ພິທີຖະຫວາຍດອກໄມ້, ຈູດທູບທຽນເພື່ອສະເຫຼີມສະຫຼອງ 236 ປີແຫ່ງວັນໄຊຊະນະງອກໂຮ່ຍ - ດົ່ງດາ(1789 - 2025). |
ຢູ່ພິທີ, ການນຳແຂວງບິ່ງດິ້ງໄດ້ຖະຫວາຍທູບທຽນຢູ່ຫໍບູຊາພະບິດາ ແລະ ພະແມ່ຂອງເຈົ້າຊີວິດກ໋ວາງຈຸງ, ຖະຫວາຍດອກໄມ້, ທູບທຽນຢູ່ຫໍພິພິທະພັນກ໋ວາງຈູງຢູ່ເມືອງໄຕເຊີນ, ແຂວງບິ່ງດິ້ງເພື່ອອາໄລຫາ, ສະແດງຄວາມຮູ້ບູນຄູນຕໍ່ຄູນງາມຄວາມດີຂອງລາດຊະວົງໄຕເຊີນ.
ຢູ່ພິທີ, ທ່ານຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງບິ່ງດິ້ງຫງວຽນຕວັນແທັງຖືວ່າ ເສີມຂະຫຍາຍຈິດໃຈໄຊຊະນະງອກໂຮ່ຍ - ດົ່ງດາແລະ ການເຄື່ອນທັບຢ່າງວ່ອງໄວ, ຍາດໄດ້ທຸກໄຊຊະນະຂອງເຈົ້າຊີວິດກ໋ວາງຈຸງ, ແຂວງບິ່ງດິ້ງສືບຕໍ່ເສີມຂະຫຍາຍກຳລັງແຮງສາມັກຄີ, ຈິດໃຈປ່ຽນແປງໃໝ່, ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມມຸ່ງຫວັງບືນຕົວຂຶ້ນ, ຮ່ວມແຮງຮ່ວມໃຈເພື່ອເພີ່ມຄວາມໄວແລະ ກ້າວກະໂດດຂັ້ນ.

