ໃນກຳແພງພະລາດຊະວັງທີ່ເກົ່າແກ່, ສຽງດົນຕີພື້ນເມືອງ ໄທ, ສີສັນຂອງງານບຸນສົງການ, ກິ່ນຫອມຂອງອາຫານແຄມຖະໜົນ ແລະ ບັນດາເລື່ອງລາວຢູ່ຮ້ານວາງສະແດງສິນຄ້າໄດ້ສ້າງເປັນບໍລິເວນພົບປະແລກປ່ຽນວັດທະນະທຳແບບເປັນກັນເອງທີ່ສຸດ. ດ້ວຍຫົວຂໍ້ “ຊີວິດປະດິດສ້າງ - ສີສັນປະດິດສ້າງ” (Creative Life and Creative Heartbeat), ວັນບຸນປີນີ້ໄດ້ນຳມາເຊິ່ງຮູບພາບທີ່ມີ ສີສັນຫຼາກຫຼາຍແຫ່ງຊີວິດທາງດ້ານວັດນະທະທຳຂອງ ໄທ.
ຜ່ານເພື່ອນຄົນໜຶ່ງ ຂ້າພະເຈົ້າຈຶ່ງຮູ້ຈັກເຖິງງານບຸນມື້ນີ້. ຂ້າພະເຈົ້າເຄີຍໄດ້ໄປ ໄທ ແລ້ວ ດັ່ງນັ້ນກໍ່ຢາກມານີ້ເພື່ອເບິ່ງບັນຍາກາດ ໄທ ຢູ່ທີ່ນີ້ ມີຫຍັງແດ່ທີ່ແຕກຕ່າງກັບຕອນຂ້າພະເຈົ້າໄປ ໄທຫຼື ບໍ່. ຂ້າພະເຈົ້າເຫັນສິນຄ້າວາງສະແດງຢູ່ນີ້ກໍ່ຄືກັນກັບຢູ່ ໄທ, ນັບແຕ່ອາຫານ, ເຄື່ອງຂອງທີ່ລະນຶກ ຕະຫຼອດຮອດການຈັດຮ້ານວາງສະແດງສິນຄ້າ. ເລື່ອງຈັດຕັ້ງການເຄື່ອນໄຫວຄືແນວນີ້ໄດ້ຊ່ວຍໃຫ້ປະຊາຊົນ ຫວຽດນາມ ເຂົ້າໃຈກວ່າກ່ຽວກັບ ໄທ, ເປັນຕົ້ນແມ່ນຜູ້ທີ່ຍັງບໍ່ທັນໄດ້ໄປໄທ, ສ່ວນຜູ້ທີ່ເຄີຍໄປແລ້ວຈະມີໂອກາດໄດ້ຢ້ຽມຊົມ ແລະ ປຽບທຽບເບິ່ງດູວ່າ ມັນຈະແຕກຕ່າງກັນຫຼືບໍ.
ນີ້ເປັນຄັ້ງທຳອິດທີ່ນ້ອງໄດ້ເຂົ້າຮ່ວມການເຄື່ອນໄຫວນີ້. ຍ້ອນເຂົ້າຮ່ວມເຫດການນີ້ ນ້ອງຈິ່ງຮູ້ວ່າການພົວພັນ ຫວຽດນາມ ແລະ ໄທ ໄດ້ຮັບການສ້າງຕັ້ງມາເປັນເວລາ 50 ປີແລ້ວ. ມີຫຼາຍກິດຈະກຳທີ່ມີຄວາມໝາຍ ບໍ່ພຽງແຕ່ອາຫານ ສຳລັບໄວໜຸ່ມເທົ່ານັ້ນ ຫາກຍັງມີເຄື່ອງແຟຊັ່ນ, ເຄື່ອງປະດັບເອ້, ລອງນຸ່ງຊຸດອາພອນ ໄທ ກໍ່ຄືໄດ້ຊົມການຟ້ອນລຳທຳເພງ, ສະແດງສິລະປະວັດທະນະທຳຂອງ ຫວຽດນາມ ແລະ ໄທ. ນ້ອງຮູ້ສຶກປະທັບໃຈທີ່ສຸດ.
ຈຸດພິເສດຂອງງານບຸນປີນີ້ບໍ່ແມ່ນຂະໜາດວາງສະແດງເທົ່ານັ້ນ, ຫາກແມ່ນວິທີເຊື່ອມຕໍ່ບັນດາປັດໄຈວັດທະນະທຳນຳກັນ. ຜູ້ເຂົ້າຮ່ວມງານບຸນສາມາດໄປແຕ່ເຂດວາງສະແດງຊຸດອາພອນພື້ນເມືອງເຖິງເຂດແນະນຳຮູບເງົາ, ແລ້ວຢຸດຢູ່ເຂດລະຫຼິ້ນພື້ນເມືອງ, ລອງນຸ່ງຊຸດອາພອນ ໄທ, ຮັບຟັງແນະນຳກ່ຽວກັບບຸນສົງການ, ກ່ອນທີ່ໄປສູ່ເຂດວາງສະແດງອາຫານ. ສິ່ງດັ່ງກ່າວຈະສ້າງຄວາມຮູ້ສຶກວ່າ ວັດທະນະທຳບໍ່ພຽງແຕ່ຢູ່ລ້າໆໃນເຂດວາງສະແດງເທົ່ານັ້ນ ຫາກຍັງຮ່ວມດຳລົງຊີວິດພ້ອມກັບຜູ້ເຂົ້າຮ່ວມອີກດ້ວຍ. ບໍ່ພຽງແຕ່ໄດ້ຮັບປະທານອາຫານເທົ່ານັ້ນ, ແຂກເຂົ້າຮ່ວມງານບຸນຍັງໄດ້ຮັບແນະນຳກ່ຽວກັບຕົ້ນກຳເນີດຂອງເຍື່ອງອາຫານ, ວິທີປຸງແຕ່ງ ແລະ ບົດບາດຂອງອາຫານໃນຊີວິດຂອງຊາວ ໄທ. ມີເພື່ອນໜຸ່ມຫຼາຍຄົນທີ່ເຄີຍຮ່ຳຮຽນຢູ່ໄທ ກໍ່ຊອກເຫັນຄວາມຊົງຈຳທີ່ລຶ້ງເຄີຍໃນງານບຸນນີ້.
ພວກນ້ອງຫາກໍ່ເຂົ້າຮ່ວມການລະຫຼິ້ນຕ່າງໆຄື ແຕະບານ, ກໍ່ຄືໄປຊື້ຂອງກິນ ແລະ ຊິມເຍື່ອງອາຫານເກືອບທັງໝົດຢູ່ທີ່ນີ້ແລ້ວ ແລະ ຮູ້ສຶກວ່າມ່ວນຫຼາຍ. ພວກນ້ອງກໍ່ເຄີຍໄດ້ໄປ ໄທ ແລ້ວ ແລະເຫັນວ່າງານບຸນຢູ່ທີ່ນີ້ກໍ່ຄ້າຍຄືກັນກັບຢູ່ ໄທ. ໄດ້ລອງນຸ່ງຊຸດອາພອນ ໄທ, ໄດ້ຊົມການສະແດງສິລະປະ, ແລະລະຫຼິ້ນເກມຕ່າງໆ ນ້ອງດີໃຈຫຼາຍ ແລະ ໄດ້ພົບເພື່ອນຄົນ ໄທ ຢູ່ທີ່ນີ້ຫຼາຍຄົນ ນັບທັງຄົນ ຫວຽດ ເວົ້າພາສາ ໄທອີກ. ເຂົາເຈົ້າເປັນມິດສະໜິດສະໜົມທີສຸດ.
ໜຶ່ງໃນບັນດາເຂດທີ່ດຶງດູດຫຼາຍຄົນມາຊົມທີ່ສຸດ ແມ່ນຮ້ານວາງສະແດງຊຸດອາພອນພື້ນເມືອງຂອງ ໄທ. ຊຸດອາພອນເຫຼົ່ານັ້ນຖືກອອກແບບ ໂດຍອີງຕາມມໍລະດົກຂອງ ສົມເດັດພະນາງເຈົ້າ ສິຣິກິດ ພະບໍຣົມລາຊິນີນາດ ພະບໍລົມລາຊະຊົນນະນີພັນປີຫຼວງ ໄດ້ຮັບການແນະນຳພ້ອມກັບການອະທິບາຍກ່ຽວກັບວັດຖຸພັນ, ເຕັກນິກຕ່ຳຜ້າ ແລະ ຄວາມໝາຍທາງດ້ານວັດທະນະທຳຂອງອາພອນແຕ່ລະຊຸດ ອັນໄດ້ເຮັດໃຫ້ເຂດວາງສະແດງເຕັມໄປດ້ວຍ ສີສັນວັດທະນະທຳ ໄທ . ທ່ານນາງ ອຸຣະວະດີ ສິຣິພິຣົມ (Urawadee Sriphiromya), ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ໄທ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:
ເຫດການປີນີ້ຍັງເຊີດຊູມໍລະດົກຂອງ ສົມເດັດພະນາງເຈົ້າ ສິຣິກິດ ພະບໍຣົມລາຊິນີນາດ ພະບໍລົມລາຊະຊົນນະນີພັນປີຫຼວງ, ຜູ້ທີ່ໄດ້ອຸທິດຕະຫຼອດຊີວິດເພື່ອອະນຸລັກຮັກສາ ແລະ ພັດທະນາສິລະປະ ແລະ ວັດນະທະທຳທີ່ເປັນມູນເຊື້ອຂອງ ໄທ, ພິເສດແມ່ນການປະດິດອອກ 8 ຊຸດອາພອນພື້ນເມືອງ ໄທ, ດ້ວຍການປະສານຢ່າງກົມກຽວລະຫວ່າງ ແບບອາພອນພາລະຊາວັງ ໄທ ທີ່ເປັນເອກະລັກສະເພາະ ກັບ ຄວາມສຸພາບຮຽບຮ້ອຍຂອງຍຸກສະໄໝ. ໄທ ໄດ້ສະເໜີ UNESCO ຮັບຮອງ “ຊຸດໄທ: ພູມປັນຍາ, ສິລະປະປະດິດແຕ່ງ ແລະ ບັນດາການປະຕິບັດຕົວຈິງກ່ຽວກັບຊຸດອາພອນພື້ນເມືອງ ໄທ” ເປັນມໍລະດົກວັດທະນະທຳຈັບປາຍບໍ່ໄດ້ ທີ່ເປັນຕົວແທນຂອງມວນມະນຸດ ໃນປີນີ້. ພວກຂ້າພະເຈົ້າຫວັງວ່າຈະໄດ້ຮັບການສະໜັບສະໜູນຈາກເພື່ອນມິດຫວຽດນາມ ແລະ ບັນດາສະມາຊິກຂອງ UNESCO.
ຈາກງານບຸນ “ວັດທະນະທຳໄທ ຢູ່ຮ່າໂນ້ຍ 2026” ພວມກາຍເປັນສັນຍາລັກທີ່ມີຊີວິດຊີວາໃຫ້ແກ່ຈິດໃຈ ອາຊຽນ ເຊິ່ງແມ່ນບ່ອນທີ່ສີສັນໄດ້ຮັບການແບ່ງປັນ, ຄວາມແຕກຕ່າງກັນໄດ້ຮັບການເຄົາລົບ ແລະ ການເຊື່ອມຕໍ່ລະຫວ່າງຄົນກັບຄົນ ສືບຕໍ່ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນລະຫວ່າງປະເທດຕ່າງໆ. ເມື່ອສຽງດົນຕີພື້ນເມືອງໄທດັງກ້ອງກັງວານຢູ່ໃຈກາງນະຄອນ ຮ່າໂນ້ຍ, ອາດສາມາດຮູ້ສຶກໄດ້ສີສັນລວມ - ສີສັນແຫ່ງນ້ຳໃຈມິດຕະພາບ,ການຮ່ວມເດີນທາງ ແລະ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ນັບມື້ນັບຫຍັບເຂົ້າໃກ້ກັນກວ່າ. ບັນດາສີສັນວັດທະນະທຳ, ບັນດາເລື່ອງລາວໃນຊີວິດປະຈຳວັນ ແລະ ການພົບປະກັນໄດ້ປະກອບສ່ວນເພີ່ມພູນຄູນສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນລະຫວ່າງປະຊາຊົນປະເທດຕ່າງໆ, ໃນນັ້ນມີປະຊາຊົນ ຫວຽດນາມ ແລະ ໄທ.
