ພິທີມອບລາງວັນ (ພາບ: VOV5)

ຕອນຄ່ຳວັນທີ 20 ມັງກອນ, ໃນພິທີມອບລາງວັນການທ່ອງທ່ຽວ ອາຊຽນ ໄດ້ດຳເນີນຢູ່ ມາເລເຊຍ, ກຸ່ມໂຮມສະເຕ ບ້ານທາ, ຕາແສງ ເຟືອງໂດ້, ນະຄອນ ຮ່າຢາງ, ແຂວງ ຮ່າຢາງ, ແມ່ນ 01 ໃນ 05 ຫົວໜ່ວຍຕ່າງໜ້າໃຫ້ແກ່ ຫວຽດນາມ ຮັບລາງວັນ ໂຮມສະແຕ ອາຊຽນ 2025. ນີ້ແມ່ນລາງວັນອັນສູງສົ່ງຂອງ ອາຊຽນ, ປະກອບສ່ວນເຊີດຊູ ແລະ ພັດທະນການທ່ອງທ່ຽວ, ແມ່ນໂອກາດເພື່ອໂຄສະນາເຄື່ອງໝາຍການຄ້າການທ່ອງທ່ຽວຊຸມຊົນ ຮ່າຢາງ ອອກສູ່ໂລກ. ພ້ອມທັງ, ຍົກສູງປະສິດທິຜົນການສົ່ງເສີມການທ່ອງທ່ຽວ ແລະ ພັດທະນາເຄື່ອງໝາຍການຄ້າການທ່ອງທ່ຽວ ຮ່າຢາງ ສະຖານທີ່ວັດທະນະທຳ ແຖວໜ້າ ອາຊີ.

ການນຳແຂວງ ຮ່າຢາງ ຮັບລາງວັນ (ພາບ: VOV5)

ທ່ານນາງ ຫງວຽນທິຮວ່າຍ, ຮັກສາການຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າຢາງ ໃຫ້ຮູ້ວ່າ ປັດຈຸບັນ ຮ່າຢາງ ມີໂຮມສະເຕ 561 ແຫ່ງ; 16 ໝູ່ບ້ານທ່ອງທ່ຽວຊຸມຊົນ ໄດ້ຮັບການຮັບຮອງວ່າເປັນໝູ່ບ້ານວັດທະນະທຳທ່ອງທ່ຽວພົ້ນເດັ່ນ.

“ປັດຈຸບັນ, ຮ່າຢາງ ໄດ້ກໍ່ສ້າງແຜນການຜັນຂະຫຍາຍການລົງທຶນຍົກລະດັບ, ສ້ອມແປງພື້ນຖານໂຄງລ່າງ, ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ, ສະຖາປັດຕະຍາກຳເຮືອນຢູ່, ຖ່າຍທອດອາຊີບຫັດຖະກຳ ແລະ ບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸ, ສ້າງຮູບແບບຢ້ຽມຊົມທັດສະນະສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ… ໃຫ້ບຸລິມະສິດໃນການລະດົມທຸກແຫຼ່ງກຳລັງ ແລະ ໂຄງການອະນຸລັກຮັກສາວັດທະນະທຳທີ່ເປັນມູນເຊື້ອ ແລະ ຍົກສູງຄຸນນະພາບການບໍລິການບັນດາໝູ່ບ້ານວັດທະນະທຳທ່ອງທ່ຽວຊຸມຊົນ ໃນບໍລິເວັນແຂວງ ຮ່າຢາງ ຮອດປີ 2025 ແລະ ບັນດາແຫຼ່ງກຳລັງຈາກສັງຄົມ”.

ປີ 2023, ບ້ານນ້ຳດຳ (ຕາແສງ ກວານບະ, ເມືອງ ກວານບະ) ໄດ້ຮັບລາງວັນ ອາຊຽນ ກ່ຽວກັບຂົງເຂດການທ່ອງທ່ຽວຊຸມຊົນ.