ຕາມເຈົ້າໜ້າທີ່ ທຳນຽບຂາວ Will Scharf ແລ້ວ, ລັດຖະດຳລັດຂອງປະທານາທິບໍດີ Donald Trump ກໍມີເນື້ອໃນຮຽກຮ້ອງໃຫ້ “ພິຈາລະນາຄືນ” ແຫຼ່ງເງິນອຸປະຖຳຂອງ ອາເມລິກາ ໃຫ້ແກ່ ສປຊ ຍ້ອນມີການ “ຜິດດ່ຽງກັນຫຼາຍ” ກ່ຽວກັບຈຳນວນເງິນອຸປະຖຳຂອງບັນດາປະເທດສະມາຊິກ. ປັດຈຸບັນ, ອາເມລິກາ ແມ່ນປະເທດອຸປະຖຳໃຫຍ່ສຸດຂອງ ສປຊ. ສປຊ ຍັງບໍ່ທັນມີປະຕິກິລິຍາກ່ຽວກັບການກະທຳຂອງທ່ານປະທານາທິບໍດີ Donald Trump.
ກໍໃນວັນດຽວກັນ, ທຳນຽບຂາວໃຫ້ຮູ້ວ່າ ບັນດາຖ້ຽວບິນທຳອິດຂອງ ອາເມລິກາ ໄດ້ສົ່ງຊາວອົບພະຍົບແບບຜິດກົດໝາຍທີ່ຖືກກັກຂັງ ໄປຍັງຖານທີ່ໝັ້ນການທະຫານທີ່ມີຊື່ສຽງ Guantanamo ຢູ່ ກູບາ ໄດ້ດຳເນີນໃນວັນທີ 04 ກຸມພາ, ໃນສະພາບການທີ່ ອຳນາດການປົກຄອງປະທານາທິບໍດີ Donald Trump ເພີ່ມທະວີການປາບປາມສະພາບອົບພະຍົບແບບຜິດກົດໝາຍ.
