ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) |
ໂດບສືບຕໍ່ບັນດາເຫດການຂອງ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 38 – 39. ຕ່ອນບ່າຍວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ - ຈີນຄັ້ງທີ 24. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ ຢັ້ງຢືນວ່າ ອາຊຽນ ແລະ ຈີນສືບຕໍ່ຍົກສູງລັດທິຫຼາຍຝ່າຍ, ການຮ່ວມມືຢ່າງສະເໝີພາບ, ມີຄວາມເຄົາລົບເຊິ່ງກັນແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີ ມີຄວາມປາດຖະໜາວ່າ ຈີນ ສືບຕໍ່ເຂົ້າຮ່ວມການຮ່ວມມືໃນພາກພື້ນ ແລະ ສາກົນ ໃນການຄວບຄຸມໂລກລະບາດ, ຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການຟື້ນຟູ ແລະ ພັດທະນາແບບຍືນຍົງ, ອາຊຽນ ແລະ ຈີນ ຟື້ນຟູບັນດາລະບົບການຜະລິດ, ສະໜອງຂອງພາກພື້ນ ໂດຍໄວ, ສ້າງຄວາມສະດວກໃນການສັນຈອນໄປມາຢ່າງປອດໄພໃຫ້ແກ່ປະຊາຊົນ, ນັກທຸລະກິດ, ພ້ອມທັງສົ່ງເສີມການລົງທຶນ, ແລກປ່ຽນ ການຄ້າ, ສ້າງໄມ້ງັດໃຫ້ແກ່ການຟື້ນຟູເສດຖະກິດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
