ວັນທີ 26 ມັງກອນ, ປະທານາທິບໍດີ ອາເມລິກາ Donald Trump, ໄດ້ຖະແຫລງວ່າ ຈະຈັດວາງອັດຕາພາສີ,ຈຳກັດວິຊາ ແລະ ບາງມາດຕະການໂຕ້ຕອບອື່ນສຳລັບ Colombia ພາຍຫລັງປະເທດນີ້ໄດ້ປະຕິເສດການຮັບສອງຖ້ຽວບິນຂົນສົ່ງຊາວອົບພະຍົບທີ່ຖືກອາເມລິກາ ເນລະເທດ.
ກ່ອນຫນ້ານັ້ນ ໃນວັນດຽວກັນ, ປະທານາທິບໍດີ Colombia ທ່ານ Gustavo Petro ໃຫ້ຮູ້ວ່າ: ອຳນາດການປົກຄອງຂອງທ່ານ ຈະບໍ່ຮັບບັນດາຖ້ຽວບິນຂົນສົ່ງຊາວອົບພະຍົບ Colombi ຢູ່ ອາເມລິກາ ທີ່ຖືກເນລະເທດ ພາຍຫລັງຕຳຫນິຕິຕຽນອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ຖືຊາວອົບພະຍົບ Colombia ຄືດັ່່ງອາດຊະຍາກອນ.
ຫລັງຈາກນັ້ນ ປະທານາທິບໍດີ ອາເມລິກາ Donald Trump ໄດ້ຖະແຫລງວ່າ ຄຳຕັດສິນຂອງທ່ານປະທານາທິບໍດີ Colombia ໄດ້ກໍ່ຜົນສະທ້ອນເຖິງຄວາມໝັ້ນຄົງແຫ່ງຊາດ ອາເມລິກາ. ເພື່ອໂຕ້ຕອບ, ທ່ານ Donald Trump ໄດ້ຈັດວາງອັດຕາພາສີ 25% ສຳລັບທຸກປະເພດສິນຄ້າຂອງ Colombia ແລະ ອັດຕາພາສີນີ້ຈະເພີ່ມຂຶ້ນ 50% ພາຍຫລັງ 1 ອາທິດ. ນອກນັ້ນ ທ່ານ Trump ກໍ່ອອກຄຳສັ່ງຫ້າມໄປມາ ແລະ ຖອນເອົາ ວິຊາສຳລັບທຸກເຈົ້າຫນ້າທີ່ອຳນາດການປົກຄອງ Colombia, ບັນດາພັນທະມິດ ແລະ ຜູ້ສະຫນັບສະຫນູນເຂົາເຈົ້າ.
Colombia ໄດ້ຮັບ 475 ຖ້ຽວບິນຂົນສົ່ງຊາວອົບພະຍົບຖືກ ອາເມລິກາ ເນລະເທດແຕ່ປີ 2020- 2024, ສະເພາະປີກາຍນີ້ແມ່ນ 124 ຖ້ຽວບິນ.
