ອາກຊັງຕິນ ແມ່ນປະເທດທີ 2 ຖອນຕົວອອກຈາກ WHO (ພາບ: Reuters)

ວັນທີ 5 ກຸມພາ, ໂຄສົກທຳ ນຽບປະທານາທິບໍດີ ອາກຊັງຕິນ Manuel Adorni ຖະແຫຼງວ່າ ປະເທດນີ້ ຈະຖອນຕົວອອກຈາກອົງການອະນາໄມໂລກ (WHO) ແລະ ຢັ້ງຢືນວ່າ ດ້ວຍຂໍ້ຕົກລົງນີ້, Buenos Aires “ພວມມຸ່ງໄປເຖິງປະເທດທີ່ມີອະທິປະໄຕໃນບັນດາບັນຫາສາທາລະນະສຸກ".

ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວ, ທ່ານ Manuel Adorni ໃຫ້ຮູ້ວ່າ ອາກຊັງຕິນ ບໍ່ໄດ້ຮັບການອຸປະຖຳຈາກອົງການນີ້, ດັ່ງນັ້ນ, ການຕັດສິນດັ່ງກ່າວບໍ່ສົ່ງຜົນກະທົບຕໍ່ຄຸນນະພາບການບໍລິການສາທາລະນະສຸກຂອງ ອາກຊັງຕິນ. ເລື່ອງ ອາກຊັງຕິນ ຖອນຕົວອອກຈາກ WHO ຈະມີຜົນສັກສິດເມື່ອທ່ານປະທານາທິບໍດີ Javier Milei ລົງນາມໃນລັດຖະດຳລັດຮັບຮອງເອົາ.