ລາຍການສະແດງສິລະປະການເມືອງ “ບົດເພງອຳມະຕະຢູ່ແມ່ນ້ຳ” ໄດ້ດຳເນີນໃນຕອນຄ່ຳວັນທີ 18 ເມສາ, ຢູ່ ທ່າເຮືອບັກ II, ນອນໃນເຂດປູຊະນີຍະສະຖານລະດັບຊາດພິເສດ “ທ່າເຮືອບັກແຢງ”, ແຂວງ ກວາງຈິ - ເຊິ່ງເປັນຈຸດໜຶ່ງໃນເສັ້ນທາງຂົນສົ່ງລຳລຽງສະບຽງອາຫານທີ່ສຳຄັນທີ່ສຸດໃຫ້ແກ່ສະໜາມຮົບພາກໃຕ້ໃນປາງສົງຄາມຕ້ານຈັກກະພັດ ອາເມລິກາ. ທ່ານ ເລຕຽນເຈົາ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມລາຍການ ແລະ ຈູດທູບທຽນອາໄລຫາພໍ່ແມ່ພີ່ນ້ອງ, ນັກຮົບທີ່ເສຍສະຫຼະຊີວິດເມື່ອປະຕິບັດໜ້າທີ່ຢູ່ສະຖານທີ່ດັ່ງກ່າວ.
ລາຍການ ເຊີດຊູບັນດາວິລະກຳຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ທີ່ດັງກ້ອງກັງວານໃນໄລຍະ 1964 – 1973. ລາຍການເຊີດຊູການເສຍສະຫຼະ, ພູມປັນຍາ, ຄຸນທາດຜ່ານຜ່າລູກລະເບີດຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ຮັບປະກັນໃຫ້ເສັ້ນທາງຂົນສົ່ງລຳລຽງອອກສູ່ແນວໜ້າ; ມຸ່ງໄປເຖິງວຽກງານຕອບບຸນແທນຄຸນ.
