ຢູ່ນະຄອນ ວຽນ, ປະເທດ ໂອຕາລິດ ຫາກໍ່ຈັດກອງປະຊຸມສາກົນກ່ຽວກັບສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT) ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າຫຼາຍປະເທດ ໃນນັ້ນມີ ຫວຽດນາມ, ບັນດາອົງການຈັດຕັ້ງສາກົນ ແລະ ວົງການນັກຊ່ຽວຊານ. ເຫດການໄດ້ຈັດຂຶ້ນເພື່ອແລກປ່ຽນ, ມຸ່ງໄປເຖິງກອງປະຊຸມກວດກາຕີລາຄາ NPT ຄັ້ງທີ 11 ເຊິ່ງຈະຈັດຂຶ້ນໃນທ້າຍເດືອນ ເມສາ 2026 ຢູ່ນິວຢອກ, ປະເທດ ອາເມລິກາ.
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ວູເລທາຍຮວ່າງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ໄດ້ຍົກສູງການຮັບປະກັນຄວາມດຸ່ນດ່ຽງລະຫວ່າງ 3 ເສົ້າຄ້ຳຂອງສົນທິສັນຍາ, ລວມມີ ຫຼຸດຜ່ອນກຳລັງອາວຸດ, ບໍ່ເຜີຍແຜ່ ແລະ ນ້ຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ; ທ່ານເນັ້ນໜັກເຖິງຫຼັກການເຫັນດີເຫັນພ້ອມແມ່ນພື້ນຖານສຳຄັນເພື່ອຮັບປະກັນລັກສະນະຖືກຕ້ອງຕາມບົດບາດໜ້າທີ່ ແລະ ມີປະສິດທິຜົນຂອງກອງປະຊຸມ.
ພິເສດ, ໃນຖານະເປັນປະທານຂອງກອງປະຊຸມກວດກາຕີລາຄາ NPT ຄັ້ງທີ 11, ທ່ານເອກອັກຄະລັດຖະທູດ ວູເລທາຍຮວ່າງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບບັນດາປະເທດສະມາຊິກ, ຊຸກຍູ້ວິວັດການໃຫ້ຄຳປຶກສາຢ່າງຮອບດ້ານ, ໂປ່ງໃສ ແລະ ກວມລວມ, ມຸ່ງໄປເຖິງໝາກຜົນຕັ້ງໜ້າ, ປະກອບສ່ວນສືບຕໍ່ປັບປຸງບົດບາດຂອງ NPT ທີ່ມີຕໍ່ສັນຕິພາບ, ຄວາມໝັ້ນຄົງສາກົນ.
