ນີ້ແມ່ນຄັ້ງທຳອິດທີ່ກຸ່ມບໍລິສັດນີ້ນຳໃຊ້ທາງການບິນເພື່ອນຳເຂົ້າຜະລິດຕະພັນກະເສດຈາກ ຫວຽດນາມ, ໃນສະພາບການເຄື່ອນໄຫວ logistics ຢູ່ ຕາເວັນອອກກາງ ພວມປະສົບກັບການຜັນແປ. ເຖິງວ່າຄ່າໃຊ້ຈ່າຍສູງກວ່າ, ແຕ່ກຸ່ມບໍລິສັດ Lulu ຍັງເລືອກແບບວິທີນີ້ ເພື່ອແນໃສ່ຮັບປະກັນແຫຼ່ງສະໜອງເປັນປົກກະຕິໃຫ້ແກ່ລະບົບຈຳໜ່າຍ, ພ້ອມທັງຮັກສາຄຳໝັ້ນສັນຍາໜູນຊ່ວຍຜະລິດຕະພັນກະເສດ ຫວຽດນາມ ເຂົ້າເຖິງຕະຫຼາດ ຕາເວັນອອກກາງ.
ໝວດສິນຄ້າຄັ້ງນີ້ລວມມີໝາກໄມ້ຊະນິດຕ່າງໆ ແລະ ຜະລິດຕະພັນກະເສດທີ່ມີຄຸນນະພາບສູງຈາກພາກໃຕ້ ຫວຽດນາມ, ເຊັ່ນ: ໝາກນາວ, ມັງກອນ, ໝາກກ້ຽງໃຫຍ່, ໝາກມີ້. ຕາມການຕີລາຄາຈາກຝ່າຍກຸ່ມບໍລິສັດ Lulu ໃຫ້ຮູ້ວ່າ ຜະລິດຕະພັນກະເສດສົດ ແລະ ອາຫານປຸງແຕ່ງຂອງ ຫວຽດນາມ ໄດ້ຕີລາຄາສູງກ່ຽວກັບຄຸນນະພາບ. ບັນດາຜະລິດຕະພັນຄື: ໝາກມ່ວງຫິມະພານ, ກາເຟ ແລະ ເຄື່ອງເທດພິເສດ ທີ່ຜູ້ບໍລິໂພກ ຕາເວັນອອກກາງ ນິຍົມ.
