ທ່ານໂຄສົກກະຊວງການຕ່າງປະເທດຈີນ (ພາບ: Reuters)

ໂດຍມີປະຕິກິລິຍາຕໍ່ການຖະແຫລງການຮ່ວມຂອງ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫລີ ສະຫນັບສະຫນູນ ໄຕ້ຫວັນ (ຈີນ) ເຂົ້າຮ່ວມບັນດາອົງການສາກົນຢ່າງເໝາະສົມ, ກະຊວງການຕ່າງປະເທດ ຈີນ ໄດ້ປະຕິເສດ ແລະ ຢັ້ງຢືນຄືນຫລັກການ “ປະເທດຈີນດຽວ”. ເມື່ອຕອບຄຳຖາມຂອງນັກຂ່າວທີ່ການຖະແຫລງຂ່າວນັດສາມັນໃນວັນທີ 17 ກຸມພາ, ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ: ຈີນຍາມໃດກໍ່ເດັດດ່ຽວຄັດຄ້ານບັນດາປະເທດກ່ຽວຂ້ອງສ້າງບັນດາກຸ່ມນ້ອຍ, ແຊກແຊງເຂົ້າວຽກງານພາຍໃນຂອງຈີນ, ຍຸແຍ່ສູ້ຢັນກັນ. ຈີນ ໄດ້ດຳເນີນການປຶກສາຫາລືຢ່າງເຂັ້ມງວດກັບບັນດາປະເທດກ່ຽວຂ້ອງ.

ກ່ອນຫນ້ານັ້ນ ລັດຖະມົນຕີການຕ່າງປະເທດ ອາເມລິກາ - ຍີ່ປຸ່ນ - ສ. ເກົາຫລີ ໄດ້ມີການພົບປະຢູ່ນອກກອງປະຊຸມດ້ານຄວາມໝັ້ນຄົງ Munich ຢູ່ ເຢຍລະມັນ ໃນວັນທີ 15 ກຸມພາ ແລະ ອອກຖະແຫລງການຮ່ວມໂດຍເຕື້ອງເຖິງ “ການສະຫນັບສະຫນູນໄຕ້ຫວັນ ເຂົ້າຮ່ວມຢ່າງມີຄວາມໝາຍເຂົ້າໃນບັນດາອົງການຈັດຕັ້ງສາກົນຢ່າງເໝາະສົມ”.