ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 403 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງລາວ.
ເພື່ອນ ຄຳປະສົງ ຢູ່ຫຼວງພະບາງ ໄດ້ສົ່ງອີເມວມາຫາລາຍການໂດຍແບ່ງປັນວ່າ: ປີ 2026, ເມືອງເກົ່າ ຫຼວງພະບາງ ຈະຈັດບຸນປີໃໝ່ ລາວ ພິເສດແຕ່ວັນທີ 11 – 20 ເມສາ 2026, ແກ່ຍາວທົບ 2 ເທົ່າເມື່ອທຽບໃສ່ບຸນປີໃໝ່ປະເພນີ ເພື່ອຕ້ອນຮັບແຂກທ່ອງທ່ຽວຢູ່ທົ່ວທຸກແຫ່ງເຂົ້າຮ່ວມໜຶ່ງໃນບັນດາງານບຸນທີ່ເປັນເອກະລັກສະເພາະທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. ໃນນັ້ນຈະມີບັນດາການເຄື່ອນໄຫວ, ຄື: ພິທີສົງພະພຸດທະເຈົ້າທີ່ສັກສິດ, ພິທີນີ້ິ້ມີຄວາມໝາຍຂໍຄວາມສະຫງົບ ແລະ ໂຊກລາບໃຫ້ແກ່ປີໃໝ່; ພິທີແຫ່ນາກ; ພິທີແຫ່ຂະບວນຊ້າງ, ງານຕະຫຼາດນັດ ແລະ ບັນດາການເຄື່ອນໄຫວພື້ນເມືອງອື່ນໆ. ຂ້າພະເຈົ້າຫວັງວ່າ ຈະມີແຂກທ່ອງທ່ຽວ ຫວຽດນາມ ຫຼາຍຄົນໄປຮ່ວມງານບຸນນີ້.
ເພື່ອນ ຄຳສີ, ນັກສຶກສາມະຫາວິທະຍາໄລ ຄົມມະນາຄົມຂົນສົ່ງ ຮ່າໂນ້ຍ, ໄດ້ສົ່ງຂໍ້ຄວາມມາທາງ Facebook, ແບ່ງປັນວ່າ: ວັນທີ 27 ມີນາ ຜ່ານມາ, ຢູ່ສະຖາບັນເຕັກໂນໂລຊີໄປສະນີ ໂທລະຄົມມະນາຄົມ ໄດ້ຈັດກອງປະຊຸມສະຫຼຸບວຽກງານການສຶກສາ ແລະ ການຄຸ້ມຄອງນັກສຶກສາ ລາວ ທີ່ ສສ.ຫວຽດນາມ ສົກຮຽນ 2025 – 2026 ແລະ ທິດທາງແຜນການສົກຮຽນ 2026 – 2027. ຕາມຂໍ້ມູນຈາກກອງປະຊຸມ, ມາຮອດປະຈຸບັນ, ມີນັກຮຽນລາວ 12.186 ຄົນພວມຮ່ຳຮຽນຢູ່ຫຼາຍສະຖານບຳລຸງສ້າງໃນທົ່ວປະເທດ ຫວຽດນາມ. ນີ້ແມ່ນແຫຼ່ງຊັບພະຍາກອນອັນລ້ຳຄ່າໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາປະເທດ ລາວ ໃນອະນາຄົດ. ໂດຍເລີ່ມມາຈາກບັນດາໝາກຜົນທີ່ຕັ້ງໜ້າໃນວຽກງານບຳລຸງສ້າງ ແລະ ຄົ້ນຄວ້າຂອງນັກຮຽນ, ນັກສຶກສາ ແລະ ນັກຄົ້ນຄວ້າຂອງ 2 ປະເທດໃນໄລຍະຜ່ານມາ, 2 ພັກ, 2 ລັດຖະບານຂອງ ຫວຽດນາມ ແລະ ລາວ ຈະສືບຕໍ່ຮັກສາ, ເປີດກວ້າງການແລກປ່ຽນທຶນການສຶກສາ, ໃນນັ້ນ, ຫວຽດນາມ ໄດ້ຮັບເອົານັກສຶກສາ ລາວ ມາຮ່ຳຮຽນຢູ່ຫຼາຍຂັ້ນຮຽນ ແລະ ມີຫຼາຍຮູບແບບທຶນການສຶກສາທີ່ແຕກຕ່າງກັນ. ສິ່ງດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນຍຸດທະສາດການພັດທະນາແຫຼ່ງຊັບພະຍາກອນມະນຸດຂອງ ລາວ.
ເພື່ອນ ວົງຄຳ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີເມວມາຫາລາຍການ ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ຟັງກ່ຽວກັບລາຍການນັກສຶກສາລາວ ທີ່ຮຽນຢູ່ ຫວຽດນາມ ຮັບຄອບຄົວພໍ່ແມ່ລ້ຽງຊາວ ຫວຽດນາມ ຂອງໂຮງຮຽນມິດຕະພາບ T80. ຂ້າພະເຈົ້າຢາກຮູ້ວ່າ ລາຍການນີ້ຍັງໄດ້ປະຕິບັດບໍ່?
ເພື່ອນ ວົງຄຳ ທີ່ຮັກແພງ, ໂຮງຮຽນມິດຕະພາບ T80 ແມ່ນໂຮງຮຽນສະເພາະ, ປະຕິບັດໜ້າທີ່ການເມືອງກ່ຽວກັບວຽກງານພົວພັນຕ່າງປະເທດ ແລະ ວຽກງານຊົນເຜົ່າຂອງພັກ ແລະ ລັດ ຫວຽດນາມ. ໂດຍເລີ່ມຈາກຄວາມຫວັງວ່າ ເພື່ອໃຫ້ນັກສຶກສາ ລາວ ແຕ່ລະຄົນ ໃນການຮ່ຳຮຽນຢູ່ໂຮງຮຽນມິດຕະພາບ T80 ບໍ່ພຽງແຕ່ມີໂຮງຮຽນ, ຄູອາຈານເທົ່ານັ້ນ ຫາກຍັງມີຄອບຄົວ ຫວຽດນາມ ເພື່ອແບ່ງປັນ, ສ້າງຄວາມຮັກແພງ. ນັບແຕ່ປີ 2017, ໂຮງຮຽນໄດ້ສົມທົບກັບສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ ເຊີນໄຕ ພ້ອມກັນຜັນຂະຫຍາຍລາຍການນັກສຶກສາລາວ ທີ່ຮຽນຢູ່ ຫວຽດນາມ ຮັບຄອບຄົວພໍ່ແມ່ລ້ຽງຊາວ ຫວຽດນາມ. ຜົນສຳເລັດຂອງລາຍການໄດ້ຮັບການແຜ່ຂະຫຍາຍ. ມາຮອດປະຈຸບັນ, ນັກສຶກສາ ລາວ 100% ໄດ້ມີຄອບຄົວພໍ່ແມ່ລ້ຽງຊາວ ຫວຽດນາມ ຮັບໄປຢູ່ນຳແລ້ວ.
ພາຍຫຼັງຜັນຂະຫຍາຍຢ່າງຕໍ່ເນື່ອງມາເປັນເວລາ 10 ປີ, ບັນດາຄອບຄົວຊາວ ຫວຽດນາມ ໄດ້ຮັບນັກສຶກສາ ລາວ ກວ່າ 1.000 ຄົນໄປຢູ່ນຳ. ຜ່ານລາຍການ, ບັນດານັກສຶກສາລາວ ມີຄອບຄົວທີ 2 ຢູ່ ຫວຽດນາມ ຢ່າງແທ້ຈິງ. ໝາກຜົນຂອງລາຍການຍັງສະແດງອອກຜ່ານເລື່ອງ ນັກສຶກສາລາວ ທີ່ມີພໍ່ແມ່ລ້ຽງຊາວ ຫວຽດນາມ ລ້ວນແຕ່ມີຜົນການຮຽນທີ່ດີ. ບັນດາຄູອາຈານ ແລະ ພິເສດແມ່ນບັນດາຄອບຄົວພໍ່ແມ່ລ້ຽງຊາວ ຫວຽດນາມ ຈະຊ່ວຍໃຫ້ພວກນ້ອງຮັກຮຽນ ລາວ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທຳ, ຮີດຄອບປະເພນີຂອງ ຫວຽດນາມ, ຊ່ວຍໃຫ້ພວກນ້ອງມີກຳລັງໃຈ, ເງື່ອນໄຂສະດວກເພື່ອຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ສຶບຕໍ່ເປັນຂົວຕໍ່ແບບຍືນຍົງໃຫ້ແກ່ນ້ຳໃຈສາມັກຄີລະຫວ່າງ 2 ປະເທດ. ປະຈຸບັນ, ທາງໂຮງຮຽນ ຍັງສືບຕໍ່ຈັດລາຍການດັ່ງກ່າວ.
ເພື່ອນ ວຽງຄຳ, ດຳລົງຊີວິດຢູ່ແຂວງ ວຽງຈັນ, ໄດ້ສົ່ງຂໍ້ຄວາມມາທາງ FB ດ້ວຍເນື້ອໃນທີ່ວ່າ: ຜ່ານລາຍການສະຫຼຸບຂ່າວເດັ່ນ ຫວຽດນາມ - ລາວ, ຂ້າພະເຈົ້າໄດ້ຮັບຟັງຂ່າວໂດຍຫຍໍ້ກ່ຽວກັບແຜນການສ້າງເຂດເສດຖະກິດດ່ານຊາຍແດນສາກົນ ເກົ່າແຈວ. ໃນອະນາຄົດ ນີ້ຈະແມ່ນໜຶ່ງໃນບັນດາຂົວຕໍ່ພັດທະນາເສດຖະກິດລະຫວ່າງ 2 ປະເທດ. ຂ້າພະເຈົ້າຢາກຮູ້ຂໍ້ມູນກ່ຽວກັບການວາງແຜນຜັງດັ່ງກ່າວ.
ເພື່ອນ ວຽງຄຳ ທີ່ຮັກແພງ, ຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຊັນປະກາດໃຊ້ຂໍ້ຕົກລົງເລກທີ 439, ລົງວັນທີ 16 ມີນາ 2026 ອະນຸມັດການດັດປັບການວາງແຜນຜັງກໍ່ສ້າງເຂດເສດຖະກິດດ່ານຊາຍແດນສາກົນ ເກົ່າແຈວ (ແຂວງ ຮ່າຕິ້ງ) ຮອດປີ 2045. ການວາງແຜນຜັງໃໝ່ໄດ້ວາງເປົ້າໝາຍພັດທະນາເຂດນີ້ໃຫ້ກາຍເປັນຂົວຕໍ່ດ້ານຄົມມະນາຄົມສຳຄັນໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ, ພ້ອມກັນນັ້ນ ກໍ່ແມ່ນປະຕູແລກປ່ຽນການຄ້າລະຫວ່າງ ຫວຽດນາມ - ລາວ ແລະ ບັນດາປະເທດໃນພາກພື້ນ. ຂໍ້ຕົກລົງດັ່ງກ່າວຊີ້ແຈ້ງວ່າ ຮູບແບບການພັດທະນາຂອງເຂດເສດຖະກິດດ່ານຊາຍແດນໄດ້ຮັບການກໍ່ສ້າງຕາມທິດສັງລວມ, ຫຼາຍຂົງເຂດ, ລວມມີ ການຄ້າ, ການບໍລິການ, logistics, ອຸດສາຫະກຳ, ກະສິກຳ - ປ່າໄມ້, ການທ່ອງທ່ຽວ ແລະ ເຂດຕົວເມືອງ. ຍຸດທະສາດການພັດທະນາຂອງເຂດເສດຖະກິດດ່ານຊາຍແດນສາກົນ ເກົ່າແຈວ ໄດ້ສຸມໃສ່ 5 ເສົາຄ້ຳຕົ້ນຕໍ. ທີ 1, ເພີ່ມທະວີການຮ່ວມມືດ້ານເສດຖະກິດດ່ານຊາຍແດນ ຫວຽດນາມ - ລາວ. ທີ 2, ພັດທະນາກະສິກຳ, ປ່າໄມ້ ອຸດສາຫະກຳເຕັກໂນໂລຊີສູງ ຕິດພັນກັບລະບົບຊີວະພາບທຳມະຊາດ. ທີ 3, ຍູ້ແຮງການທ່ອງທ່ຽວດ່ານຊາຍແດນ ແລະ ທ່ອງທ່ຽວຊີວະພາບ. ທີ 4, ພັດທະນາອຸດສາຫະກຳ, ອຸດສາຫະກຳນ້ອຍຫັດຖະກຳ ແລະ logistics. ສຸດທ້າຍ, ຮັບປະກັນຄວາມກົມກຽວລະຫວ່າງບັນດາປັດໄຈວັດທະນະທຳ - ສັງຄົມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ