ທີ່ກອງ​ປະ​ຊຸມ, 2 ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ໃນ​ການ​ສະ​ໜອງ​ພະ​ລັງ​ງານ​ໃຫ້​ເປັນ​ປົກ​ກະ​ຕິ, ຂຸດ​ຄົ້ນ​ອາຍ​ແກັດ​ທຳ​ມະ​ຊາດ​, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ ແລະ ພະ​ລັງ​ງານ​ນິວ​ເຄຼຍ​​ພົນ​ລະ​ເຮືອນ… ໃຫ້​ມີ​ປະ​ສິດ​ທິ​ຜົນ. ອົງ​ການ​ພະ​ລັງ​ງານ ລັດ​ເຊຍ ແລະ ກ​ຸ່ມ​ບໍ​ລິ​ສັດ​ພະ​ລັງ​ງານ​ປະ​ລະ​ມາ​​ນູ​ແຫ່ງ​ຊາດ ລັດ​ເຊຍ (Rosatom) ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ສູນ​ພະ​ລັງ​ງານ ອາ​ຊຽນ (ACE). ຝ່າຍ ລັດ​ເຊຍ ໄດ້​ເຕື້ອງ​ເຖິງ​ຂ​ໍ້​ຕົກ​ລົງ​ຮ່ວມ​ມືກໍ່​ສ້າງ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ​ກັບ ຫວຽດ​ນາມ ຄື​ດັ່ງ​ບາດ​ກ້າ​ວ​ທີ່​ພົ້ນ​ເ​ດັ່ນ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ລະ​ຫວ​່າງ 2 ຝ່າຍ, ໜູນ​ຊ່ວຍ​ໃຫ້​ແກ່​ວິ​ວັດ​ການ​ຫັນ​ປ່ຽນ​ພະ​ລັງ​ງານ ແລະ ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ພາກ​ພື້ນ​ໃຫ້​ມີ​ປະ​ສິດ​ທິ​ຜົນ.