ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu(ພາບປະກອບ: Reuters)
|
ວັນທີ 16 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio, ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຢູ່ Tel Aviv (ອິດສະຣາແອັນ) ເພື່ອຊຸກຍູ້ແຜນການຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຕໍ່ເລື່ອງ ອາເມລິກາ ຮັບປົກຄອງເຂດ ກາຊາ ແລະ ຍົກຍ້າຍປະຊາຊົນ ປາແລັດສະຕິນ ຢູ່ເຂດ ກາຊາ ຈຳນວນຫຼາຍກວ່າ 2 ລ້ານຄົນໄປຍັງບັນດາປະເທດອື່ນຢູ່ພາກພື້ນ.
ພາຍຫຼັງການພົບປະ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ໃຫ້ຮູ້ວ່າ, 2 ຝ່າຍໄດ້ປຶກສາຫາລືວິໄສທັດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຕໍ່ອະນາຄົດຂອງເຂດ ກາຊາ ແລະ ຈະສົມທົບກັນເພື່ອຮັບປະກັນວິໄສທັດນັ້ນໃຫ້ປະກົດຜົນເປັນຈິງ. ທ່ານກໍ່ເນັ້ນໜັກວ່າ, ອາເມລິກາ ແລະ ອິດສະຣາແອັນ ມີຍຸດທະສາດລວມໃຫ້ແກ່ເຂດ ກາຊາ, ລວມທັງການລົບລ້າງຂະບວນການ ຮາມາດ ຄືດັ່ງກຳລັງການເມືອງ ແລະ ການທະຫານ.
ກ່ຽວຂ້ອງເຖິງສະພາບການຢູ່ເຂດ ກາຊາ, ວັນທີ 16 ກຸມພາ, ບັນດາແຫຼ່ງຂ່າວຈາກ ອາເມລິກາ ແລະ ອິດສະຣາແອັນ ໃຫ້ຮູ້ວ່າ, ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງໄລຍະທີ 2 ອາດຈະເລີ່ມຂຶ້ນໂດຍໄວ ເມື່ອ ອິດສະຣາແອັນ ຈັດສົ່ງຜູ້ຕາງໜ້າມາ ກາຍໂຣ, ອີຢິບ.

