ການແຫ່ຂະບວນປະທ້ວງເກີດຂຶ້ນຢູ່ Dhaka, ບັງກະລາເທດ (ພາບ: Getty Images/TTXVN) |
ກ່ອນຫນ້ານັ້ນ, ຕອນບ່າຍວັນທີ 5 ສິງຫາ, ເຮືອບິນການທະຫານ C-130 ຂອງ ກອງທັບອາກາດ ບັງກະລາເທດ ຂົນສົ່ງທ່ານນາງ Sheikh Hasina ອະດີດນາຍົກລັດຖະມົນຕີປະເທດນີ້ ໄດ້ລົງຈອດຢູ່ຖານທີ່ໝັ້ນກອງທັບອາກາດ Hindon ຊານນະຄອນຫລວງ ນິວເດລີ, ອິນເດຍ. ກອງທັບອາກາດ ອິນເດຍ ໄດ້ຍົກລະດັບການກ່າວເຕືອນຢູ່ເຂດນ່ານຟ້າທາງທິດຕາເວັນອອກຂອງປະເທດນີ້ ທີ່ຕິດກັບ ບັງກະລາເທດ ເພື່ອລະມັດລະວັງການຜັນແປຮ້າຍແຮງທີ່ອາດຈະເກີດຂຶ້ນ. ການປ້ອງກັນຄວາມສະຫງົບກໍ່ໄດ້ເພີ່ມທະວີຢູ່ອ້ອມ ສະຖານທູດ ບັງກະລາເທດ ຢູ່ ນະຄອນຫລວງນິວເດລີ. ການບໍລິການລົດໄຟ ລວມທັງລົດໄຟໂດຍສານ ແລະ ລົດໄຟຂົນສົ່ງສິນຄ້າໄປຍັງເຂດຊາຍແດນຂອງບັງກະລາເທດ ລ້ວນແຕ່ຖືກຢຸດຕິ.
ຕອນຄ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ໄດ້ເປັນປະທານກອງປະຊຸມຄະນະລັດຖະບານ ເພື່ອປຶກສາຫາລືກ່ຽວກັບການຜັນແປດ້ານຄວາມສະຫງົບທີ່ພວມເກີດຂຶ້ນຢ່າງຮ້າຍແຮງຢູ່ ບັງກະລາເທດ ພ້ອມກັບບັນດາມາດຕະການຮັບມືຂອງ ອິນເດຍ.
ວັນທີ 5 ສິງຫາ, ຕໍ່ຫນ້າສະພາບການຢູ່ ບັງກະລາເທດ, ສະຫະພາບເອີລົບ ໄດ້ຮຽກຮ້ອງໃຫ້ມີວິວັດການມອບຮັບສິດອຳນາດ ໂດຍ “ມີຄວາມເປັນລະບຽບຮຽບຮ້ອຍ ແລະສັນຕິພາບ” ຢູ່ປະເທດນີ້.

