ໃນບັນຍາກາດຕ້ອນຮັບບຸນປີໃໝ່ Chol Chnam Thmey ປີ 2026, ຕອນບ່າຍວັນທີ 11 ເມສາ, ຢູ່ນະຄອນຫຼວງ ພະນົມເປັນ, ກຳປູເຈຍ, ແຂວງ ເລິມດົ່ງ ໄດ້ຈັດກອງປະຊຸມສົ່ງເສີມດ້ານການຄ້າ, ທ່ອງທ່ຽວ ແລະ ລົງທຶນແຂວງ ເລິມດົ່ງ ປີ 2026.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸຍທັງ, ຮອງເລຂາຄະນະພັກແຂວງ ເລິມດົ່ງ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນການພັດທະນາ: ຊາຍແດນ - ເຂດປ່າ - ເຂດພູພຽງ - ທະເລ ແມ່ນໃຈກາງສຳຄັນຂອງແລວເສດຖະກິດຕາເວັນອອກ - ຕາເວັນຕົກ ຂອງ ຫວຽດນາມ ກັບບັນດາແຂວງທາງທິດຕາເວັນອອກຂອງ ກຳປູເຈຍ, ເຊິ່ງແມ່ນແຂວງ Mondulkiri ໂດຍກົງ. ສະນັ້ນ, ເລິມດົ່ງ ຈະແມ່ນຂົວຕໍ່ເສດຖະກິດທຳມະຊາດລະຫວ່າງ ຫວຽດນາມ ແລະ ກຳປູເຈຍ.
ສ່ວນທ່ານ Pen Sovicheat, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກຳປູເຈຍ ໃຫ້ຮູ້ວ່າ ລັດຖະບານ ກຳປູເຈຍ ມີຫຼາຍນະໂຍບາຍໃຫ້ບຸລິມະສິດ, ດຶງດູດບັນດານັກລົງທຶນຕ່າງປະເທດ, ເປີດກວ້າງຕະຫຼາດ ເພື່ອຊຸກຍູ້ການແລກປ່ຽນການຄ້າ ແລະ ການຮ່ວມມືດ້ານການທ່ອງທ່ຽວ.
