ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງ Munich (MSC) ຄັ້ງທີ 61 ປີ 2025 ມີທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier, ທ່ານຮອງປະທານາທິບໍດີ ອາເມລິກາ JD Vance, ທ່ານປະທານາທິບໍດີ ຢູແກຼນ Vododymyr Zelensky, ທ່ານປະທານຄະນະກຳມະການ ເອີລົບ ນາງ Ursula von der Leyen ແລະ ການນຳໂລກປະມານ 60 ທ່ານ.

ພາຍຫຼັງພິທີໄຂກອງປະຊຸມ, ໂດຍພາຍໃຕ້ການເປັນປະທານຂອງທ່ານ Christoph Heusgen, ຜູ້ຕາງໜ້າປິຈຳຂອງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປຊ ແຕ່ປີ 2017-2021, ບັນດາການນຳ ແລະ ນັກວາງແຜນນະໂຍບາຍ ໄດ້ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງໃນທົ່ວໂລກ. ຄຳຖາມກ່ຽວກັບວິວັດການສ້າງສັນຕິພາບລະຫວ່າງ ລັດເຊຍ-ຢູແກຼນ ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນທີ່ສຸດທີ່ກອງປະຊຸມຄັ້ງນີ້.

ວັນທີ 15 ກຸມພາຕາມເວລາທ້ອງຖິ່ນ, ຈຸດສຸມຕົ້ນຕໍໄດ້ແລກປ່ຽນແມ່ນ: ການພົວພັນຄູ່ຮ່ວມມືຂ້າມຜ່ານມະຫາສະໝຸດ ອັກລັງຕິກ ລະຫວ່າງອົງການ ນາໂຕ ແລະ ອາເມລິກາ, ລະຫວ່າງ ເອີລົບ ແລະ ອາເມລິກາເໜືອ ເພື່ອແນໃສ່ຕອບຄຳຖາມ ເຮັດແນວໃດເພື່ອໃຫ້ຄວາມໝັ້ນຄົງຂ້າມຜ່ານມະຫາສະໝຸດ ອັກລັງຕິກ ສາມາດສືບຕໍ່ຄົງຕົວໄດ້ ໂດຍບໍ່ຫົວຊາຕໍ່ບັນດາຄວາມແຕກຕ່າງກັນ.