ສະ​ພາ​​ຫົວ​ໜ້າເສ​ນາ​ທິ​ການ​ກອງ​ທັບ​ປະ​ສົມ ສ.ເກົາຫຼີ (JCS) ໄດ​້​ດຳ​ເນີນ​ການ​ວິ​ເຄາະ​ໃນບັນ​ດາ​ຕົວ​ເລກ​ລະ​ອຽດ​ຂອງ​ເຫດ​ຍິງ​ລູກ​ສອນ​ໄຟ​ດັ່ງ​ກ່າວ. ນີ້​ແມ່ນ​ເຫດ​ຍິງ​ລູ​ກ​ສອນ​ໄຟ​ນຳ​ວິ​ທີ​ຄັ້ງ​ທີ 7 ຂອງ ສ​ປ​ປ.ເກົາຫຼີ ໃນ​ປີ​ນີ້ ແລະ​ ແມ່ນ​ເຫດ​ການ​ທີ 4 ໄລ່​ສະ​ເພາະ​ເດືອນ​ເມ​ສາ​ນີ້. ຫ້ອງ​ການ​ຄວາມ​ໝັ້ນ​ຄົງແຫ່ງ​ຊາດ ສ.ເກົາຫຼີ ຄາດ​ຄະ​ເນ​ດຳ​ເນີນ​ກອງ​ປະ​ຊຸມ​ໂດຍ​ດ່ວນ​ພາຍ​ໃນ​ວັນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ອື່ນ ແນ​ໃສ່​ວິ​ເຄາະ​ວິ​ໄຈ, ຕີ​ລາ​ຄາ​ເຫດ​ຍິງ​ລູກ​ສອນ​ໄຟ​ຄັ້ງຫຼ້າ​ສຸດ​ຂອງ​ພຽງ​ຢາງ.

ໃນ​ຂະ​ນະ​ນັ້ນ, ລັດ​ຖະ​ບານ ຍີ່​ປຸ່ນ ໃຫ້​ຮູ້​ວ່າ ບັນ​ດາ​ລູກ​ສອນ​ໄຟ ຂອງ ສ​ປ​ປ.ເກົາຫຼີ ເບິ່ງ​ຄື​ວ່າ​ຕົກ​ຢູ່​ເບື້ອງນອກ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ​ປະ​ເທດ​ນີ້. ໂຕ​ກຽວ ໄດ້​ສົ່ງ​ຄຳ​ຄັດ​ຄ້ານ​ຕໍ່​ບັນ​ດາ​ເຫດ​ຍິງ​ລູກ​ສອນ​ໄຟ​ເຖິງ ພຽງ​ຢາງ​ຢ່າງ​ແຮງ, ເຂົາ​ເຈົ້າ​ເອີ້ນ​ວ່​າ ນີ້​ແມ່ນ​ໄພ​ນາບ​ຂູ່​ຕໍ່​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ ກໍ​ຄື​ປະ​ຊາ​ຄົມ​ສາ​ກົນ.