(VOVWORLD) - ໃນຊຸມປີມໍ່ໆມານີ້, ການດຳລົງຊີວິດຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ແຂວງ ກວ໋າງຈິມີການປ່ຽນແປງໃຫຍ່ຫຼາຍຢ່າງ. ນອກຈາກພັດທະນາໃນຊີວິດດ້ານເສດຖະກິດ, ວັດທະນະທຳແລ້ວ, ມີຫຼາຍຮູບແບບດຳເນີນທຸລະກິດເຂດພູສູງກໍ່ໄດ້ສ້າງຕັ້ງຂຶ້ນ. ເພື່ອບັນລຸໄດ້ໝາກຜົນນີ້ ແມ່ນຍ້ອນມີໂຄງການ “ໜູນຊ່ວຍການກໍ່ສ້າງຮູບແບບການຄ້າສອງສົ້ນແນໃສ່ຊຸກຍູ້ການຊົມໃຊ້ຜະລິດຕະພັນເຂດຊົນເຜົ່າສ່ວນໜ້ອຍ, ເຂດພູສູງ ແລະ ສະໜອງສິນຄ້າທີ່ຈຳເປັນໃຫ້ແກ່ທ້ອງຖິ່ນ”.
ຊາວເຜົ່າເວິນກຽວ ຢູ່ຕາແສງ ບາເຕິ່ງໄປເກັບໜໍ່ໄມ້ປ່າ (ພາບ: VOV)
|
ປ່າວົງຄະນະຍາດຂອງບ້ານ ບາເຕິ່ງ, ຕາແສງ ອາເຢີຍ, ແຂວງ ກວ໋າງຈິ (ໃນເມື່ອກ່ອນແມ່ນຕາແສງ ບາເຕິ່ງ, ເມືອງ ເຮືອງຮວ້າ, ແຂວງ ກວ໋າງຈິ) ມີໜໍ່ໄມ້ຫຼາຍຊະນິດ ຄື: ອາຮໍ, ອາເລ, ບາດໂດະ. ປີ 2023, ໜ່ວຍຮ່ວມມື ບາເຕິ່ງ ໄດ້ສ້າງຕັ້ງຂຶ້ນດ້ວຍສະມາຊິກ 16 ຄົນ, ສ່ວນຫຼາຍແມ່ນແມ່ຍິງທຸກຍາກຊາວເຜົ່າສ່ວນໜ້ອຍ ເວິນກ່ຽວ ຢູ່ບ້ານ ບາເຕິ່ງ. ນັບແຕ່ດຳເນີນການເຄື່ອນໄຫວ, ໜ່ວຍຮ່ວມມືໄດ້ຊ່ວຍຍົກສູງມູນຄ່າຂອງໜໍ່ໄມ້ປ່າ ແລະ ຜະລິດຕະພັນພິເສດຫຼາຍຊະນິດຂອງທ້ອງຖິ່ນຄື: ພິກໄທປ່າ, ໝາກເຜັດປ່າ… ເອື້ອຍ ໂຮ່ທິເຍີ່, ຢູ່ບ້ານ ບາເຕິ່ງ, ຕາແສງ ອາເຢີຍ, ແຂວງ ກວ໋າງຈິ ໃຫ້ຮູ້ວ່າ:
ນັບແຕ່ເວລາມີສະຫະກອນ, ແນວຄິດກຽວກັບການສ້າງເສດຖະກິດຂອງພໍ່ແມ່ປະຊາຊົນກໍ່ມີການປ່ຽນແປງຫຼາຍຢ່າງ, ປັດຈຸບັນເນື້ອທີ່ເຮັດໄຮ່ເຮັດນາກໍ່ໜ້ອຍລົງ ດັ່ງນັ້ນ ພໍ່ແມ່ປະຊາຊົນໄດ້ເປັນເຈົ້າການໃນໄປຫາໜໍ່ໄມ້ປ່າມາຂາຍ. ນອກຈາກນັ້ນ, ພໍ່ແມ່ປະຊາຊົນຍັງໄດ້ປູກມັນຕົ້ນ, ປູກຕົ້ນຢາງ, ແຕ່ການເກັບໜໍ່ໄມ້ປ່າແມ່ນສ້າງລາຍຮັບໄດ້ຫຼາຍກວ່າການປູກມັນຕົ້ນ.
ນັບແຕ່ເວລາມີໜ່ວຍຮ່ວມມື ບາເຕິ່ງ, ພໍ່ແມ່ປະຊາຊົນໄປຫາໜໍ່ໄມ້ປ່າ ແລະ ສິນປາພິເສດຫຼາຍຊະນິດ ມາປຸງແຕ່ງ ແລ້ວຂາຍໃຫ້ໜ່ວຍຮ່ວມມື. ໜ່ວຍຮ່ວມມືຈະປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ, ມີຄຸນນະພາບສູງກວ່າເພື່ອຈຳໜ່າຍຢູ່ສະຖານທີ່ຕ່າງໆ. ນອກຈາກໜໍ່ໄມ້ປ່າ, ໜ່ວຍຮ່ວມມືຍັງສົມທົບກັນປຸງແຕ່ງຜະລິດຕະພັນກະເສດ - ເຄື່ອງປາຂອງດົງທີ່ມີຢູ່ແລ້ວໃນຕາແສງ ຄື: ໝາກກ້ວຍປ່າ, ໝາກໄສ່ປ່າ, ຊາປ່າ ແລະ ດອກໝາກຮຸ່ງ, ໝາກກ້ຽງນ້ອຍປ່າ ແລະ ຢາສະໝູນໄພຊະນິດອື່ນໆ. ອ້າຍ ຫງວຽນຮຶວຄວ້າ, ຢູ່ບ້ານ ບາເຕິ່ງ, ຕາແສງ ອາເຢີຍ ແຂວງ ກວ໋າງຈິ ໃຫ້ຮູ້ວ່າ:
ຂ້າພະເຈົ້າປາດຖະໜາຢາກນຳບັນດາຜະລິດຕະພັນຂອງໜ່ວຍຮ່ວມມືຜະລິດຕະພັນກະເສດສະອາດ ບາເຕິ່ງ ຂອງເອື້ອຍນ້ອງຊາວເຜົ່າ ເວິນກ່ຽວ 16 ຄົນຄື ໜໍ່ໄມ້ປ່າອົບແຫ້ງ, ດອກໝາກຮຸ່ງຜູ້ອົບແຮ້ງ, ໝາກກ້ວຍປ່າອົບແຫ້ງ ໄປແນະນຳໃຫ້ປະຊາຊົນຮູ້ຈັກເຖິງບັນດາຜະລິດຕະພັນພິເສດຂອງເຂດຊາຍແດນ. ນຳບັນດາຜະລິດຕະພັນທີ່ມີຄຸນນະພາບເຖິງຜູ້ບໍລິໂພກເພື່ອໃຫ້ເຂົາເຈົ້າຮູ້ຈັກເຖິງ ຜະລິດຕະພັນທີ່ດີ ຈາກນັ້ນກຈະສ້າງລາຍຮັບຕົ້ນຕໍໃຫ້ແກ່ໜ່ວຍຮ່ວມມື ບາເຕິ່ງ, ເພື່ອໃຫ້ເອື້ອຍນ້ອງແມ່ຍິງມີລາຍຮັບເປັນປົກກະຕິໃນໄລຍະທີ່ບໍ່ໄດ້ເຮັດໄຮ່ໄຖນາ.
ໜ່ວຍຮ່ວມມື ຕາແສງ ບາເຕິ່ງ, ແຂວງ ກວ໋າງຈິ (ພາບ: VOV) |
ເຊັ່ນດ່ຽວກັນກັບຮູບແບບຂອງໜ່ວຍຮ່ວມມື ບາເຕິ່ງ, ພໍ່ແມ່ປະຊາຊົນໃນເຂດພູສູງ ຕາແສງ ເທື້ອງແຈັກ, ແຂວງ ກວ໋າງຈິ ໄດ້ຫາໜໍ່ໄມ້ປ່າໃນເຂດຊາຍແດນມາ ສ້າງເປັນຜະລິດຕະພັນໜໍ່ໄມ້ສົດ, ໜໍ່ໄມ້ອົບແຫ້ງ ແລະໄດ້ຮັບຄວາມ ນິຍົມຊົມຊອບຈາກຫຼາຍຄົນ. ດ້ວຍຄວາມຫວັງສ້າງເງື່ອນໄຂຫາເງິນລ້ຽງຊີບຍາວນານ, ຖາວອນໃຫ້ແກ່ພໍ່ແມ່ປະຊາຊົນ, ອຳນາດການປົກຄອງຕາແສງ ເທື້ອງແຈັກ ໄດ້ສ້າງຕັ້ງສະຫະກອນ ກ່າຣ່ອງ, ລົງທຶນປະກອບເຄື່ອງຈັກຜະລິດ, ອົບແຫ້ງ, ໜີບ, ຍົກສູງຄຸນນະພາບຜະລິດຕະພັນ, ມີສະແຕັມຍີ່ຫໍ້, ຫຸ້ມຫໍ່ງາມຕາ ປະກອບສ່ວນຍົກສູງລາຄາຜະລິດຕະພັນ. ທ່ານ ດິງຕຽງ, ຢູ່ບ້ານ ອາກີ, ຕາແສງ ເທື້ອງແຈັກ, ແຂວງ ກວ໋າງຈິ ໃຫ້ຮູ້ວ່າ:
ພໍ່ແມ່ປະຊາຊົນເມື່ອເກັບໝໍ່ໄມ້ແລ້ວນຳມາຂາຍຢູ່ທີ່ນີ້, ທັງບ້ານຫາໜໍ່ໄມ້ໄດ້ກວ່າ 100 ກີໂລກຼາມ ແລ້ວຂາຍໃຫ້ສະຫະກອນ, ເພື່ອປຸງແຕ່ງເອງ. ປີກ່ອນ, ເມື່ອຫາກໍ່ທົດລອງ ໄປຫາໜໍ່ໄມ້ຂາຍໃຫ້ສະຫະກອນ ເພື່ອປຸງແຕ່ງເປັນຜະລິດຕະພັນ, ບາງເທື່ອຂ້າພະເຈົ້າເກັບໜໍ່ໄມ້ປ່າໄດ້ເປົາໃຫຍ່ປະມານ 6 – 7 ກີໂລກຼາມ.
ປັດຈຸບັນ,ແຂວງ ກວ໋າງຈິ ໄດ້ຜັນຂະຫຍາຍໂຄງການພັດທະນາການຄ້າເຂດພູສູງ, ເຂດຫ່າງໄກສອກຫຼີກ ແລະ ເຂດທະເລໝູ່ເກາະ ໄລຍະ 2021 – 2025. ໜຶ່ງໃນບັນດາເນື້ອໃນທີ່ເປັນໜ້າສົນໃຈນັ້ນແມ່ນ ບັນດາຮູບແບບການຄ້າສອງສົ້ນໄດ້ຮັບການຜັນຂະຫຍາຍຢູ່ເຂດພູສູງ ແລະ ເຂດຊາຍແດນ. ທ່ານ ດ່າວແອັງຕວັນ, ຮອງຫົວໜ້າພະແນກອຸດສາຫະກຳການຄ້າແຂວງ ກວ໋າງຈິ ໃຫ້ຮູ້ວ່າ:
ພາຍຫຼັງຜັນຂະຫຍາຍມາເປັນເວລາ 5 ປີ, ໂຄງການໄດ້ນຳມາເຊິ່ງໝາກຜົນຕັ້ງໜ້າຫຼາຍຢ່າງ. ລະອຽດແມ່ນ ໂຄງລ່າງທາງການຄ້າເຂດພູສູງໄດ້ຮັບການປັບປຸງຢ່າງຈະແຈ້ງ, ມີຫຼາຍສະຖານທີ່ຂາຍເຄື່ອງໃໝ່ໄດ້ຮັບການສ້າງຂຶ້ນ. ປະຊາຊົນເຂົ້າເຖິງສິນຄ້າທີ່ຈຳເປັນໄດ້ຢ່າງງ່າຍດາຍ, ພ້ອມກັນນັ້ນບັນດາຜະລິດຕະພັນທ້ອງຖິ່ນ ກໍ່ໄດ້ຈຳໜ່າຍຢ່າງສະດວກກວ່າ. ຕະຫຼາດສິນຄ້າໄດ້ຮັບການເປີດກວ້າງ, ເຄື່ອງໝາຍການຄ້າຂອງຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ກວ໋າງຈິ ກໍ່ໄດ້ຮັບການໂຄສະນາຢ່າງກ້ວາງຂວາງ.
ຮູບແບບການຄ້າສອງສົ້ນປະສົບຜົນສຳເລັດຢູ່ ກວ໋າງຈິ ແລະ ເພື່ອ ຜັນຂະຫຍາຍຮູບແບບນີ້ຢ່າງມີປະສິດທິຜົນກວ່າອີກ, ແຂວງ ກວ໋າງຈິ ຈະມີບັນດາກົນໄກໜູນຊ່ວຍວິສາຫະກິດ, ຮາກຖານໃນບໍລິເວນເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູສູງນັບແຕ່ຂັ້ນຕອນຜະລິດ, ປຸງແຕ່ງຈົນຮອດການຈຳໜ່າຍຕື່ມອີກ. ພ້ອມກັນນັ້ນ, ທາງແຂວງກໍ່ຈະໜູນຊ່ວຍວຽກງານກວດກາເພື່ອຕີລາຄາມາດຕະຖານ, ຄຸນນະພາບ ແລະ ຫຼັກອະນາໄມດ້ານສະບຽງອາຫານຂອງຜະລິດຕະພັນ, ໜູນຊ່ວຍຂັ້ນຕອນການຜະລິດບັນດາຜະລິດຕະພັນຮັບປະກັນຄວາມສະອາດ, ປອດໄພ, ມີຄຸນນະພາບ… ຜ່ານນັ້ນ, ສົ້ນອອກໃຫ້ຜະລິດຕະພັນເຂດພູສູງ, ເຂດຊົນເຜົ່າສ່ວນໜ້ອຍແຂວງ ກວ໋າງຈິ ຈຶ່ງຈະພັດທະນາແບບຍືນຍົງ ແລະ ເຂັ້ມແຂງກວ່າ.