ເມື່ອກ່າວຄຳເຫັນໃນວັນທີ 14 ເມສາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ບັນດາການເຈລະຈາເພື່ອແນໃສ່ຢຸດຕິການປະທະກັນກັບ ອີຣານ ນັ້ນ ອາດຈະໄດ້ເຊື່ອມຕໍ່ຄືນໃໝ່ໂດຍໄວຢູ່ Islamabad, ພາຍຫຼັງ 2 – 3 ວັນທີ່ໄດ້ດຳເນີນການເຈລະຈາເມື່ອທ້າຍອາທິດຜ່ານມາ ບໍ່ບັນລຸໝາກຜົນໃດໆ.
ໃນການຕອບສຳພາດຕໍ່ສື່ມວນຊົນ, ທ່ານປະທານາທິບໍດີ ອາເມລິກາ ຖືວ່າ “ຈະມີສິ່ງໃດໜຶ່ງອາດຈະເກີດຂຶ້ນໃນ 2 – 3 ວັນຈະມາເຖິງ”, ພ້ອມທັງເວົ້າເປັນລັກສະນະວ່າ ຝ່າຍ ອາເມລິກາ ພວມອ່ຽງຕາມຄວາມສາມາດກັບຄືນສູ່ໂຕະເຈລະຈາ. ບັນດາແຫຼ່ງຂ່າວຈາກເຂດອ່າວ ເປີເຊຍ, ປາກິດສະຖານ ແລະ ອີຣານ ກໍໃຫ້ຮູ້ວ່າ ບັນດາກຸ່ມເຈລະຈາອາດຈະກັບຄືນ ປາກິດສະຖານ ໃນທ້າຍອາທິດນີ້, ເຖິງວ່າ ຝ່າຍ ອີຣານ ຍັງບໍ່ທັນໄດ້ຢືນຢັນຈຸດເວລາລະອຽດ.
ເຖິງວ່າຄວາມເຄັ່ງຕຶງເພີ່ມຂຶ້ນພາຍຫຼັງ ອາເມລິກາ ຈັດວາງຄຳສັ່ງປິດລ້ອມບັນດາທ່າກ່ຳປັ່ນຂອງ ອີຣານ ກໍຕາມ, ແຕ່ສັນຍານທາງການທູດທີ່ຕັ້ງໜ້ານັ້ນ ໄດ້ປະກອບສ່ວນເຮັດໃຫ້ຕະຫຼາດພະລັງງານເປັນປົກກະຕິ.
ນັກຂ່າວ VOV ປະຈຳ ອາເມລິກາ
