ໄຂງານບຸນວັດເຮືອງ (ພາບ: VOV)

ຕອນເຊົ້າວັນທີ 3 ກຸມພາ, ຢູ່ເມືອງມີດຶກ, ນະຄອນ ຮ່າໂນ້ຍໄດ້ປະກາດຂໍ້ຕົກລົງຮັບຮອງເອົາ ເຂດປູຊະນີຍະສະຖານ, ທິວທັດທຳມະຊາດ ວັດເຮືອງ ແມ່ນເຂດທ່ອງທ່ຽວລະດັບນະຄອນ ແລະ ໄດ້ໄຂ ງານບຸນວັດເຮືອງ 2025 ຂຶ້ນດ້ວຍຫົວຂໍ້ “ວັດເຮືອງສະຖານທີ່ທ່ອງທ່ຽວ, ວັດທະນະທຳ, ມູນເຊື້ອຫວຽດ”. ວັດບຸນວັດເຮືອງແມ່ນວັນບຸນທີ່ແກ່ຍາວທີ່ສຸດເມື່ອທຽບໃສ່ງານບຸນຕ່າງໆໃນທົ່ວປະເທດ, ດຶງດູດນັກທ່ອງທ່ຽວນັບລ້ານຄົນຕໍ່ປີ. ວັນບຸນປີນີ້ແກ່ຍາວຈົນຮອດວັນທີ 1 ພຶດສະພາ. ໃນຂອບເຂດງານບຸນຍັງດຳເນີນສັບປະດາວັດທະນະທຳ - ການທ່ອງທ່ຽວ (ໃນລະຫວ່າງວັນທີ 11 ມີນາ - 18 ມີນາ), ວັນວິສາຂະບູຊາ 2025, ບັນດາການເຄື່ອນໄຫວທາງດ້ານວັດທະນະທຳ, ສິລະປະ ແລະ ງານບຸນການຄ້າການທ່ອງທ່ຽວດ້ວຍບັນດາຜະລິດຕະພັນ OCOP ໃນບໍລິເວນເມືອງ. ນອກຈາກນັ້ນ, ວັນບຸນຍັງມີບັນດາລາຍການ, ງານວາງສະແດງບັນດາຜະລິດຕະພັນສິລະປະພາບຖ່າຍກ່ຽວກັບວັດເຮືອງໃນອະດີດຕະການ ແລະ ປັດຈຸບັນ, ການແຂ່ງຊ່ວງເຮືອ, ຟ້ອນມັງກອນ…