ວັນທີ 11 ເມສາ, ຄຳສັ່ງຢຸດຍິງທີ່ແກ່ຍາວເປັນເວລາ 32 ົ່ວໂມງ ເນື່ອງໃນໂອກາດງານບຸນອິດສະເຕີ ໂດຍທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ປະກາດໃຊ້ ໄດ້ມີຜົນສັກສິດຢ່າງເປັນທາງການຢູ່ເຂດເກີດການປະທະກັນກັບ ຢູແກຼນ ແລະ ແກ່ຍາວຮອດວັນທີ 12 ເມສາ.

ຕາມວັງ Kremlin, ໃນໂອກາດງານບຸນນີ້, ບັນດາກຳລັງ ລັດເຊຍ ໄດ້ຮຽກຮ້ອງໃຫ້ຢຸດຕິບັນດາການຕໍ່ສູ້ຢູ່ທຸກທິດ, ແຕ່ຍັງຮັກສາສະພາບກຽພ້ອມສູ້ຮົບ. ວົງການເຈົ້າໜ້າທີ່ ລັດເຊຍ ຕີຄາວ່າ ຂໍ້ຕົກລົງດັ່ງກ່າວແມ່ນບາດກ້າວມະນຸດສະທຳ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນ ແລະ ບັນດາຜູ້ເຊື່ອຖືສາມາດເຂົ້າຮ່ວມງານບຸນໃນເງື່ອນໄຂທີ່ປອດໄພກວ່າ.

ສ່ວນຝ່າຍ ຢູແກຼ, ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ຖະແຫຼງວ່າ ປະເທດນີ້ຈະເຄົາົບຄຳສັ່ງຸດຍິງ, ແຕ່ກໍ່ກ່າວເຕືອນວ່າ ຈະ “ໂຕ້ຕອບຢ່າງສົມເຫດສົມຜົນ” ຖ້າບັນດາການບຸກໂຈມຕີສືບຕໍ່ເກີດຂຶ້ນ.