ລະບົບລູກສອນໄຟ HIMARS ຂອງ ອາເມລິກາ ໃນການຊ້ອມຮົບ (ພາບເອກະສານ: AFP/TTXVN) |
ເມື່ອແບ່ງປັນກັບນັກຂ່າວ, ທ່ານ John Kirby, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ທຳນຽບຂາວ ໃຫ້ຮູ້ວ່າ: ບ້ວງເງິນຫນູນຊ່ວຍໃຫມ່ຂອງ ອາເມລິກາ ຈະສະຫນອງໃຫ້ແກ່ ຢູແກຼນ “ລູກສອນໄຟຕີສະກັດປ້ອງກັນອາກາດ”, ລູກປືນໃຫ້ແກ່ບັນດາລະບົບລູກຈະຫລວດກອງປືນໃຫຍ່ເຄື່ອນທີ່ (HIMARS), ລູກປືນ ແລະ ລຸກປືນຄົກ, ລູກສອນໄຟຕ້ານລົດຖັງ Javelin ແລະ ບັນດາປະເພດອາວຸດຕ້ານລົດຖັງອື່ນອີກ”.
ຕາມ ທ່ານ Kirby ແລ້ວ, ທຳນຽບ 5 ແຈ ກໍ່ຈະປະກາດບັນດາບ້ວງເງິນໃຫຍ່ຂຶ້ນກັບຂອບເຂດຂໍ້ລິເລີ່ມຫນູນຊ່ວຍດ້ານຄວາມສະຫງົບໃຫ້ແກ່ ຢູແກຼນ ໃນໄລຍະຍາວ ເພື່ອແນໃສ່ “ເພີ່ມທະວີກຳລັງຄວາມສາມາດດ້ານປ້ອງກັນອາກາດຂອງ ຢູແກຼນ, ກຳລັງໄຟໄລຍະໄກ ແລະ ອາວຸດຕ້ານລົດຖັງ ກໍ່ຄືຮັກສາບັນດາອຸປະກອນ ຊື່ງອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາກ່ອນຫນ້ານັ້ນ”

