ໃນ​ກອງ​ປະ​ຊຸມ, ໂຄງ​ການ​ດຳ​ເນີນ​ງານໄດ້​ກຳ​ນົດ​ລວມ​ມີ 07 ໂຄງ​ການ, 105 ໝວດ​ເນື້ອ​ໃນ, ມາດ​ຕະ​ການ ແລະ 16 ມ​າດ​ຕະ​ຖານ, ຕິດ​ຕາມ​ຢ່າງ​ໃກ້​ຊິດ ແລະ ຫັນ​ບັນ​ດາ​ທັດ​ສະ​ນະ, ແຜນ​ນະ​ໂຍ​ບາຍ, ວິ​ໄສ​ທັດ​ເປັນ​ລະ​ອຽດ ແນ​ໃສ່​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ແລະ ການ​ກະ​ທຳ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ, ປະ​ກອບ​ສ່ວນ​ນຳ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ. ໂຄງ​ການ​ດຳ​ເນີນ​ງານ​ກໍ​ໄດ້​ກຳ​ນົດຫຼາຍ​ເນື້ອ​ໃນ​ໃຫຍ່​ຕິດ​ພັນ​ກັບ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່, ເຊັ່ນ: ລະ​ດົມ​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ສັງ​ຄົມ​ແບບ​ຍືນ​ຍົງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ອາ​ສາ​ສະ​ໝັກ​ເພື່ອ​ຊີ​ວິດ​ຊຸມ​ຊົນ; ຍົກ​ສູງ​ສະ​ຕິ​ຄວາມ​ຮັບ​ຮູ້, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ສາ​ກົນ​ຊາວ​ໜຸ່ມ, ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ ແລະ ເລິກ​ເຊິ່ງກວ້າງ​ຂວາງ.