ຢູ່ໝູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ຢູ່ຕາແສງ ດວ່າຍເຟືອງ, ນະຄອນ ຮ່າໂນ້ຍ), ມີນັກສິລະປະການ, ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນຊື່ສຽງກວ່າ 300 ຄົນ ພ້ອມດ້ວຍພໍ່ແມ່ພີ່ນ້ອງ 54 ຊົນເຜົ່າຂອງ ຫວຽດນາມ ໄດ້ເຂົ້າຮ່ວມບັນດາກິດຈະກຳແນະນຳ, ວາດພາບຄືນຈຸດວັດທະນະທຳໃນຊີວິດປະຈຳວັນ, ຮີດຄອງປະເພນີ, ພິທີກຳ, ຊຸດອາພອນ, ບົດເພງວາດຟ້ອນ, ອາຫານການກິນ, ອາຊີບຫັດຖະກຳ ການລະຫຼີ້ນພື້ນເມືອງ…,
ກໍໃນໂອກາດນີ້, ຢູ່ແຂວງ ເງະອານ ແລະ ແຄັງຮວ່າ ໄດ້ດໍາເນີນຫຼາຍກິດຈະກຳ ແນໃສ່ເຊີດຊູວັນບຸນວັດທະນະທຳບັນດາເຜົ່າ ຫວຽດນາມ.
