ຕາມ​ທ່ານ​ ສ​ຈ. ຮານ​ຈີນ​ເຢືອ ແລ້ວ, ການ​ຢ້ຽມ​ຢາມ ຈີນ​ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ຊີ້​ໃຫ້​ເຫັນ​ວ່າ ການ​ນຳ ຫວຽດ​ນາມ ຖື​ສາຍ​ພົວ​ພັນ ຫວຽດ​ນາມ - ຈີນ ເປັນ​ສຳ​ຄັນ​ທີ່​ສຸດ; ສ່ອງ​ແສງ​​ຄົບ​ຖ້ວນທັດ​ສະ​ນະ​ຖື​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ກັບ ຈີນ ແມ່ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ພາ​ວະ​ວິ​ໄສ, ການ​ຄັດ​ເລືອກ​ຍຸດ​ທະ​ສາ​ດ ແລະ ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​​ແນວ​ທາງ​ການ​ຕ່າງ​ປະ​ເທດທັງ​ໝົດ​ຂອງ ຫວຽດ​ນາມ.

“ສຳ​ລັບ​ຝ່າຍ ຈີນ, ອາດ​ຈະ​ເຫັນ​ໄດ້​ວ່າ, ພ​ວກ​ຂ້າ​ພະ​ເຈົ້າ​ໄດ້​ຖື​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເປັນ​ສຳ​ຄັນ​ທີ່​ສຸດ. ໃນ​ການ​ພົບ​ປະ​ສອງ​ຝ່າຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ໄດ້​ເນັ້ນ​ໜັກ​ວ່າ: ບໍ່​ວ່າ​ໃນ​ສະ​ພາບ​ການ​ສາ​ກົນ​ມີ​ການ​ປ່ຽນ​ແປງ​ແນວ​ໃດ​ກໍ​ຕາມ, ສາຍ​ພົວ​ພັນ ຈີນ - ຫວຽດ​ນາມ ຍາມ​ໃດ​ກໍ​ຈະ​ແມ່ນ​ທິດ​ທາງ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ທູດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ ​ຈີນ. ສິ່ງ​ດັ່ງ​ກ່າວ ໄດ້​ຢັ້ງ​ຢືນ​ຄືນ​ຄວາມ​ສຳ​ຄັນ​ຂອງ​ການ​ພົວ​ພັນ ຈີນ - ຫວຽດ​ນາມ ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ຈີນ”.

ບິ​ກ​ທ້ວນ, ນັກ​ຂ່າວ VOV ປະ​ຈຳ ຈີນ