ເຂດ​ການ​ຄ້າ​ເສ​ລີ ດົ່ງ​ນາຍ: ກຳ​ລັງ​ໜູນ​ໃຫ້ແກ່​ການ​ເຕີບ​ໂຕ​ພ້ອມ​ກັບ​ສະ​ໜາມ​ບິນ​ ລ​ອງ​ແທັ່ງ

(VOVWORLD) - ໄລຍະ 2025 – 2030, ໜຶ່ງໃນບັນດາໜ້າທີ່ຈຸດສຸມໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ ດົ່ງນາຍ ນັ້ນແມ່ນການສ້າງແຜນຮ່າງເຂດການຄ້າເສລີ. ນີ້ໄດ້ຮັບຖືວ່າແມ່ນກຳລັງໜູນໃຫ້ແກ່ການເຕີບໂຕໃໝ່, ຂຸດຄົ້ນທ່າໄດ້ປຽບພິເສດເມື່ອສະໜາມບິນ ລອງແທັ່ງ ໄດ້ນຳເຂົ້າໃຊ້ງານ.
ເຂດ​ການ​ຄ້າ​ເສ​ລີ ດົ່ງ​ນາຍ: ກຳ​ລັງ​ໜູນ​ໃຫ້ແກ່​ການ​ເຕີບ​ໂຕ​ພ້ອມ​ກັບ​ສະ​ໜາມ​ບິນ​ ລ​ອງ​ແທັ່ງ - ảnh 1ສະໜາມບິນລອງແທັ່ງ ກ້າວເຂົ້າສູ່ໄລຍະກໍ່ສ້າງ (ພາບ: VOV)

ເຂດການຄ້າເສລີ (FTZ) ດົ່ງນາຍ ໄດ້ຮັບການຜັນຂະຫຍາຍໃນເນື້ອທີ່ທັງໝົດປະມານ 8.200 ເຮັກຕາ, ພ້ອມກັບສະໜາມບິນ ລອງແທັ່ງ, ທ່າກ່ຳປັ່ນ ເຟຶອກອານ. ລວມມູນຄ່າລົງທຶນທັງໝົດແມ່ນປະມານ 16 ຕື້ USD, ໃນນັ້ນ ມູນຄ່າລົງທຶນພາກລັດກວມເອົາປະມານ 5%, ເງິນລົງທຶນພາກເອກະຊົນຢູ່ພາຍໃນປະເທດກວມເອົາປະມານ 40%, ສ່ວນຍັງເຫຼືອ 55% ນັ້ນ ແມ່ນເງິນລົງທຶນຈາກຕ່າງປະເທດ. FTZ ດົ່ງນາຍ ໄດ້ຮັບຄວາມຫວັງວ່າ ຈະສ້າງເປັນລະບົບ logistics ຫຼາຍຮູບຫຼາຍແບບ, ຊ່ວຍປະຢັດຄ່າໃຊ້ຈ່າຍ ແລະ ຍົກສູງສູງກຳລັງແກ່ງແຍ້ງ ຈາກນັ້ນ, ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕຍອດຜະລິດຕະພັນໃນບໍລິເວນ (GRDP), ດຶງດູດການລົງທຶນສາກົນ, ສ້າງວຽກເຮັດງານທຳດ້ວຍລາຍຮັບສູງ. ຕາມນັກສະຖາປະນິກ ໂງຫວຽດນາມ ແລ້ວ, ສະໜາມບິນ ລອງແທັ່ງ ຈະກາຍເປັນໜຶ່ງໃນບັນດາສູນການບິນໃຫຍ່ຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ເຂດ​ການ​ຄ້າ​ເສ​ລີ ດົ່ງ​ນາຍ: ກຳ​ລັງ​ໜູນ​ໃຫ້ແກ່​ການ​ເຕີບ​ໂຕ​ພ້ອມ​ກັບ​ສະ​ໜາມ​ບິນ​ ລ​ອງ​ແທັ່ງ - ảnh 2ທ່າ ເຟຶອກອານ (ພາບ: VOV)

ໃນການວາງແຜນຜັງສັງລວມ ສະໜາມບິນ ລອງແທັ່ງ (5.000 ເຮັກຕາ), ບໍລິສັດໃຫຍ່ທ່າອາກາດສະຍານ ຫວຽດນາມ (ACV) ດ້ວຍບົດບາດເປັນເຈົ້າຂອງລົງທຶນກໍ່ສ້າງສະຖານີໂດຍສານ ໄດ້ກຳນົດຈະນຳ ລອງແທັ່ງ ກາຍເປັນສູນ logistics ທາງອາກາດສາກົນ, ເຊື່ອມຕໍ່ ຫວຽດນາມ ກັບລະບົບຕ່ອງໂສ້ການສະໜອງທົ່ວໂລກ. ເພື່ອຫັນເປົ້າໝາຍນັ້ນໃຫ້ປະກົດຜົນເປັນຈິງ, FTZ ດົ່ງນາຍ ຕ້ອງມີກົນໄກ, ນະໂຍບາຍພິເສດເໝາະສົມເພື່ອສ້າງ “ເຂດຍົກເວັ້ນພາສີອາກອນສຳລັບ logistics ແລະ ການຜະລິດ” - ບ່ອນທີ່ສິນຄ້າສາມາດນຳເຂົ້າ, ຜະລິດ, ເກັບຮັກສາ, ສົ່ງອອກຄືນໃໝ່ແຕ່ບໍ່ຕ້ອງເສຍພາສີ, ເວັ້ນເສຍແຕ່ໄດ້ຈໍລະຈອນເຂົ້າຕະຫຼາດພາຍໃນ. ທ່ານ ປອ. ເຈິ່ນຢູລິກ, ສະມາຊິກໜ່ວຍງານທີ່ປຶກສາເສດຖະກິດ - ສັງຄົມ ແຂວງ ດົ່ງນາຍ ຖືວ່າ ທາງແຂວງ ມີເງື່ອນໄຂ, ທ່າໄດ້ປຽບ ແລະ ຈຸດດີເພື່ອສ້າງເຂດເສດຖະກິດເສລີ (FTZ) ແລະ ນີ້ແມ່ນໄລຍະເວລາເໝາະສົມເພື່ອສ້າງ FTZ ດົ່ງນາຍ ດ້ວຍບັນດາບົດບາດໜ້າທີ່ເພື່ອສ້າງລະບົບຕ່ອງໂສ້ການສະໜອງທົ່ວໂລກ, ຂຸດຄົ້ນສະໜາມບິນ ລອງແທັ່ງ, ທ່າກ່ຳປັ່ນ ເຟືອກອານ ໃຫ້ມີປະສິດທິຜົນທີ່ສຸດ.

“ດ້ວຍທ່າໄດ້ປຽບຂອງເຂດເສດຖະກິດເສລີກ່ຽວກັບລະບອບລະບຽບການ, ກ່ຽວກັບບັນດາຂໍ້ກຳນົດ, ພວກເຮົາຫວັງຢ່າງຍິ່ງວ່າ ຈະດຶງດູດໄດ້ເງິນລົງທຶນ. ພິເສດໃນໄລຍະ ຫວຽດນາມ ພວມກາຍເປັນປະເທດໜຶ່ງໃນຕ່ອງໂສ້ການສະໜອງທົ່ວໂລກ ແລະ ສິນຄ້າການບໍລິການເທື່ອລະກ້າວ”.

ເຂດ​ການ​ຄ້າ​ເສ​ລີ ດົ່ງ​ນາຍ: ກຳ​ລັງ​ໜູນ​ໃຫ້ແກ່​ການ​ເຕີບ​ໂຕ​ພ້ອມ​ກັບ​ສະ​ໜາມ​ບິນ​ ລ​ອງ​ແທັ່ງ - ảnh 3ແຜນຜັງເຂດການຄ້າເສລີ FTZ  ດົ່ງນາຍ (ພາບ: VOV)

ຕາມທ່ານ ປອ. ເຈືອງມິງຮຸຍຫວູ, ຫົວໜ້າໜ່ວຍງານທີ່ປຶກສາເສດຖະກິດ - ສັງຄົມ ແຂວງ ດົ່ງນາຍ ແລ້ວ, ການສ້າງຮູບແບບເຂດເສດຖະກິດເສລີຂອງທ້ອງຖິ່ນ ຄວນກຳນົດຕາມທິດສີຂຽວ, ຫັນເປັນດີຈີຕອນ, ອັດສະລິຍະ, ຕິດພັນກັບການປະຕິຮູບລະບອບລະບຽບການ ແລະ ການປະສານງານໃນເຂດ. ດ້ວຍທີ່ຕັ້ງຍຸດທະສາດ. ດົ່ງນາຍ ສາມາດກາຍເປັນແກ່ນສານຂອງຮູບແບບ ກຸ່ມເຂດການຄ້າເສລີ ທິດຕາເວັນອອກພາກໃຕ້ (SEFZ), ເຊິ່ງພວມໄດ້ຮັບການຄົ້ນຄວ້າສະເໜີໃຫ້ສ້າງເປັນຮູບແບບເຂດເສດຖະກິດປະສົມທຳອິດຂອງ ຫວຽດນາມ. SEFZ ບໍ່ພຽງແຕ່ແມ່ນເຂດຈຳເພາະ, ຫາກຍັງແມ່ນເຂດເຕີບໂຕທີ່ມີຫຼາຍສູນ, ເຊັ່ນ: ເຂດ logistics - ອຸດສາຫະກຳ - ສະໜາມບິນເສລີ ລອງແທັ່ງ; ທ່າກ່ຳປັນເສລີ ກາຍແມັບ - ທິຫວາຍ; ແລະ ເຂດການເງິນ - ການຄ້າສາກົນຢູ່ ເກິ່ນເຢີ່ (ນະຄອນ ໂຮ່ຈີມິນ). ທ່ານ ເຈືອງມິງຮຸຍຫວູ ຖືວ່າ:

ສະໜາມບິນລອງແທັ່ງ ຕັ້ງຢູ່ ດົ່ງນາຍ, ແຕ່ບໍ່ແມ່ນສະໜາມບິນຂອງສະເພາະແຂວງ ດົ່ງນາຍ ເທົ່ານັ້ນ. ຖ້າສັງເກດກຳລັງໜູນພັດທະນາຂອງເຂດຕາເວັນອອກພາກໃຕ້ ຫວຽດນາມ, ບົນພື້ນຖານກຳລັງໜູນພັດທະນາທີ່ສຸດ ຍັງຄົງແມ່ນ ສະໜາມບິນ ລອງແທັ່ງ - ເຕິນເຊີນເຍິດ ແລະ ກຸມທ່າກ່ຳປັ່ນ ກາຍແມັບ ຕອນລຸ່ມ - ເກີ່ນເຢີ່”.

ສຳລັບ ດົ່ງນາຍ, ການພັດທະນາ FTZ ຈະນຳມາເຊິ່ງບັນດາຜົນປະໂຫຍດໃຫຍ່ຫຼວງເພື່ອພັດທະນາເສດຖະກິດທ້ອງຖິ່ນ, ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດຢ່າງແຮງ, ເພີ່ມທະວີການເຄື່ອນໄຫວນຳເຂົ້າສົ່ງອອກ. ເພາະສະນັ້ນ, ການຜັນຂະຫຍາຍເຂດເສດຖະກິດເສລີ ຢ່າງມີແບບມີແຜນ, ມີປະສິດທິຜົນນັ້ນ, ຈະນຳແຂວງກາຍເປັນສູນ logistics ແລະ ທ່າອາກາດສາກົນ, ປະກອບສ່ວນສ້າງທ່ວງທ່າເພື່ອໃຫ້ ຫວຽດນາມ ເຊື່ອມໂຍງເຂົ້າກັບຕ່ອງໂສ້ມຸນຄ່າທົ່ວໂລກຢ່າງເລິກເຊິ່ງ ແລະ ກວ້າງຂວາງກວ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ