ພິທີໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 17 ດ້ວຍຫົວຂໍ້ວ່າ: “ກະຈາຍສຽງເພື່ອ ຫວຽດນາມເຂັ້ມແຂງແຮງກ້າ, ວັດທະນາຖາວອນ” ແລະ ລາຍການສະແດງສິລະປະ “ສຽງຂອງສັງກາດໃໝ່” ທີ່ຈັຂຶ້ນໃນຕອນຄ່ຳວັນທີ 11 ເມສາ, ຢູ່ຕາແສງ ຮະລອງ, ແຂວງ ກວາງນິງ ໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວປະມານ 50.000 ຄົນເຂົ້າຮ່ວມ​. ເຫດການໂດຍວິທະຍຸກະຈາຍສຽງ ຫວຽດນາມ (VOV) ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວາງນິງ ຈັດຂຶ້ນ.

ກ່າວຄຳເຫັນທີ່ເຫດການ, ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາແລະ ຂົນຂວາຍປະຊາຊົນສູນກາງ ໄດ້ຕີລາຄາູງຫົວຂໍ້ຂອງງານມະໂຫລານຄັ້ງນີ້ ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຂະແໜງກະຈາຍສຽງ ຫວຽດນາມ ຕໍ່ພາລະກິດພັດທະນາຂອງປະເທດຊາດ.

ສືບຕໍ່ຢືນຢັນ ແລະ ຮັກສາບົດບາດການກະຈາຍສຽງແມ່ນສຽເວົ້າທາງການຂອງພັກ, ລັດ ແລະ ປະຊາຊົນ. ການກະຈາຍສຽງບໍ່ພຽງແຕ່ໃຫ້ຂ່າວເທົ່ານັ້ນ ຫາກຕ້ອງນພາທາງ, ຈາກສະຕິຄວາມຮັບຮູ້ຕ້ອງປຸກລຸກຄວາມາດຫວັງພັດທະນາ, ແຜ່ກະຈາຍຄຸນຄ່າອັນດີງາມ, ລະດົມນ້ຳໃຈ, ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ກ້ຄິດກ້າຳ ເພື່ອຜົນປະໂຫຍດລວມຂອງປະເທດຊາດ, ຂອງຊົນຊາດ”.

ສ່ວນທ່ານ ໂດ້ຕຽນຊີ້, ຜູ້ອຳນວຍການໃຫຍ່ VOV ຢືນຢັນວ່າ:

ໃນສັງກາດສື່ມວນຊົນຫຼາຍພາຫະນະ​, ການກະຈາຍສຽງບໍ່ພຽງແຕ່ແມ່ນ “ຮັບຟັງ” ເທົ່ານັ້ນ ຫາກຍັງແມ່ນການປະພຶດລົງຕົວຈິງອີກດ້ວຍ. ສິ່ງນັ້ນໄດ້ຮຽກຮ້ອງໃຫ້ບັນດາຜູ້ເຮັດວຽກງານກະຈາຍສຽງແຕ່ລະຄົນ ຕ້ອງປ່ຽນແປງໃໝ່ຈິນຕະນາການ, ຍົກສູງກຳລັງຄວາມສາມາດ, ເປັນເຈົ້າເຕັກໂນໂລຊີ ແລະ ປະດິດສ້າງເນື້ອໃນ ເພື່ອຕອບສະໜອງຄວາມຕ້ອງການຂອງມະຫາຊົນທີ່ນັບມື້ນັບສູງຂຶ້ນ”.