ພາບປະກອບ: Reuters |
ວັນທີ 22 ມັງກອນ, ທ່ານປະທານາທິບໍດີ Donald Trump ໄດ້ເຊັ່ນຄຳສັ່ງເລີ່ມປະຕິບັດວິວັດການນຳຂະບວນ ການ Houthis ເຂົ້າໃນບັນຊີລາຍຊື່ບັນດາອົງການກໍ່ການຮ້າຍຕ່າງປະເທດຄືນ ໃນຊຸມອາທິດຈະມາເຖິງ. ໃນອາຍຸການດຳລົງຕຳແໜ່ງຄັ້ງທຳອິດຂອງຕົນ, ທ່ານປະທານາທິບດໍ ອາເມລິກາ Donald Trump ໄດ້ນຳ Houthis ເຂົ້າໃນບັນຊີລາຍຊື່ບັນດາອົງການກໍ່ການຮ້າຍຕ່າງປະເທດ, ເຖິງຢ່າງໃດກໍຕາມ, ອຳນາດການປົກຄອງປະທານາທິບໍດີ Joe Biden ໄດ້ຕ່າວປິ້ນການຕັດສິນນີ້ ຍ້ອນວິຕົກກັງວົນວ່າ ເລື່ອງນຳຂະບວນການນີ້ເຂົ້າບັນຊີລາຍຊື່ດຳຈະກໍ່ຄວາມຫຍຸ້ງຍາກໃນການນຳສົ່ງການໜູນຊ່ວຍໃຫ້ແກ່ເຢແມນ.

