(ທີ່ພິທີລົງນາມ) |
ຕອນບ່າຍວັນທີ 18 ກຸມພາ, ຄະນະກຳມະການປະຊາຊົນແຂວງ ບ່າເຣີຍ - ຫວູ້ງເຕົາ ໄດ້ຈັດພິທີລົງນາມໃນບົດບັນທຶກຊ່ວຍຈຳກັບກຸ່ມບໍລິສັດ DP World ມີສຳນັກງານຕັ້ງຢູ່ Dubai (UAE), ເຊິ່ງແມ່ນນັກສະໜອງການບໍລິການ logistics ອັດສະລິຍະ ແລະ ໜູນຊ່ວຍດ້ານການຄ້າທົ່ວໂລກແຖວໜ້າໂລກ. ບົດບັນທຶກຊ່ວຍຈຳແມ່ນເພື່ອສ້າງຕັ້ງຂອບເຂດຮ່ວມມື ເພື່ອປຶກສາຫາລືລະອຽດເລື່ອງ DP World ໜູນຊ່ວຍແຂວງ ບ່າເຣີຍ - ຫວູ້ງເຕົາ ໃນການສ້າງແຜນຮ່າງ “ຄົ້ນຄວ້າເຂດການຄ້າເສລີ ຕິດພັນກັບທ່າກຳປັ່ນຢູ່ເຂດ ກາຍແມັບຮະ”.
ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳດັ່ງກ່າວ ບໍ່ພຽງແຕ່ເປັນການເປີດສາກໃຫ້ການພົວພັນຮ່ວມມືລະຫວ່າງ ບ່າເຣີຍ - ຫວູ້ງເຕົາ ແລະ DP World ເທົ່ານັ້ນ, ຫາກຍັງເຮັດໃຫ້ການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ສະຫະລັດອາຣັບເອັມມີເຣດ (UAE) ເລິກເຊິ່ງຂຶ້ນຕື່ມອີກດ້ວຍ. ເຂດການຄ້າເສລີ ຕິດພັນກັບທ່າກຳປັ່ນ ກາຍແມັບຮະ, ແຂວງ ບ່າເຣີຍ - ຫວູ້ງເຕົາ ໄດ້ຮັບຄວາມຫວັງວ່າ ຈະຊຸກຍູ້ການພັດທະນາເສດຖະກິດທະເລ, ເພື່ອຍາດແຍ່ງທ່າໄດ້ປຽບດ້ານພູມທີ່ຕັ້ງຍຸດທະສາດ ເພື່ອພັດທະນາຂະແໜງ logistics, ທ່າກຳປັ່ນ ແລະ ການຄ້າສາກົນ.

