ກຳລັງຕຳຫຼວດຄຸ້ມຄອງບໍລິຫານກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຕ້ອງຢືດໝັ້ນເປົ້າໝາຍຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍເປັນແກ່ນສານ; ສ້າງສັນພັດທະນາແມ່ນຈຸດສຸມ; ປະຊາຊົນ, ວິສາຫະກິດແມ່ນໃຈກາງຮັບໃຊ້. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດຄຸ້ມຄອງບໍລິຫານກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ (18 ເມສາ 1946 – 18 ເມສາ 2026) ແລະ ຕ້ອນຮັບຫຼຽນໄຊ ໂຮ່ຈີມິນ; ຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ 1 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 12 ເມສາ, ຢູ່ ຮ່າໂນ້ຍ.
ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເນັ້ນໜັກວ່າ:
“ກຳລັງຕຳຫຼວດຄຸ້ມຄອງບໍລິຫານກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໄດ້ສ້າງບາດກ້າວຫັນປ່ຽນໂດຍພື້ນຖານ ໄປສູ່ການຄຸ້ມຄອງດີຈີຕອນ, ບໍລິຫານດີຈີຕອນ, ຮັບໃຊ້ດີຈີຕອນ; ສ້າງແບບວິທີການຄຸ້ມຄອງທີ່ທັນສະໄໝ ໂດຍອີງໃສຂໍ້ມູນ, ການເຊື່ອມຕໍ່, ແບ່ງປັນ ແລະ ຢັ້ງຢືນເອເລັກໂຕນິກ… ສ້າງຄວາມສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດ. ນີ້ແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງທີ່ສຸດຕໍ່ວິວັດການປ່ຽນແປງໃໝ່ຮູບແບບຄຸ້ມຄອງລະດັບຊາດ, ສ້າງພື້ນຖານການບໍລິຫານແຫ່ງຊາດ, ສ້າງພື້ນຖານບໍລິຫານທັນສະໄໝ, ສ້າງລັດຖະບານດີຈີຕອນ, ສັງຄົມດີຈີຕອນ, ພົນລະເມືອງດີຈີຕອນ”.
ທີ່ພິທີ, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ມອບຫຼຽນກາ ໂຮ່ຈີມິນ ໃຫ້ແກ່ກຳລັງຕຳຫຼວດຄຸ້ມຄອງບໍລິຫານກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ 1 ໃຫ້ແກ່ກົມຕຳຫຼວດຄຸ້ມຄອງບໍລິຫານກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ມອບຈົດໝາຍຂອງທ່ານເລຂາທິກນໃຫຍ່, ປະທານປະເທດ ໂຕເລິມ ທີ່ຊົມເຊີຍກຳລັງຕຳຫຼວດຄຸ້ມຄອງບໍລິຫານກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.
