ພາບປະກອບ: Reuters

ວັນທີ 3 ກຸມພາ ຮາມາສ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາກ່ຽວກັບໄລຍະທີສອງຂອງຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ. ຕາມເຈົ້າໜ້າທີ່ ຮາມາສ ຄົນໜຶ່ງແລ້ວ, ກຳລັງນີ້ໄດ້ປະກາດກ່ຽວກັບການກຽມພ້ອມໃຫ້ແກ່ບັນດາການເຈລະຈາກ່ຽວກັບໄລຍະທີສອງຂອງຂໍ້ຕົກລົງຢຸດຍິງກັບບັນດານັກເປັນກາງໄກ່ເກ່ຍ, ພ້ອມທັງຮຽກຮ້ອງບັນດານັກເປັນກາງໄກ່ເກ່ຍຮັບປະກັນຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ໄດ້ຮັບປະກັນປະຕິບັດ ແລະ ບໍ່ຖືກຢຸດສະຫງັກ. ຕາມບັນດາເງື່ອນໄຂຂອງຂໍ້ຕົກລົງຢຸດຍິງລະຫວ່າງ ອິດສະລາແອັນ ແລະ ຮາມາສ ທີ່ມີຜົນບັງຄັບໃຊ້ໃນວັນທີ 19 ມັງກອນ ທີ່ຜ່ານມາແລ້ວ, ບັນດາການເຈລະຈາກ່ຽວກັບໄລຍະທີສອງຂອງຂໍ້ຕົກລົງເລີ່ມແຕ່ ວັນທີ 3 ກຸມພາ. ໃນຂະນະນັ້ນ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະລາແອັນ ໃຫ້ຮູ້ວ່າ ທ່ານ ນາຍົກລັດຖະມົນຕີ Benjamin Netanyahu ໄດ້ປຶກສາຫາລືກ່ຽວກັບໄລຍະທີສອງຂອງຂໍ້ຕົກລົງຢຸດຍິງກັບທ່ານ Steve Witkoff ທູດພິເສດພາກຕາເວັນອອກກາງຂອງປະທານາທິບໍດີ ອາເມລິກາ ເນື່ອງໃນໂອກາດໄປຢ້ຽມຢາມ ອາເມລິກາ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump.