ຮາມາດສ ປ່ອຍຕົວປະກັນ (ພາບ: Reuters)

ວັນທີ 19 ກຸມພາ, ວົງການເຈົ້າໜ້າທີ່ ອິດສະຣາແອັນ ຢັ້ງຢືນວ່າ ໄດ້ຮັບບັນຊີລາຍຊື່ຕົວປະກັນ 4 ຄົນທີ່ເສຍຊີວິດ ທີ່ຂະບວນການ ອິດສະລາມ ຮາມາດສ ມອບສົ່ງໃຫ້ໃນວັນທີ 20 ກຸມພາ. ວັນທີ 22 ກຸມພາ, ຄາດວ່າ ຮາມາດສ ຈະປ່ອຍຕົວປະກັນ 6 ຄົນເປັນອິດສະຫຼະ ແລະ ສົ່ງບັນຊີລາຍຊື່ບັນດາຕົວປະກັນໃນການປ່ອຍຕົວອິດສະຫຼະຄັ້ງຈະມາເຖິງ ໃຫ້ແກ່ຝ່າຍ ອິດສະຣາແອັນ ຜ່ານບັນດາປະເທດເປັນກາງໄກ່ເກ່ຍສາກົນແລ້ວ.

ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 19 ກຸມພາ, ສື່ມວນຊົນ ອີຢິບ ໄດ້ໃຫ້ຂ່າວວ່າ ຮາມາດ ໄດ້ສະແດງເຈດຕະນາດີພ້ອມແລ້ວທີ່ຈະປ່ອຍຕົວປະກັນທີ່ຍັງເຫຼືອທັງໝົດ ເຊິ່ງກຸ່ມນີ້ໄດ້ກັກຂັງຢູ່ເຂດ ກາຊາ ໃຫ້ແກ່ຝ່າຍ ອິດສະຣາແອັນ ໃນການແລກປ່ຽນຄັ້ງດຽວ ໃນໄລຍະທີ 2 ຂອງຂໍ້ຕົກລົງ. ພາຍຫຼັງໄລຍະທີ 1 ຂອງຄຳສັ່ງຢຸດຍິງ, ຈຳນວນຕົວປະກັນທັງໝົດທີ່ຍັງຖືກກັກຂັງແມ່ນ 58 ຄົນ. ເຖິງຢ່າງໃດກໍຕາມ, ຍັງບໍ່ທັນຮູ້ແຈ້ງຈຳນວນຕົວປະກັນທີ່ຍັງມີຊີວິດ ແລະ ຈຳນວນຕົວປະກັນທີ່ ຮາມາດສ ພວມກັກຂັງໃນປັດຈຸບັນແມ່ນເທົ່າໃດ.

ບ໊າທີ, ນັກຂ່າວ VOV ປະຈຳ ອີຢິບ