ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio (ພາບ: REUTERS/TTXVN) |
ວັນທີ 24 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໃຫ້ຮູ້ວ່າ ທຳນຽບຂາວຢາກຈັດກອງປະຊຸມອື່ນກັບບັນດານັກເຈລະຈາ ລັດເຊຍ ເພື່ອສະເໜີ ມົດສະກູ ຍົກອອກບັນດາເງື່ອນໄຂສຳລັບເລື່ອງຕົກລົງເຫັນດີຢຸດຕິການປະທະກັນຢູ່ ຢູແກຼນ. ທ່ານລັດຖະມົນຕີການຕ່າງປະເທດ Rubio ຊີ້ແຈ້ງວ່າ ວໍຊິງຕັນ ຕ້ອງເຊີນທາງຝ່າຍມົດສະກູ ແລະ ກີແອັບ ເຂົ້າຮ່ວມການເຈລະຈາ, ເລີ່ມຕົ້ນກັບ ລັດເຊຍ. ດັ່ງນັ້ນ, ອາເມລິກາ ໄດ້ມີການພົບປະກັບຜູ້ຕາງໜ້າ ລັດເຊຍ ໃນອາທິດກ່ອນ. ຕາມທ່ານ Rubio ແລ້ວ, ຝ່າຍ ລັດເຊຍ ໄດ້ຕອບວ່າ ຈະເຫັນດີຕໍ່ບັນດາເງື່ອນໄຂທີ່ສອດຄ່ອງ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ຍ້ອນສອງຝ່າຍຍັງບໍ່ທັນປຶກສາຫາລືກັນຢ່າງລະອຽດກ່ຽວກັບບັນດາເງື່ອນໄຂນັ້ນ, ສະນັ້ນ ຂັ້ນຕອນຕໍ່ໄປແມ່ນສອງປະເທດຈະພົບປະກັນຄືນໃໝ່ໃນຈຸດເວລາໃດໜຶ່ງ, ວາງອອກບັນດາເງື່ອນໄຂ ທີ່ ມົດສະກູ ຕ້ອງມີ ເພື່ອຢຸດຕິການປະທະກັນ. ໄປຄຽງຄູ່ກັນນັ້ນ, ວໍຊິງຕັນ ກໍຈະປຶກສາຫາລືບັນດາເງື່ອນໄຂກັບ ກີແອັບ.

