(VOVWORLD) - ເປັນຄັ້ງທຳອິດໃນປະຫວັດສາດ, ໂຮງລະຄອນໃຫຍ່ ຮ່າໂນ້ຍ ໄດ້ປິດເວທີສະແດງປະຈຳວັນໄວ້ ເພື່ອກາຍເປັນເວທີຂອງຕົວເອງ. ພື້ນທີ່ທັງໝົດນັບແຕ່ຫ້ອງໂຖງຕ້ອນຮັບແຂກ, ຂັ້ນໄດ, ຫ້ອງຜູ້ຊົມ ຕະຫຼອດຮອດ ເພດານ ລ້ວນແຕ່ໄດ້ “ຈັດແຈງເອຢ້ອງ - ປຸກລຸກ” ດ້ວຍລະບົບແສງສີສຽງແລະ ຮູບພາບ , ຫວນຄືນຄວາມຊົງຈຳຂອງກວ່າ 1 ສະຕະວັດແຫ່ງມໍລະດົກສະຖາປັດຕະຍາກຳທີ່ເປັນເອກະລັກນີ້. ໃນແຕ່ລະຂອບພາບແສງສີ, ແຕ່ລະຈັງຫວະທຳນອງ ໄດ້ເຮັດໃຫ້ຜູ້ຊົມສາມາດຄຳນຶງເຖິງຄວາມຊົງຈຳກ່ຽວກັບນະຄອນຫຼວງ ຮ່າໂນ້ຍ. ໂຄງການ “115 ປີ ໂຮງລະຄອນ ເລົ່າເລື່ອງ - ມໍລະດົກທີ່ເວົ້າອອກດ້ວຍແສງສີສຽງ ແລະ ເຕັກໂນໂລຢີ” ແມ່ນຮູບແບບນຳໜ້າໃນການເລົ່າເລື່ອງມໍລະດົກດ້ວຍເຕັກໂນໂລຢີ, ໂດຍພິສູດໃຫ້ເຫັນວ່າ ການອະນຸລັກບໍ່ພຽງແຕ່ແມ່ນການຮັກສາເທົ່ານັ້ນ, ຫາກຍັງເຮັດໃຫ້ຄຸນຄ່ານັ້ນໄດ້ມີຊີວິດຂຶ້ນມາຄືນໃໝ່ ແລະ ແຜ່ກະຈາຍດ້ວຍນະວັດຕະກຳດີຈີຕອນອີກດ້ວຍ.
ແຂກຄົນລຽນແຖວເຂົ້າມາຊົມຄວາມງາມຂອງໂຮງລະຄອນໃຫຍ່ (ພາບ: ຄະນະຈັດຕັ້ງ) |
ເຂົ້າຮ່ວມໂຄງການນີ້, ຜູ້ຊົມບໍ່ໄດ້ນັ່ງຢູ່ແຖວຕັ່ງສີແດງ ແຕ່ໄດ້ກາຍເປັນຕົວລະຄອນໃນບັນດາເລື່ອງລາວຕ່າງໆໃນງານວາງສະແດງ. ທ່ານ ໂງຊວນມິງ, ຜູ້ອຳນວຍການ Hexogon Vietnam, ເຊິ່ງເປັນຄູ່ຮ່ວມມືກັບໂຮງລະຄອນໃຫຍ່ໃນໂຄງການນີ້, ແບ່ງປັນວ່າ:
“ໂຮງລະຄອນໃຫຍ່ແມ່ນຂົວຕໍ່ແຫ່ງສິລະປະຂອງ ຮ່າໂນ້ຍ ກໍຄືຂອງ ຫວຽດນາມ. ເມື່ອໄດ້ຍິນຂ່າວວ່າ ໂຮງລະຄອນໃຫຍ່ຈະປິດປະຕູ 2 ປີ, ຂ້າພະເຈົ້າກໍເກີດມີແນວຄວາມຄິດໃຫ້ແກ່ໂຄງການນີ້ ແລະ ເຊີນທິມງານທັງຢູ່ພາກເໜືອ ແລະ ພາກໃຕ້ພ້ອມກັນປະຕິບັດ. ທິມງານພວກຂ້າພະເຈົ້າປາດຖະໜາວ່າ ຜູ້ຊົມ, ແຂກທ່ອງທ່ຽວທີ່ມານີ້ຈະມີໂອກາດເຂົ້າໃຈແຈ້ງກວ່າກ່ຽວກັບປະວັດສາດຂອງກິດຈະກຳທີ່ມີລັກສະນະເປັນສັກຍະລັກນີ້ອີກດ້ວຍ”.
ໂຄງການໝູນໃຊ້ເຕັກໂນລຢີເຂົ້າໃນການສະແດງແບບກ້າວໜ້າຄືດັ່ງລະບົບສາຍແສງສີ 3D mapping, hologram, ສະເໝືອນຈິງ (AR), ສີສະປະເລົ່າເລື່ອງ (storytelling) ຫຼາຍມູມມອງ ຫຼາຍແບບ ຫຼາຍເວລາ, graphics ທີ່ເຄື່ອນໄຫວ (Motion Graphics), ສຽງກະຈາຍອອກຈາກຫຼາຍສົ້ນ ໄດ້ແນະນຳຕະຫຼອດໄລຍະ 115 ປີ ແຫ່ງການເຄື່ອນໄຫວຂອງໂຮງລະຄອນໃຫຍ່ ແລະ ບັນດາຂີດໝາຍປະຫວັດສາດທີ່ໜ້າຈື່ຈຳຂອງນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນບາດກ້າວສຳຄັນໃນການໝູນໃຊ້ເຕັກໂນໂລຢີເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກ. ທ່ານ ຈູແອັງຮຸ່ງ, ຮອງຜູ້ອຳນວຍການໂຮງລະຄອນໃຫຍ່ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ໂຄງການຄັ້ງນີ້, ພວກຂ້າພະເຈົ້າໄດ້ນຳໃຊ້ເຄື່ອງສາຍທັນສະໄໝຫຼາຍກວ່າ 30 ເຄື່ອງ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າຍັງມີການປະສານສົມທົບກັບທິມງານຂອງ ຝລັ່ງ ອີກດ້ວຍ. ນີ້ແມ່ນໜຶ່ງໃນບັນດາການລົງຕົວຈິງທີ່ພິເສດທີ່ສຸດ ເຊິ່ງໃນໄລຍະນັບຮ້ອຍປີຜ່ານມາຍັງບໍ່ທັນເຄີຍມີຢູ່ໂຮງລະຄອນຢູ່ ຫວຽດນາມ. ດ້ວຍ 3D maping, ແສງສີ ກໍຄືດົນຕີ… ຈະເຮັດໃຫ້ຜູ້ຊົມມີຄວາມຕື່ນຕາຕື່ນໃຈ".
ຮູບຈຳລອງຂອງໂຮງລະຄອນໃຫຍ່ ຮ່າໂນ້ຍ ໄດ້ຮັບການວາດພາບຄືນຢ່າງພິຖີພິຖັນ(ພາບ: ຄະນະຈັດຕັ້ງ) |
115 ປີ ໂຮງລະຄອນເລົ່າເລື່ອງ - ມໍລະດົກທີ່ເວົ້າອອກດ້ວຍແສງສີ ແລະ ເຕັກໂນໂລຢີ” ລວມມີ 4 ພາກ, ໂດຍໄດ້ຫວນຄືນໄລຍະ 115 ປີແຫ່ງວິວັດການຂອງໂຮງລະຄອນໃຫຍ່ ຮ່າໂນ້ຍ, ເຊື່ອມຕໍ່ອະດີດຕະການກັບປັດຈຸບັນ ແລະ ອະນາຄົດ. ທ່ານ ເລງອກກຸຍ ຜູ້ກຳກັບປະດິດສ້າງທີ່ເຄີຍເຂົ້າຮ່ວມງານບຸນແສງສີ ມົດສະກູ (ລັດເຊຍ), ບັນດາໂຄງການຢູ່ຫໍພິພິທະພັນ Louvre (ຝລັ່ງ)… ແລະ ຄັ້ງນີ້ໄດ້ປະຕິບັດຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ແບ່ງປັນວ່າ:
“ເພື່ອວາດພາບຄືນໄລຍະ 115 ປີ ໂຮງລະຄອນໃຫຍ່ ຮ່າໂນ້ຍ ເຂົ້າໃນກິດຈະກຳລົງຕົວຈິງນັ້ນ ຕ້ອງມີເອກະສານປະຫວັດສາດ, ເລື່ອງລາວທີ່ກ່ຽວຂ້ອງເຖິງໂຮງລະຄອນໃຫຍ່ເປັນຈຳນວນຫຼາຍ ໂດຍສະເພາະແມ່ນເລື່ອງລາວທີ່ບໍ່ເຄີຍໄດ້ເລົ່າ. ທິມງານພວກຂ້າພະເຈົ້າໄດ້ຕິດສິນໃຈສ້າງ 4 ເສົາຫຼັກເນື້ອໃນປິ່ນອ້ອມມໍລະດົກສະຖາປັດຕະຍາກຳ, ຮ່ອງຮອຍປະຫວັດສາດ, ເລື່ອງລາວສິລະປະ ແລະ ຫົວໃຈຮ່າໂນ້ຍ ເພື່ອໃນເວລາ 1 ຊົ່ວໂມງເຄິ່ງ ຜູ້ຊົມສາມາດຮູ້ສຶກ ແລະ ເຂົ້າໃຈໄດ້ເຖິງຄວາມໝາຍຂອງໂຮງລະຄອນໃນກະແສຂອງຍຸກສະໄໝອີກດ້ວຍ”.
ໂຄງການ 115 ໂຮງລະຄອນໃຫຍ່ ຮ່າໂນ້ຍ ແມ່ນໂຄງການນຳໜ້າການເລົ່າເລື່ອງດ້ວຍແສງສີສຽງ ແລະ ເຕັກໂນໂລຢີ (ພາບ: ຄະນະຈັດຕັ້ງ) |
ເມື່ອເຂົ້າຮ່ວມກິດຈະກຳລົງຕົວຈິງ “115 ປີໂຮງລະຄອນເລົ່າເລື່ອງ - ມໍລະດົກທີ່ເວົ້າອອກດ້ວຍແສງສີ ແລະ ເຕັກໂນໂລຢີ”, ຜູ້ຊົມ ແລະ ແຂກທ່ອງທ່ຽວ ບໍ່ພຽງແຕ່ໄດ້ຮັບຊົມເທົ່ານັ້ນ ຫາກຍັງໄດ້ເຊື່ອມຕົວເຂົ້າກັບພື້ນທີ່ສິລະປະທີ່ລະຫຍິບລະຫຍັບ, ເຕັມໄປດ້ວຍສີສັນ; ໄດ້ຄົ້ນຫາປະຫວັດສາດ ແລະ ຮ່ອງຮອຍປະດິດຄິດສ້າງສິລະປະຂອງນະຄອນຫຼວງ ຮ່າໂນ້ຍ ໃນຕະຫຼອດໄລຍະກວ່າ 100 ປີຜ່ານມາ ດ້ວຍພາສາຂອງຍຸກສະໄໝດີຈີຕອນອີກດ້ວຍ. ມີເພື່ອນໜຸ່ມຫຼາຍຄົນມີຄວາມກະຕືລືລົ້ນ ແລະ ຕື້ນຕັນໃຈເມື່ອໄດ້ໄປໂຄງການທີ່ເຕັມໄປດ້ວຍຄວາມຈັບອົກຈັບໃຈນີ້:
“ໄປຊົມແຕ່ຕົ້ນຈົນຈົບ ຂ້າພະເຈົ້າຮູ້ສຶກວ່າ ສຸດຍອດຫຼາຍ ນັບແຕ່ແສງສີ ຕະຫຼອດຮອດເນື້ອໃນ, ໄດ້ພາຜູ້ຊົມໄປແຕ່ເຂດນີ້ຫາເຂດອື່ນ ກໍຄືສະໄໝນີ້ໄປສູ່ສະໄໝອື່ນ, ແຕ່ລະເຂດ, ແຕ່ລະພື້ນທີ່ແມ່ນເລື່ອງລາວທີ່ບໍ່ຄືກັນ. ພິເສດແມ່ນແມ່ນເມື່ອດຶງຜ້າກັ້ງອອກ ຜູ້ຊົມຈະເຫັນພື້ນທີ່ທັງໝົດຂອງຫ້ອງຜູ້ຊົມ, ແສງສີ ແລະ ຄວາມຮູ້ສຶກທີ່ເປັນສິລະປະ".
“ນີ້ແມ່ນການປະສົມປະສານລະຫວ່າງຮູບພາບ, ສຽງ ແລະ ແສງສີ ພ້ອມດ້ວຍຄົບທຸກອິນຊີ. ນີ້ແມ່ນເຫດການທີ່ຄັກຫຼາຍ, ສະແດງໃຫ້ເຫັນການພັດທະນາຂອງເຕັກໂນໂລຢີປະສານສົມທົບກັບສິລະປະ”.
ດ້ວຍການປະສົມປະສານຂອງແສງສີ, ສຽງ ແລະ ເຕັກໂນໂລຢີ, ງານວາງສະແດງ “115 ປີ ໂຮງລະຄອນໃຫຍ່ ຮ່າໂນ້ຍ - ເລົ່າເລືອງດ້ວຍແສງສີ ແລະ ເຕັກໂນໂລຢີ” ໄດ້ນຳມາເຊິ່ງວິທີການສຳຜັດທີ່ໃໝ່ອ່ຽມໃຫ້ແກ່ກິດຈະກຳສະຖາປັດຕະຍາກຳທີ່ເຕັມໄປດ້ວຍຮ່ອງຮອຍປະຫວັດສາດ ແລະ ເປັນສັນຍະລັກວັດທະນະທຳຂອງນະຄອນຫຼວງ. ກ່ອນຈຸດເວລາບູລະນະໃນປີ 2026, ເຫດການນີ້ແມ່ນໂອກາດເພື່ອໃຫ້ມວນຊົນໄດ້ເຂົ້າໄປໂຮງລະຄອນໃຫຍ່, ຮັບຟັງເລື່ອງລາວຂອງກວ່າ 1 ສະຕະວັດຕາມແບບວິທີທີ່ແປກໃໝ່./.