ໃນການຖະແຫຼງຂ່າວທີ່ຈັດຂຶ້ນໃນຕອນບ່າຍວັນທີ 02 ເມສາ, ຢູ່ ຮ່າໂນ້ຍ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ ຫວຽດນາມ ໄດ້ກະກຽມບັນດາແຜນການກ່ຽວກັບການປົກປ້ອງພົນລະເມືອງ ກໍຄືແລກປ່ຽນກັບຝ່າຍ ອີຣານ ແລະ ບັນດາປະເທດໃກ້ຄຽງ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ກຳປັ່ນ, ລູກເຮືອ ແລະ ພົນລະເມືອງ ຫວຽດນາມ ໃຫ້ສາມາດເດີນທາງອອກຈາກເຂດເກີດການປະທະກັນດ້ວຍຄວາມປອດໄພ.
ກ່ຽວຂ້ອງເຖິງເລື່ອງພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນ, ທ່ານນາງ ຟ້າມທູຮັ່ງ ຢືນຢັນວ່າ:
“ໃນໄລຍະຜ່ານມາ, ບັນດາອົງການຜູ້ຕາງໜ້າຂອງ ຫວຽດນາມ ຢູ່ພາກພື້ນ ຕາເວັນອອກກາງ ຍັງສືບຕໍ່ຮັກສາບັນດາໂທລະສັບສາຍດ່ວນ, ພ້ອມກັນນັ້ນກໍ່ຜັນຂະຫຍາຍບັນດາມາດຕະການໜູນຊ່ວຍພົນລະເມືອງກັບເມືອປະເທດ ຫຼື ໄປປະເທດທີ 3 ດ້ວຍຄວາມປອດໄພ. ມາຮອດປະຈຸບັນ, ບັນດາອົງການຜູ້ຕາງໜ້າຂອງ ຫວຽດນາມ ໄດ້ໜູນຊ່ວຍພົນລະເມືອງ ຫວຽດນາມ 556 ຄົນທີ່ຕິດຄ້າງຢູ່ຕາເວັນອອກກາງ. ແລະ ບັນດາອົງການຜູ້ຕາງໜ້າ ຫວຽດນາມ ຂອງພາກພື້ນ ກໍ່ສືບຕໍ່ຕິດຕາມສະພາບການ, ຮັກສາ, ຕິດຕໍ່ຢ່າງແໜ້ນແຟ້ນກັບບັນດາອົງການທີ່ມີໜ້າທີ່ຂອງປະເທດປະຈຳຖິ່ນ, ກຽມພ້ອມບັນດາແຜນການເພື່ອປົກປ້ອງ, ຍົກຍ້າຍພົນລະເມືອງໃນກໍລະນີສຸກເສີນຢ່າງທັນການ”.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ