ສະມາຊິກບານເຕະຊາຍ ຫວຽດນາມ
(ພາບ: VFF)

ນັກບານເຕະຊາຍ ຕຽນລິງ, ຊວັນຊອນ ໄດ້ຍິງເຂົ້າປະຕູໃນເວລາບາດເຈັບຂອງຕັ້ງທີ 2, ຊ່ວຍໃຫ້ທິມບານເຕະຊາຍ ຫວຽດນາມ ເອົາໄຊຊະນະຕໍ່ທິມບານເຕະຊາຍ ສິງກະໂປ 2 ປະຕູຕໍ່ 0 ຢູ່ສະໜາມກິລາປະເທດ ສິງກະໂປ, ໃນການແຂ່ງຂັນຂາໄປຂອງ ASEAN Cup 2024, ເຊິ່ງໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 26 ທັນວາ. ພາຍຫຼັງໄຊຊະນະນີ້, ທິມບານເຕະຊາຍ ຫວຽດນາມ ຈະແຂ່ງຂັນນັດຂາກັບ ກັບ ສິງກະໂປ, ຢູ່ສະໜາມກິລາ ຫວຽດຈີ (ແຂວງ ຝູທ້ໍ) ໃນເວລາ 20 ໂມງ, ວັນທີ 29 ທັນວາ. ດ້ວຍທ່າແຮງ 2 ປະຕູໃນການແຂ່ງຂັນຂາໄປ, ທິມບານເຕະຊາຍຂອງຄູຝຶກ Kim Sang Sik ພວມມີທ່າແຮງລອດເຂົ້າຮອບຊິງຊະນະເລີດ ASEAN Cup 2024.