດຂາດ. ສຳລັບນົກຍາງກໍບໍ່ໄດ້ຈັບ. ເຮັດໄດ້ເຊັ່ນນັ້ນ ກໍເພື່ອຮັກສາສະພາບແວດລ້ອມຊີວະພາບ. ງູ, ງູເຫຼື້ອມ, ເຕົາ ຢູ່ເຂດນີ້ຫຼາຍທີ່ສຸດ ”.
ດ້ວຍລະບົບຊີວະນາໆພັນພ້ອມກັບຄວາມງາມຂອງທິວທັດໂດຍທຳມະຊາດດົນບັນດານໃຫ້ນັ້ນ, ເຂດປ່າຄາມ ຈາຊື ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ.