ບັນດາການເຈລະຈາແບບເຊິ່ງໜ້າລະຫວ່າງ ອາເມລິກາ ແລະ ອີຣານ ຢູ່ນະຄອນຫຼວງ Islamabad (ປາກິດສະຖານ) ໄດ້ສິ້ນສຸດລົງໃນຕອນເຊົ້າວັນທີ 12 ເມສາ, ພາຍຫຼັງທີ່ເຮັດວຽກມາເປັນເວລາ 21 ຊົ່ວໂມງ ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງ, ໃນສະພາບທີ່ 2 ຝ່າຍຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງ.
ຕາມທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ແລ້ວ, ອີຣານ ໄດ້ປະຕິເສດບັນດາເງື່ອນໄຂຂອງ ອາເມລິກາ, ໃນນັ້ນມີຄວາມຮຽກຮ້ອງຫຼັກໆແມ່ນ ເຕເຮຣານ ຕ້ອງໃຫ້ຄຳໝັ້ນສັນຍາບໍ່ພັດທະນາອາວຸດນິວເຄຼຍ, ກໍ່ຄືບໍ່ເດີນຕາມບັນດາກຳລັງຄວາມສາມາດທີ່ອະນຸຍາດໃຫ້ບັນລຸອາວຸດນີ້ໂດຍໄວ. ທ່ານເນັ້ນໜັກວ່າ ນີ້ແມ່ນເປົ້າໝາຍຫຼັກໆຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃນວິວັດການເຈລະຈາ.
ກ່ອນໜ້ານັ້ນ, ບັນດາການເຈລະຈາລະຫວ່າງ ອາເມລິກາ ແລະ ອີຣານ ຢູ່ນະຄອນຫຼວງ Islamabad ຂອງ ປາກິດສະຖານ ໃນວັນທີ 11 ເມສາ ພວມຕົກເຂົ້າສູ່ສະພາບບໍ່ມີທາງອອກ, ເປັນຕົ້ນແມ່ນຍ້ອນຄວາມບໍ່ລົງລອຍກັນກ່ຽວຂ້ອງເຖິງຊ່ອງແຄບທະເລ Hormuz, ເສັ້ນທາງຂົນສົ່ງຍຸດທະສາດ ກວມເອົາປະມານ 20% ປະລິມານນ້ຳມັນຂອງທົ່ວໂລກ.
ບັນດາການເຈລະຈາແກ່ຍາວເປັນເວລາຫຼາຍຊົ່ວໂມງ ແລະ ຄາດວ່າຈະໄດ້ສືບຕໍ່ດຳເນີນໝົດຄືນ, ແຕ່ກໍ່ຍັງບໍ່ທັນບັນລຸບາດກ້າວບຸກທະລຸຢ່າງຈະແຈ້ງ. ທຳນຽບຂາວຢັ້ງຢືນວ່າ 2 ຝ່າຍໄດ້ດຳເນີນການເຈລະຈາແບບເຊິ່ງໜ້າ, ເຊິ່ງແມ່ນເຫດການຂັ້ນສູງທີ່ຫາຍາກລະຫວ່າງ ອາເມລິກາ ແລະ ອີຣານ. ໃນຂະນະທີ່ຝ່າຍ ອີຣານ ໃຫ້ຮູ້ວ່າ ບັນດານັກຊ່ຽວຊານຂອງ 2 ຝ່າຍໄດ້ຫັນໄປສູ່ການແລກປ່ຽນເອກະສານ ພາຍຫຼັງການພົບປະແບບເຊິ່ງໜ້າເປັນຄັ້ງທຳອິດ.
