ລົດສຸກເສີນສົ່ງຕົວປະກັນ ອິດສະຣາແອັນ (ພາບ: THX/TTXVN)

ວັນທີ 20 ມັງກອນ, ຂະບວນການ ຮາມາດສ ໄດ້ຢັ້ງຢືນວ່າຈະປ່ອຍຕົວເປັນອິດສະຫລະໃຫ້ແກ່ບັນດາຕົວປະກັນທີ່ຖືກກັກຂັງຢູ່ ເຂດ ກາຊາ ໃນວັນທີ 25 ມັງກອນ ເພື່ອແລກເອົານັກໂທດ ແລະບັນດາຊາວ ປາແລດສະຕິນ ທີ່ພວມຖືກ ອິດສະຣາແອນ ກັກຂັງ.

ຂ່າວຄາວດັ່ງກ່າວໄດ້ຍົກອອກມາ ພາຍຫລັງທ່ານ Nahed Al-Fakhouri, ຫົວຫນ້າຫ້ອງວ່າການສື່ສານນັກໂທດ ຮາມາດສ ໃຫ້ຮູ້ວ່າ: ກຳລັງນີ້ຈະປ່ອຍຕົວເປັນອິດສະຫລະໃຫ້ແກ່ບັນດາຕົວປະກັນໃນວັນທີ 26 ມັງກອນ, ຊ້າກວ່າ 1 ວັນເມື່ອທຽບໃສ່ການຄາດຄະເນຕາມຂໍ້ຕົກລົງຢຸດຍິງທີ່ຫາກໍ່ບັນລຸໄດ້ໃນເດືອນ ກັບ ອິດສະຣາແອນ.

ໃນຂະນະນັ້ນ, ຫ້ອງວ່າການປະສານງານບັນດາບັນຫາມະນຸດສະທຳຂອງ ສະຫະປະຊາຊາດ (OCHA) ຢັ້ງຢືນວ່າ: ມີລົດຂົນສົ່ງເຄື່ອງບັນເທົາທຸກ 915 ຄັນໄດ້ເດີນທາງເຂົ້າເຂດ ກາຊາ ໃນວັນທີ 20 ມັງກອນ ເຊິ່ງແມ່ນມື້ທີສອງຂອງຄຳສັ່ງຢຸດຍິງ ລະຫວ່າງ ອິດສະຣາແອນ ແລະ ຮາມາດສ.