ກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15(ພາບ: quochoi.vn)
|
ຕອນເຊົ້າວັນທີ 12 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ໄດ້ຈັດວາລະໄຂກອງປະຊຸມວິສາມັນຄັ້ງທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ເຂົ້າຮ່ວມກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ບັນດາສະມາຊິກສະພາແຫ່ງຊາດ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ, ເນັ້ນໜັກວ່າ:
“ກອງປະຊຸມວິສາມັນຄັ້ງນີ້ ມີຄວາມໝາຍສຳຄັນທີ່ສຸດ, ຮີບເຮັ່ງພິຈາລະນາ, ຕົກລົງຫຼາຍບັນຫາຮີບດ່ວນຮັບໃຊ້ພາລະກິດການປະຕິວັດຂອງການສັບຊ້ອນ, ຫັນການຈັດຕັ້ງກົງຈັກໃຫ້ກະທັດລັດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຢ່າງສູງຂອງປະເທດໃນສັງກາດໃໝ່. ພ້ອມກັນນັ້ນ, ສະພາແຫ່ງຊາດກໍ່ພິຈາລະຈາ, ຕົກລົງແກ້ໄຈບັນດາຂໍ້ຕິດຄັດດ້ານລະບອບລະບຽບການ, ນະໂຍບາຍ, ສ້າງບາດກ້າວບຸກທະລຸເພື່ອສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ, ເສີມຂະຫຍາຍແຫຼ່ງກຳລັງ, ສ້າງເຂດພັດທະນາໃໝ່ ເພື່ອປະຕິບັດບັນດາເປົ້າໝາຍເຊິ່ງກອງປະຊຸມຄັ້ງທີ 13 ຂອງພັກໄດ້ວາງອອກຢ່າງມີໄຊ”.
ຕາມລາຍການ, ແຕ່ວັນທີ 12 – 19 ກຸມພາ, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ ແລະ ມະຕິຫຼາຍສະບັບ ເພື່ອປະຕິບັດການສັບຊ້ອນກົງຈັກຂອງສະພາແຫ່ງຊາດ, ລັດຖະບານ ອາຍຸການສະພາແຫ່ງຊາດຊຸດທີ 15. ກໍ່ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະດຳເນີນເນື້ອໃນຈຳນວນໜຶ່ງກ່ຽວກັບວຽກງານບຸກຄະລາກອນຂຶ້ນກັບສິດອຳນາດ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ສະເໜີວ່າ:
“ບັນດາສະມາຊິກສະພາແຫ່ງຊາດ ຈະປະກອບຄຳເຫັນຢ່າງກົງໄປກົງມາ, ມີຄຸນນະພາບ ເພື່ອໃຫ້ວຽກງານທັງໝົດໃນກອງປະຊຸມໄດ້ຮັບການພິຈາລະນາ, ຮັບຮອງເອົາ ດ້ວຍຄວາມເປັນເອກະພາບ, ເຫັນດີເຫັນພ້ອມສູງທີ່ສຸດ, ຕອບສະໜອງຄວາມຕ້ອງການຕົວຈິງ ແລະ ໜ້າທີ່ການເມືອງ, ຕອບສະໜອງຄວາມລໍຖ້າຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ”.
ໃນຕອນບ່າຍ, ສະພາແຫ່ງຊາດຮັບຟັງການສະເໜີ ແລະ ບົດລາຍງານການສຳຫຼວດຕີລາຄາກ່ຽວກັບຮ່າງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ); ການສະເໜີ ແລະ ບົດລາຍງານສຳຫຼວດຕີລາຄາຮ່າງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ); ການສະເໜີ ແລະ ບົດລາຍງານສຳຫຼວດຕີລາຄາຮ່າງມະຕິຂອງສະພາແຫ່ງຊາດ ກຳນົດກ່ຽວກັບການແກ້ໄຂບາງບັນຫາກ່ຽວຂ້ອງເຖິງການສັບຊ້ອມກົງຈັກລັດ.
ບັນດາຮ່າງກົດໝາຍສະບັບປັບປຸງ ແລະ ມະຕິ ເພື່ອແນໃສ່ສ້າງພື້ນຖານດ້ານນິຕິກຳໃຫ້ແກ່ການປ່ຽນແປງໃໝ່, ສັບຊ້ອນກົງຈັກບໍລິຫານຂອງລັດໃຫ້ມີປະສິດທິພາບ, ມີປະສິດທິຜົນ, ຍູ້ແຮງການຈັດແບ່ງຂັ້ນ, ຈັດແບ່ງສິດ, ຊຸກຍູ້ລັດຖະບານແຫ່ງການສ້າງສາ, ພັດທະນາ ຕອບສະໜອງຄວາມຮຽກຮ້ອງໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ.

