(ນັກຂ່າວອາວຸໂສ ຈີນ ຫຼິງເຕືອແຈວນ) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2025), ມີນັກຊ່ຽວຊານ, ນັກຮຽນຮູ້ສາກົນຫຼາຍທ່ານໄດ້ຢັ້ງຢືນການກຳເນີດຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການມີລັກສະນະສ້າງບາດລ້ຽວ, ບໍ່ມີພັກກອມມູນິດ ຫວຽດນາມ ປະເທດ ຫວຽດນາມ ຈະບໍ່ພັດທະນາຄືໃນປະຈຸບັນ.
ໂດຍແມ່ນຜູ້ທີ່ໄດ້ຕິດພັນກັບ ຫວຽດນາມ ແຕ່ຊຸມປີ 60 ຂອງສະຕະວັດກ່ອນ ແລະ ເຫັນປະຈັກຕາຊຸມເດືອນປີທີ່ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ ໃນການຕໍ່ສູ້ກູ້ຊາດ ແລະ ບັນດາບາດກ້າວພັດທະນາຂອງ ຫວຽດນາມ ໃນຊຸມມື້ທຳອິດແຫ່ງການປ່ຽນແປງໃໝ່, ນັກຂ່າວອາວຸໂສ ຈີນ ຫຼິງເຕືອແຈວນ ຖືວ່າ, ພັກກອມມູນິດ ຫວຽດນາມ ໄດ້ນຳພາປະຊາຊົນ ຫວຽດນາມ ຍາດໄດ້ບັນດາຜົນງານທີ່ຍິ່ງໃຫຍ່.
“ປະຫວັດສາດໄດ້ພິສູດໃຫ້ເຫັນວ່າ ພັກກອມມູນິດ ຫວຽດນາມ ແມ່ນກຳລັງຈັດຕັ້ງ ແລະ ນຳພາຂະບວນການປົດປ່ອຍ, ເອກະລາດແຫ່ງຊາດຂອງ ຫວຽດນາມ. ຖ້າບໍ່ມີການກຳເນີດຂອງພັກກອມມູນິດ ຫວຽດນາມ, ຈະບໍ່ມີປະເທດ ຫວຽດນາມ ທີ່ເຕັມໄປດ້ວຍພະລັງຊີວິດ ແລະ ມີການພັດທະນາຢ່າງວ່ອງໄວຄືໃນປະຈຸບັນ”.
(ທ່ານສາດສະດາຈານ Faisal Ahmed, ນັກຄົ້ນຄວ້າເສດຖະກິດຂອງໂຮງຮຽນຄຸ້ມຄອງ FORE, New Delhi) |
ບັນດາຜົນງານແຫ່ງການປ່ຽນແປງໃໝ່, ການປະຕິຮູບເສດຖະກິດ, ກຳນົດຄວາມສະເໝີພາບໃນສັງຄົມ ແລະ ມອບໂອກາດໃຫ້ແກ່ປະຊາຊົນ, ກໍ່ຄືສ້າງທີ່ຕັ້ງບົດບາດ ແລະ ສຽງເວົ້າຂອງ ຫວຽດນາມ ບົນເວທີສາກົນໃນຫຼາຍປີຜ່ານມາ ສ່ວນຫຼາຍແມ່ນຍ້ອນພັກກອມມູນິດ ຫວຽດນາມ. ນີ້ແມ່ນຄຳຢັ້ງຢືນຂອງທ່ານສາດສະດາຈານ Faisal Ahmed, ນັກຄົ້ນຄວ້າເສດຖະກິດຂອງໂຮງຮຽນຄຸ້ມຄອງ FORE, New Delhi, ປະເທດ ອິນເດຍ. ທ່ານກໍ່ຕີລາຄາສູງບັນດາຜົນສຳເລັດຂອງ ຫວຽດນາມ ໃນແງ່ມູມຍຸດທະສາດ ແລະ ການພົວພັນກັບສາກົນ. ຕາມທ່ານແລ້ວ, ສິ່ງດັ່ງກ່າວກ່ຽວຂ້ອງເຖິງບົດບາດຂອງພັກກອມມູນິດ ຫວຽດນາມ ແລະ ວິທີທີ່ ຫວຽດນາມ ມານະພະຍາຍາມກຳນົດທີ່ຕັ້ງຂອງຕົນບົນເວທີສາກົນ.


