ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ​ຢູ່​ ຫວຽດ​ນາມ ແລະ ໃນ​ໂລກ ໃນ​​ວັນ​ທີ 12 ພະ​ຈິກ

(VOVWORLD) -ອາເມລິກາ ສືບຕໍ່ແມ່ນປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ຈາກໂລກລະບາດໂຄວິດ - 19, ດ້ວຍຈຳນວນຜູ້ຕິດເຊື້ອ ຫຼາຍກ່ວາ 47,6 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 780.000 ຄົນ. 
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ​ຢູ່​ ຫວຽດ​ນາມ ແລະ ໃນ​ໂລກ ໃນ​​ວັນ​ທີ 12 ພະ​ຈິກ - ảnh 1ພາບປະກອບ:  TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 12 ພະຈິກ (ຕາມເວລາ UTC), ທົ່ວໂລກ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 252,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 51, ລ້ານຄົນ.

ອາເມລິກາ ສືບຕໍ່ແມ່ນປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ຈາກໂລກລະບາດໂຄວິດ - 19, ດ້ວຍຈຳນວນຜູ້ຕິດເຊື້ອ ຫຼາຍກ່ວາ 47,6 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 780.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

  ສ່ວນຢູ່ ຫວຽດນາມ, ໄລ່ຮອດເວລາ 16 ໂມງຂອງວັນທີ 12 ພະຈິກ, ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 1.009.879 ຄົນ, ໃນນັ້ນ ມີຜູ້ໄດ້ຮັບການປິ່ນປົວຫາຍດີ 856.211 ຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ